ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ແລະ ທ່ານໄບເດັນ ຢູ່ໃນບັນດາຜູ້ກ່າວຄຳປາໄສ ໃນວັນອັງຄານ ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ


ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (ຂວາ) ຢ້ຽມຢາມທະຫານຢູເຄຣນທີ່ໄດ້ຮັບບາດເຈັບ ຢູ່ທີ່ໂຮງໝໍມະຫາວິທະຍາໄລ Staten Island ໃນນະຄອນນິວຢອກ ວັນທີ 18 ກັນຍາ 2023
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (ຂວາ) ຢ້ຽມຢາມທະຫານຢູເຄຣນທີ່ໄດ້ຮັບບາດເຈັບ ຢູ່ທີ່ໂຮງໝໍມະຫາວິທະຍາໄລ Staten Island ໃນນະຄອນນິວຢອກ ວັນທີ 18 ກັນຍາ 2023

ຜູ້ນຳ​ໂລກ​ໄດ້​ມີ​ໂອກາດ​ກ່າວ​ຄຳ​ປາ​ໄສ​ ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ວັນ​ອັງຄານ​ມື້​ນີ້, ​ໂດຍ​ມີ​ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ​ແລະ​ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ (Joe Biden) ຢູ່ໃນບັນດາ​ຜູ້​ກ່າວ​ຄຳ​ປາ​ໄສ ​ທີ່​ສໍານັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ ໃນ​ນະຄອນ​ນິວຢອກ.

ທ່ານເຊເລັນສກີ ກໍາລັງຈະປາກົດຕົວຄັ້ງທໍາອິດ ໃນກອງປະຊຸມປະຈໍາປີ ນັບຕັ້ງແຕ່ຣັດເຊຍ ໄດ້ບຸກໂຈມຕີປະເທດຂອງທ່ານ ໃນຕົ້ນປີ 2022.

"ສຳລັບພວກເຮົາ ມັນມີຄວາມສຳຄັນຫຼາຍທີ່ພັນທະມິດຂອງພວກເຮົາ ຈະຕ້ອງໄດ້ຍິນຄຳເວົ້າ, ຂໍ້ຄວາມທັງໝົດຂອງພວກເຮົາ," ທ່ານເຊເລັນສກີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານມື້ນີ້ ໃນຂະນະທີ່ທ່ານໄປຢ້ຽມຢາມໂຮງໝໍແຫ່ງນຶ່ງໃນນິວຢອກ ເຊິ່ງເປັນບ່ອນທີ່ທະຫານຢູເຄຣນໄດ້ຮັບການປິ່ນປົວຈາກການຕັດແຂນຂາ.

ທ່ານເຊເລັນສກີ ໄດ້ກ່າວ​ກ່ອນການກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ​ວ່າ ຢູ​ແຄຣນ ຈະຍື່ນ​ຂໍ້​ສະ​ເໜີ “ກ່ຽວ​ກັບ​ວິທີ​ເສີມ​ສ້າງຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ຫຼັກການ ຂອງຜືນແຜ່ນດິນອັນຄົບຖ້ວນ ​ແລະປັບປຸງຂີດ​ຄວາມ​ສາມາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດໃນການສະກັດກັ້ນ ​ແລະ ຢຸດຕິ​ການ​ຮຸກ​ຮານ.”

ທ່ານ​ມີ​ກຳ​ນົດ​ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ສະ​ພາບ​ການ ​ຢູ່​ຢູ​ແຄຣນ​ໃນ​ວັນ​ພຸດ ພາຍຫຼັງການກ່າວຄຳປາໄສຂອງທ່ານ. ຣັດ​ເຊຍ​ເປັນ​ນຶ່ງ​ໃນ​ຫ້າ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ ​ທີ່ມີ​ສິດ​ຍັບ​ຍັ້ງ.

XS
SM
MD
LG