ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານເຊເລັນສ໌ກີ ເອີ້ນຣັດເຊຍວ່າເປັນ “ລັດກໍ່ການຮ້າຍ” ຫລັງ​ຈາກ​ມີ​ການ​ໂຈມ​ຕີ ຄັ້ງ​ຫລ້າ​ສຸດ ​ຕໍ່​ຢູ​ເຄ​ຣນ

ພາບ​ທີ່​ສະ​ໜອງ​ໃຫ້​ໂດຍຫ້ອງ​ການ​ບໍ​ລິ​ການ​ຂ່າວ​ສານຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 28 ມິ​ຖຸ​ນາ, 2022 ​ເຫັນ​ວ່າ ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ລົມ​ກັບ​ດາ​ລາ​​ອາ​ເມ​ຣິ​ກັນ, Sean Penn (ຂວາ) ໃນ​ນະ​ຄອນ​ຫລວງ​ກີ​ຢິບ.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວ​ໂລ​ດິ​ເມຍເຊ​ເລັນ​ສ໌​ກີ ​ໄດ້​ເອີ້ນຣັດ​ເຊຍ​ວ່າ ​ເປັນ “ລັດ​ກໍ່​ການ​ຮ້າຍ” ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ສົ່ງ​ຄະນະ​ກຳມາ​ທິການ​ໄປ​ສືບສວນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຮ້າຍ​ແຮງ​ໃສ່​ສູນ​ການ​ຄ້າ ​ໃນເມືອງ​ເຄຣມເມັນຊຸກ (Kremenchuk.)

"ມີໃຜແດ່ໃນ​ບັນ​ດາທ່ານທີ່ບໍ່ເຫັນພ້ອມ​ນຳ ວ່ານີ້ແມ່ນການກໍ່ການຮ້າຍ?" ຜູ້ນຳ​ຢູ​ເຄຣນ​ ໄດ້​ຖາມ​ຄຳ​ຖາມ​ໃນ​ການ​ກ່າວ​ຄຳ​ປາ​ໄສທີ່ສົ່ງ​ເຂົ້າ​ໄປໃນຫ້ອງປະ​ຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ນະຄອນ​ນິວຢອກ ​ກ່ຽວ​ກັບ​ການ​ໂຈມ​ຕີ​ໃນ​ວັນ​ຈັນຜ່ານ​ມາ​ນີ້ ຕໍ່​ສູນ​ການ​ຄ້າແຫ່ງ​ນຶ່ງ ​ທີ່​ໄດ້​ສັງຫານ​ພົນລະ​ເຮືອນ​ຢ່າງ​ ໜ້ອຍ 18 ຄົນ, ​ແລະ​ການ​ໂຈມ​ຕີຄັ້ງ​ອື່ນໆ​ ຂອງຣັດ​ເຊຍ​ຕໍ່​ພົນລະ​ເຮືອນ​ແລະ​ພື້ນຖານ​ໂຄງ​ລ່າງ​ຂອງ​ພົນລະ​ເຮືອນ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້.

ທ່ານເຊ​ເລັນ​ສ໌​ກີກ່າວ​ວ່າ ຢູ່ໃນ​ພາກ​ພື້ນ​ອື່ນ​ຂອງ​ໂລກ, ກຸ່ມ​ໃດ​ກໍ່​ການ​ຮ້າຍ​ທີ່​ໄດ້​ສັງຫານ​ພົນລະ​ເຮືອນ​ແບບ​ທີ່ຣັດ​ເຊຍ​ເຮັດ​ຢູ່​ໃນ​ຢູ​ເຄຣນ ຈະ​ຖື​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ.

ພາບ​ສະ​ແດງ​ໃຫ້​ເຫັນ​ວ່າ​ມີການ​ເອົາ​ທຽນ, ດອກ​ໄມ້, ແລະ​ຂອງ​ຫລິ້ນ​ເດັກ​ນ້ອຍ ໄປ​ວາງ​ໄວ້​ຢູ່​ຂ້າງ​ສູນ​ການ​ຄ້າ ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ Kremenchuk, ວັນ​ທີ 28 ມິ​ຖຸ​ນາ, 2022, 1 ມື້​ຫລັງ​ຈາກ​ມັນ​ຖືກ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ຍິງ​ໃສ່, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ.

ທ່ານກ່າວຕໍ່​ໄປວ່າ "ເພາະສະນັ້ນ, ສິ່ງທີ່ຖືກລົງໂທດໃນລະດັບຂອງອາດຊະຍາກອນແລະອົງການອາດຊະຍາກໍາຈະຕ້ອງບໍ່ຖືກກວດກາໃນລະດັບຂອງ​ປະ​ເທດ ທີ່ໄດ້ກາຍເປັນຜູ້ກໍ່ການຮ້າຍ," ຊຶ່ງ​ທ່ານ​ໝາຍ​ເຖິງວັງເຄ​ຣັມ​ລິນນັ້ນ.

