ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ເຊເລນສ໌ກີ ເດີນ​ທາງໄປເຖິງ ການາດາ ​ແລ້ວ


ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນ໌ສກີ ກ່າວຢູ່ National Archives ໃນນະຄອນຫລວງວຊໍິງຕັນ ວັນທີ 21 ກັນຍາ 2023
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນ໌ສກີ ກ່າວຢູ່ National Archives ໃນນະຄອນຫລວງວຊໍິງຕັນ ວັນທີ 21 ກັນຍາ 2023

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໄດ້ຖືກຮັບຕ້ອນ ໂດຍ ນາຍົກລັດຖະມົນຕີການາດາ ທ່ານຈັສຕິນ ທຣູໂດ ໃນນະຄອນອອ​ຕຕາວາໃນຕອນແລງວັນພະຫັດວານນີ້ ຫັງຈາກໄດ້ຢ້ຽມຢາມ ນະຄອນຫລວງວໍຊິງຕັນ.

ທ່ານເຊເລນສກີ ຈະ​ກ່າວ​ຄຳ​ປາ​ໄສ ຕໍ່ສະພາການາດາໃນວັນສຸກມືຶ້ນີ້ ຊຶ່ງ​ນັບເປັນເທື່ອທຳອິດ ທີ່​ທ່່ານຈະ​ໄດ້ກ່າວຄຳ​ປາ​ຕໍ່​ສະ​ພາ​ດັ່ງ​ກ່າວ ນັບ​ຕັ້ງແຕ່ຣັດເຊຍໄດ້ຮຸກຮານຢູເຄຣນ.

ທ່ານເຊເລນສກີ ແລະນາຍົກລັດຖະມົນຕີການາດາ ທ່ານທຣູໂດ ຍັງມີກຳນົດຈະເຊັນຂໍ້ຕົກລົງ ທີ່ແນ​ໃສ່​ເພື່ອ​ເສີມ​ຂະ​ຫຍາຍຄວາມສຳພັນ​ທາງ​ດ້ານເສດຖະກິດລະ ຫວ່າງສອງປະເທດ.

ທ່ານທຣູໂດ ກ່າວຢູ່ໃນຖະແຫລງການ ກ່ອນຜູ້ນຳຂອງຢູເຄຣນເດີນທາງໄປເຖິງ “ການາດາຍັງດຳເນີນການ​ຢ່າງ​ບໍ່​ມີ​ການ​ປ່ຽນ​ແປງ ໃນການສະໜັບສະໜູນຂອງພວກເຮົາ ຕໍ່ປະຊາຊົນຢູເຄຣນ ໃນຂະນະທີ່ເຂົາເຈົ້າຕໍ່ສູ້ ເພື່ອອະທິປະໄຕ ແລະປະຊາທິປະໄຕຂອງ​ພວກເຂົາເຈົ້າພ້ອມທັງແບ່ງປັນ​ຫຼັກຄຸນຄ່າ​ທີ່ພວກເຮົາ​ມີ​ຮ່ວມ​ກັນ ​ເຊັ່ນໃຫ້ຄວາມ​ເຄົາ​ລົບນັບຖື​ຕໍ່​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດກົດໝາຍ ເສລີພາບ ແລະການ​ຊີ້​ຊະ​ຕາ​ກຳ​ຂອງ​ຕົນ​ເອງ.”

ຜູ້ນຳທັງສອງຍັງຈະເດີນທາງໄປນະຄອນໂຕຣອນໂຕ ບ່ອນທີ່​ທ່ານຈະພົບປະກັບຊາວການາດາ ຮວມທັງບັນດາຜູ້ນຳທຸລະກິດ ແລະບັນດາສະມາຊິກປະຊາຄົມຢູເຄຣນ-ການາດາ.

ທ່ານເຊເລນສກີ ເດີນທາງ​ຢ້ຽມ​ຢາມ​ທາງດ້ານການທູດຢ່າງໄວວາ​ທີ່​ວໍ​ຊິງ​ຕັນ ໃນວັນພະຫັດວານນີ້ ​ໂດຍ​ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ ​ໃນ​ການ​ສືບ​ຕໍ່​ໃຫ້​ຄວາມສະໜັບສະໜູນຈາກປະທານາທິບໍດີໂຈ ໄບເດັນ ແລະໄດ້ສົ່ງສານຢ່າງ​ເດັດ​ດ່ຽວ: ​ໂດຍປາດສະຈາກເງິນທຶນຂອງສະຫະລັດ ເພື່​ງ​ຮັບ​ມື​ກັບການຮຸກຮານ​ຂອງຣັດເຊຍ​ແລ້ວ ຢູ ເຄຣນ ຈະເສຍໄຊ​ໃນສົງຄາມ.

“ສະຫະລັດຈະສືບຕໍ່ຢືນຢູ່ກັບຢູເຄຣນ” ທີ່ທ່ານໄບເດັນ ໄດ້ກ່າວຕໍ່ທ່ານເຊເລນສກີ ຢູ່ທຳນຽບຂາວ.

ທ່ານໄບເດັນ ໃນວັນພະຫັດວານນີ້ ໄດ້ອະນຸມັດ​ເງິນ 325 ລ້ານໂດລາ​ຕື່ມອີກ ສຳລັບອາວຸດໃຫ້ແກ່ຢູເຄຣນ ທີ່ບໍ່ຮວມທັງລູກສອນໄຟໄລຍະໄກ ທີ່ຢູເຄຣນໄດ້ຮ້ອງຂໍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG