ພວກຄອບຄົວຂອງບັນດານັກສຶກສາຮຽນພາສາຕ່າງປະເທດທີ່ມີຄວາມໂສກເສົ້າຈາກທົ່ວເອເຊຍໄດ້ໄປເບິ່ງຊາກຂອງຕຶກອາຄານທີ່ໄດ້ຫັກພັງລົງມາທັບຖົມພວກລູກເຕົ້າຂອງເຂົາເຈົ້າ ຈາກໄພແຜ່ນດິນໄຫວທີ່ເກີດຂຶ້ນໃນເມືອງ Christchurch ປະເທດນີວຊີແລນໃນສັບປະດາຜ່ານມາເປັນຄັ້ງທໍາອິດ. ພວກແຂກຈາກຕ່າງປະເທດປະມານ 250 ຄົນແລະພວກຊາວນີວຊີແລນຫລາຍກວ່າ 100 ຄົນໄດ້ເດີນທາງໄປນໍາລົດບັສຫລາຍຄັນໃນວັນພຸດມື້ນີ້ເພື່ອໄປເບິ່ງຊາກສະຫລັກຫັກພັງຂອງຕຶກອາຄານຕ່າງໆໃນໃຈກາງເມືອງ Christchurch ຮວມທັງຕຶກ Canterbury TV ທີ່ເປັນບ່ອນພັກເຊົາພວກນັກສຶກສາຕ່າງປະເທດ ທີ່ໄປຮຽນພາສາຢູ່ທີ່ນັ້ນ.
ພວກນັກສຶກສາຈໍານວນຫລາຍກວ່າ 60 ຄົນຈາກຍີ່ປຸ່ນ ຈີນ ຟີລິບປິນ ໄທ ແລະຈາກປະເທດອື່ນໆຍັງຊອກຫາບໍ່ເຫັນ ແລະເຊື່ອກັນວ່າຊາກສົບຂອງພວກເຂົາເຈົ້າຍັງຝັງຢູ່ກ້ອງເສດຊາກສະຫລັກຫັກພັງນັ້ນຢູ່. ທ່ານ Dave Cliff ຜູ້ບັນຊາການຕໍາຫລວດກ່າວຕໍ່ບັນດານັກຂ່າວກ່ຽວກັບບັນຍາກາດຂອງການຢ້ຽມຢາມຄັ້ງນີ້ວ່າ ໂສກເສົ້າແລະສະເທືອນຈິດສະເທືອນໃຈ ແຕ່ທ່ານກໍຄຶດວ່າການກະທໍາເຊ່ນນີ້ຊ່ອຍພວກຄອບຄົວພວກນັກສຶກສາເຫັນວ່າແຜ່ນດິນໄຫວທີ່ວ່ານີ້ ໄດ້ສ້າງຄວາມເສຍຫາຍຫລືທໍາລາຍຮ້າຍແຮງຂະໜາດໃດ.
ໃນແຫ່ງອື່ນໆຂອງເມືອງ Christchurch ພວກຊ່ອຍກູ້ໄພໄດ້ຕໍ່ສູ້ກັບລົມແຮງແລະແລະພາຍຸຂີ້ຝຸ່ນເພື່ອເກັບກູ້ຊາກສົບໄດ້ຕື່ມອີກ 5 ສົບໃນຄືນຜ່ານມາແລະວັນພຸດມື້ນີ້ ຊຶ່ງເຮັດໃຫ້ຈໍານວນພວກທີ່ມີການຢືນຢັນວ່າໄດ້ເສຍຊີວິດຈາກໄພແຜ່ນດິນໄຫວເພີ່ມຂຶ້ນເປັນ 160 ຄົນ. ພວກເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າບໍ່ຄາດວ່າຈະໄດ້ພົບເຫັນພວກທີ່ອາດລອດຊີວິດມາໄດ້ຕື່ມອີກ ແລະເຊື່ອວ່າຈໍານວນຜູ້ເສຍຊີວິດທັງໝົດ ຈະຕົກເປັນປະມານ 240 ຄົນ.