ທ່ານເຊ​ເລັນ​ສ໌​ກີ ​ໄດ້​ໃຫ້​ບັນ​ຊີການ​ໂຈມ​ຕີ​ຊຸດ​ໃໝ່​ຫຼາຍ​ຄັ້ງຂອງ​ຣັດ​ເຊຍ​ທີ່​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ອັງຄານ​ວານ​ນີ້, ພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ທີ່​ທ່ານ​ຈະ​ກ່າວ​ຄຳ​ປາ​ໄສນັ້ນ. ມີພົນລະເຮືອນຢ່າງໜ້ອຍ 8 ຄົນ ເສຍຊີວິດໃນການໂຈມຕີ ທີ່ເມືອງທ່າມີ​ໂຄ​ລາ​ອິບ (Mykolaiv) ຢູ່​ທາງພາກໃຕ້ ແລະພາກຕາເວັນອອກສຽງເໜືອໃກ້ໆກັບເມືອງຄາ​ກິ​ບ ຊຶ່ງເປັນເມືອງໃຫຍ່ອັນດັບສອງຂອງຢູເຄຣນ. ​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ​ນັ້ນມີ​ເດັກ​ຍິງ​ອາຍຸ 6 ປີ. ຫຼາຍສິບຄົນໄດ້ຮັບບາດເຈັບ, ລວມທັງເດັກນ້ອຍອາຍຸ 3 ເດືອນທີ່ຢູ່​ໃນ​ອາ​ການ​ໝົດ​ສະ​ຕິ ຫລື ເປັນໂຄມາຢູ່.

​ພາບ​ຖ່າຍ​ໃນ​ວັນ​ທີ 28 ມິ​ຖຸ​ນາ, 2022 ສະ​ແດງ​ໃຫ້​ເຫັນ​ຮ້ານ​ຂາຍ​ເຄື່ອງ​ທົ່ວ​ໄປ​ທີ່​ຖືກ​ໄໝ້​ເປັນ​ຖ່ານ ຢູ່​ໃນ​ສູນ​ການ​ຄ້າ Amstor ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ Kremenchuk.
​ພາບ​ຖ່າຍ​ໃນ​ວັນ​ທີ 28 ມິ​ຖຸ​ນາ, 2022 ສະ​ແດງ​ໃຫ້​ເຫັນ​ຮ້ານ​ຂາຍ​ເຄື່ອງ​ທົ່ວ​ໄປ​ທີ່​ຖືກ​ໄໝ້​ເປັນ​ຖ່ານ ຢູ່​ໃນ​ສູນ​ການ​ຄ້າ Amstor ທີ່​ຖືກ​ທຳ​ລາຍ​ໃນ​ເມືອງ Kremenchuk.

ທູດ​ພິ​ເສດ​ສະພາ​ຄວາມ​ໝັ້ນຄົງ​ຂອງ​ມົສກູ ທີ່ຄັດຄ້ານຕໍ່ປະທານາທິບໍດີ​ຢູ​ເຄຣນ ​ໄດ້​ຮັບ​ອະນຸຍາດ​ໃຫ້​ກ່າວ​ຄຳ​ປາ​ໄສ​ໃນ​ສະພາ ​ໂດຍ​ກ່າວ​ວ່າ ການ​ປາກົດ​ຕົວ​ຂອງ​ທ່ານເຊ​ເລັນ​ສ໌​ກີ ​ແມ່ນ​ໃນ​ນາທີ​ສຸດ​ທ້າຍ ​ແລະໄດ້​ຈັດຂຶ້ນ​ໂດຍ​ບໍ່​ໄດ້​ມີກ​ານປຶກສາ​ຫາລື​ກັບ​ສະມາຊິກຂອງ​ສະພາໝົດ​ທຸກ​ປະ​ເທດ.

ຮອງ​ເອກ​ອັກຄະ​ລັດຖະທູດ ດ​ມິທ​ຣີ ໂປ​ລິ​ຢານ​ສ໌​ກີ​ (Dmitry Polyanskiy) ກ່າວ​ວ່າ ຄຳ​ປາ​ໄສ​ຂອງ​ທ່ານເຊ​ເລັນ​ສ໌​ກີ ​ແມ່ນ​ມີ​ຈຸດປະສົງ​ເພື່ອ​ຮັບ​ເອົາ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະອາວຸດ​ຍຸດ​ໂທ​ປະກອນ​ຈາກ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດເນ​ໂຕ້ (NATO) ທີ່​ຈະ​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫລວງ​ມາດ​ຣິດ​ຂອງ​ສະ​ເປນ.

ທ່ານ ໂປ​ລິ​ຢານ​ສ໌​ກີ (Polyanskiy) ຍັງ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ທີ່​ວ່າ ສູນ​ການ​ຄ້າ​ໃນເມືອງ​ເຄຣມເມັນຊຸກ (Kremenchuk) ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ກ່າວ​ວ່າ ມັນ​ບໍ່​ໄດ້ຢູ່​ໃກ້​ເປົ້າ​ໝາຍ​ຂອງຣັດ​ເຊຍເລີຍ.​

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG