ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເຊ​ເລນ​ສ​ກີ ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຕື່ມ​ຈາກ​ສະ​ຫະ​ລັດ ແລະ​ເຊື້ອ​ເຊີນ​ທ່ານ​ທ​ຣຳ ໄປ​ຢ້ຽມ​ຢາມ​ກີ​ຢິບ


ແຟ້ມພາບ - ຜູ້ຊາຍຄົນນຶ່ງຍ່າງຜ່ານລົດທະຫານຣັດເຊຍ ທີ່ຖືກທຳລາຍ ຢູ່ນອກວັດ St. Michael's Golden-Domed Monastery ໃນຕອນເຊົ້າທີ່ໝອກໜາ, ທ່າມກາງການໂຈມຕີຂອງຣັດເຊຍໃສ່ຢູເຄຣນ ໃນນະຄອນຫຼວງ ກີຢິບ ໃນວັນທີ 21ຕຸລາ 2023.
ແຟ້ມພາບ - ຜູ້ຊາຍຄົນນຶ່ງຍ່າງຜ່ານລົດທະຫານຣັດເຊຍ ທີ່ຖືກທຳລາຍ ຢູ່ນອກວັດ St. Michael's Golden-Domed Monastery ໃນຕອນເຊົ້າທີ່ໝອກໜາ, ທ່າມກາງການໂຈມຕີຂອງຣັດເຊຍໃສ່ຢູເຄຣນ ໃນນະຄອນຫຼວງ ກີຢິບ ໃນວັນທີ 21ຕຸລາ 2023.

ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທະຫານຣັດ​ເຊຍ​ໃນ​ຢູ​ເຄຣນ ກຳລັງ​ປະສົບ​ກັບຄວາມທຸກທໍລະມານ ຈາກ "ການ​ສູ້ລົບ​ກັບ​ອົງ​ປະກອບ​ຕ່າງໆ ທີ່ແກ່ຍາວເປັນເວລາຍາວນານ.​"

ລາຍ​ງານ​ຂ່າວ​ລັບ ປະຈຳວັນ​ຂອງ​ອັງກິດ ລະບຸ​ວ່າ ພວກ​ທະຫານຢູ່​ໃນ​ກອງ​ປະຊຸມ​ວຽກ​ງານ​ການ​ທະຫານ​ໃນ​ນະຄອນຫຼວງ​ມົສກູ​ໄດ້ຈົ່ມ​ໃນ​ຕົ້ນ​ເດືອນ​ນີ້​ ກ່ຽວ​ກັບ​ການທີ່ແນວໜ້າ “ໂຕປຽກຕັ້ງ​ແຕ່​ຫົວ​ຮອດ​ຕີນ” ​ເປັນ​ເວລາ​ຫຼາຍ​ອາທິດ ​ແລະ​ບໍ່​ສາມາດ​ດັງໄຟ ​ເຮັດ “ຊານຶ່ງຈອກ” ​ໄດ້ ​ເນື່ອງຈາກການກະທຳດັ່ງກ່າວ ສ່ຽງ​ຕໍ່​ການ​ແຈ້ງບອກຕໍາ​ແໜ່ງ​ຂອງ​ພວກ​ເຂົາ​ ​ຕໍ່​ພວກ​ທະ​ຫານ​ຢູ​ເຄ​ຣນ. ພວກ​ທະຫານ ຣັດ​ເຊຍ ​ຍັງ​ຈົ່ມ​ກ່ຽວ​ກັບ​ການ​ກິນ​ອາຫານຊໍ້າເກົ່າ ຢູ່​ໃນ​ຂີ້ຕົມທີ່ກະຈາຍໄປທົ່ວ.

ຕາມການລາຍງານ, ຄວາມ​ບໍ່​ສະດວກສະບາຍ​ຂອງ​ທະຫານ, ​ໜ້າຈະເກີດຈາກການທີ່ຣັດ​ເຊຍ ບໍ່ສາມາດດຳເນີນການບັງຄັບໃຫ້ມີ​ການ​ຄຸ້ມ​ຄອງ​ຂັ້ນ​ພື້ນຖານ​ໃນ​ບັນດາ​ທະຫານ​ຂອງ​ຕົນ.

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ​ໄດ້​ຮ້ອງ​ຂໍ​ໃຫ້​ສະຫະລັດ ​ໃຫ້​ເງິນ​ທຶນ​ຕື່ມ​ອີກ ​ເພື່ອ​ຕໍ່ສູ້​ກັບ​ການ​ຮຸກ​ຮານ​ຂອງຣັດ​ເຊຍ ​ແລະ​ໄດ້​ເຊື້ອ​ເຊີນ​ອະດີດ​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄປນະຄອນຫຼວງ ກີຢິບ ​ເພື່ອ​ປະເມີນຂະ​ໜາດ​ຂອງ​ຄວາມ​ຂັດ​ແຍ່ງ​ດ້ວຍ​ຕົນ​ເອງ.

ທ່ານເຊເລັນສກີ ກ່າວ​ວ່າ ທະຫານ​ອາ​ເມຣິ​ກາ ​ໃນ​ທີ່​ສຸດ ອາດ​ຖືກ​ດຶງ​ເຂົ້າ​ໄປ​ສູ່​ຄວາມ​ຂັດ​ແຍ້ງທີ່ໃຫຍ່ກວ່າ ຂອງ​ຢູ​ໂຣບ​ກັບຣັດ​ເຊຍ ຖ້າ​ຫາກ​ວໍ​ຊິງ​ຕັນ​ບໍ່​ເພີ່ມ​ການ​ສະໜັບສະໜູນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG