ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ຢູເຄຣນ ຈັບທະຫານເກົາຫຼີເໜືອ ໃນແຄວ້ນເຄີຣ໌ສ ແລະສະເໜີແຜນແລກປ່ຽນນັກໂທດກັບຣັດເຊຍ


ປທນ.ໂວໂລດີເມຍ ເຊເລັນສກີ ແຫ່ງຢູເຄຣນ ກາ່ວໃນກອງປະຊຸມດ້ານການປ້ອງກັນປະເທດ ທີ່ຖານທັບອາກາດ ແຣມສໄຕນຼ ໃນເຢຍຣະມັນ, ວັນທີ 9 ມັງກອນ. 2025 (Photo by Daniel ROLAND / AFP)
ປທນ.ໂວໂລດີເມຍ ເຊເລັນສກີ ແຫ່ງຢູເຄຣນ ກາ່ວໃນກອງປະຊຸມດ້ານການປ້ອງກັນປະເທດ ທີ່ຖານທັບອາກາດ ແຣມສໄຕນຼ ໃນເຢຍຣະມັນ, ວັນທີ 9 ມັງກອນ. 2025 (Photo by Daniel ROLAND / AFP)

ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ ລະບຸໃນວັນອາທິດວານນີ້ວ່າ ລັດຖະບານກີຢິບ ພ້ອມທີ່ຈະສົ່ງໂຕທະຫານເກົາຫຼີເໜືອຄືນໃຫ້ກັບຜູ້ນຳສູງສຸດ ກິມ ຈອງ ອຶນ ຫາກເກົາຫຼີເໜືອສາມາດຈັດການແລກປ່ຽນໂຕປະກັນຊາວຢູເຄຣນ ທີ່ຣັດເຊຍຈັບກຸມໄປ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ຜູ້ນຳຢູເຄຣນ ລະບຸເມື່ອວັນເສົາວ່າ ຢູເຄຣນໄດ້ຈັບກຸ່ມທະຫານເກົາຫຼີເໜືອ 4 ຄົນໃນແຄວ້ນເຄີຣ໌ສ ເຊິ່ງຖືເປັນຄັ້ງທຳອິດທີ່ຢູເຄຣນ ໄດ້ປະກາດການຈັບທະຫານເກົາຫຼີເໜືອ ນັບຕັ້ງແຕ່ທະຫານເກົາຫຼີເໜືອເຂົ້າມາກ່ຽວພັນໃນສົງຄາມຣັດເຊຍ ກັບຢູເຄຣນ ທີ່ດຳເນີນມາເກືອບ 3 ປີແລ້ວ.

ຢູເຄຣນ ແລະປະເທດຕາເວັນຕົກ ປະເມີນວ່າ ມີທະຫານເກົາຫຼີເໜືອ ປະມານ 11,000 ຄົນທີ່ຖືກສົ່ງໄປຍັງແຄວ້ນເຄີຣ໌ສ ເພື່ອຊ່ອຍສູ້ລົບຄຽງບ່າຄຽງໄຫລ່ກັບຣັດເຊຍ ໂດຍທີ່ລັດຖະບານມົສກູ ບໍ່ໄດ້ຢືນຢັນຫຼືປະຕິເສດຕໍ່ການມີຢູ່ຂອງທະຫານເກົາຫຼີເໜືອ ໃນສົງຄາມນີ້.

ປະທານາທິບໍດີ ເຊເລັນສກີ ລະບຸວ່າ ກອງທັບຣັດເຊຍແລະເກົາຫຼີເໜືອສູນເສຍຄັ້ງໃຫຍ່ ແລະວ່າ “ຢູເຄຣນພ້ອມທີ່ຈະສົ່ງໂຕທະຫານຂອງ ກິມ ຈົງ ອຶນ ຫາກເຂົາສາມາດຈັດການແລກປ່ຽນນັກລົບຂອງເຮົາທີ່ຖືກຈັບກຸມໃນຣັດເຊຍໄດ້” ແລະໄດ້ໂພສຕ໌ ວີດີໂອສັນ ເຊິ່ງສະແດງໃຫ້ເຫັນການສອນສວນຊາຍ 2 ຄົນທີ່ສະແດງໂຕວ່າ ເປັນທະຫານເກົາຫຼີເໜືອ ນຶ່ງໃນນັ້ນ ນອນຢູ່ເທິງຕຽງ ແລະມີຜ້າພັນບາດແຜທີ່ມື ສ່ວນອີກຄົນນຶ່ງ ນັ່ງຢູ່ໂດຍມີຜ້າປິດບາດແຜທີ່ບໍລິເວນຄາງ.

ໂດຍທະຫານຄົນນຶ່ງໃນນັນ ໄດ້ກ່າວຜ່ານນາຍແປພາສາວ່າ ກຳລັງຕໍ່ສູ້ກັບຢູເຄຣນ ແລະວ່າ ມີຄົນບອກພວກເຂົາວ່າ ກຳລັງມາຝຶກຊ້ອມການລົບເທົ່ານັ້ນ ໂດຍທີ່ພວກເຂົາຫລົບລີ້ໃນລະຫວ່າງການສູ້ລົບຢູ່ນັ້ນ ແລະຖືກພົບຕົວໃນອີກ 2 ຫາ 3 ວັນຫລັງຈາກນັ້ນ ແລະວ່າຫາກມີຄຳສັ່ງໃຫ້ສົ່ງໂຕກັບເກົາຫຼີເໜືອ ເຂົາກໍພ້ອມຈກັບໄປ ແຕ່ກໍພ້ອມທີ່ຈະຢູ່ໃນ ຢູເຄຣນ ຫາກໄດ້ຮັບໂອກາດນັ້ນ.

ທັງນີ້ ຣອຍເຕີສ໌ ບໍ່ສາມາດກວດສອບຄວາມຖືກຕ້ອງຂອງວີດີໂອທີ່ຜູ້ນຳຢູເຄຣນນຳມາເຜີຍແພ່ໄດ້.

ປະທານາທິບໍດີ ເຊເລັນສກີ ກ່າວວ່າ ທະຫານເກົາຫຼີເໜືອທີ່ບໍ່ຢາກຈະກັບພູມລຳເນົາ ອາດມີທາງເລືອກອື່ນໆໃຫ້ ແລະວ່າ “ຜູ້ທີ່ຕ້ອງການຈະນຳສັນຕິພາບກັບຄືນມາດ້ວຍການເຜີຍແພ່ຄວາມຈິງກ່ຽວກັບສົງຄາມນີ້ ໃນພາສາເກົາຫຼີ ຈະໄດ້ຮັບໂອກາດນັ້ນ” ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆເພີ້ມຕື່ມ.

ກ່ອນໜ້ານີ້ ເມື່ອວັນອາທິດວານນີ້ ຜູ້ນຳຢູເຄລນ ຮຽກຮ້ອງຕໍ່ພັນທະມິດຕາເວັນຕົກ ໃຫ້ປະຕິບັດຕາມສັນຍາໃນການຈັດສົ່ງອາວຸດໃຫ້ກັບຢູເຄຣນ ລວມທັງລະບົບປ້ອງກັນໄພທາງອາກາດຈາກຣັດເຊຍ.

ຜູ້ນຳຢູເຄຣນ ລະບຸໃນຊ່ວງສັບປະດາກ່ອນວ່າ ກອງທັບຣັດເຊຍ ໄດ້ລະດົມໂຈມຕີຢູເຄຣນ ຫຼາຍຮ້ອຍຄັ້ງ ແລະມີການໃຊ້ລະເບີດໂຕມຕີທາງອາກາດເກືອບ 700 ລູກ ແລະໂດຣນ ຫຼາຍກວ່າ 600 ລຳ.

ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ໄດ້ຍິງໂດຣນ 60 ຈາກ 94 ລຳຕົກ ໃນຊ່ວງຂ້າມຄືນ ຕາມການເປີດເຜີຍຂອງກອງທັບອາກາດຢູເຄຣນ ເມື່ອວັນອາທິດວານນີ້ ແລະອີກ 34 ລຳ “ສູນຫາຍ” ເຊິ່ງເປັນການອະທິບາຍການໃຊ້ລະບົບສົງຄາມອີເລັກໂທຣນິກ ໃນການປ່ຽນທິດທາງຂອງໂດຣນຣັດເຊຍ.

ຜູ້ນຳຢູເຄຣນ ກ່າວຜ່ານແອັປພລີເຄຊັ້ນ ເທເລີແກຣມ ວ່າ “ທຸກອາທິດ ສົງຄາມຣັດເຊຍ ຈະເດີນໜ້າພຽງແຕ່ ເພາະກອງທັບລັດເຊຍ ຍັງຄົງມີຄວາມສາມາດໃນການຄຸກຄາມຢູເຄຣນ ແລະໃຊ້ປະໂຫຍດຈາກຄວາມໄດ້ປຽບເທິງອາກາດ” ແລະຮຽກຮ້ອງຕໍ່ພັນທະມິດຂອງຢູເຄຣນ ໃຫ້ປະຕິບັດຄຳສັນຍາທີ່ໄດ້ໃຫ້ໄວ້ກັບລັດຖະບານກີຢິບ.

ປະທານາທິບໍດີ ເຊເລັນສກີ ກ່າວວ່າ “ການຕັດສິນໃຈທີ່ກອງປະຊຸມສຸດຍອດເນໂຕ້ ໃນນະຄອນວໍຊິງຕັນ ແລະໃນກອງປະຊຸມວ່າດ້ວຍການປ້ອງກັນທາງອາກາດຂອງຢູເຄຣນ ໃນຖານທັບ ແຣມສໄຕນ໌ ຍັງບໍ່ໄດ້ຮັບກນຕອບສະໜອງຢ່າງເຕັມສ່ວນ” ແລະວ່າຢູເຄຣນໄດ້ຫາລືກັບສະຫະລັດ ເຖິງຄວາມເປັນໄປໄດ້ໃນການມອບໃບອະນຸຍາດແກ່ຢູເຄຣນ ໃນການຜະລິດລະບົບປ້ອງກັນໄພທາງອາກາດ ແລະຂີປະນາວຸດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG