ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ທີ່ປຶກສາ ດ້ານຄວາມໝັ້ນຄົງ ແຫ່ງຊາດ Brzezinski ເຖິງແກ່ມໍລະນະກຳແລ້ວ


ທ່ານ Zbigniew Brzezinski ຈາກສູນກາງຍຸດທະສາດ ແລະການສຶກສານາໆຊາດ.
ທ່ານ Zbigniew Brzezinski ຈາກສູນກາງຍຸດທະສາດ ແລະການສຶກສານາໆຊາດ.

ອະ​ດີດ​ທີ່​ປຶກສາດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງສະຫະລັດ ທ່ານ Zbigniew Brze-
zinski ​ໄດ້ເຖິງ​ແກ່​ມໍລະນະ​ກຳ​ແລ້ວ ຮວມອາຍຸ 89 ປີ.

ທ່ານ Brzezinski ​ໄດ້​ເປັນ​ນັກ​ຊ່ຽວຊານກ່ຽວ​ກັບ​ຄອມມິ​ວນິສທີ່ເຄີຍ​ຮັບ​ໃຊ້້ເປັນທີ່​ປຶກ
ສາໃຫ້​ແກ່ປະທານາທິບໍດີ John Kennedy. ທ່ານ​ຍັງ​ໄດ້​ຮັບ​ໃຊ້ໃນ​ລັດຖະບານ​ຂອງ​ປະທານາທິບໍດີ Lyndon Johnson ​ແລະ ປະທານາທິບໍດີ Jimmy Carter​. ​ປະທາ
ນາທິບໍດີທັງ​ສາມ ​ແມ່ນສັງກັດ​ພັກ​ເດ​ໂມ​ແຄຣັດ.

ທ່ານ​ໄດ້​ເປັນ​ເຄື່ອງມື ​ທີ່​ເຮັດ​ໃຫ້ຄວາມ​ຫ່າງ​ໄກ​ລະ​ຫວ່າງຜູ້ນຳ​ອີ​ຈິບທ່ານ Anwar Sa-
dat ​ແລະ​ຜູ້ນຳ​ອິສຣາ​ແອ​ລ ທ່ານ Menachem Begin ປ່ຽນ​ໄປ ຊຶ່ງ​ໄດ້​ນຳ​ໄປ​ສູ່ຂໍ້​ຕົກ
ລົງ​ ທີ່ Camp David.

ທ່ານ Brzezinski ​ເຖິງ​ຢ່າງ​ໃດ​ກໍ​ດີ​ ຍັງເປັນ​ກຳລັງ​ນຳພາ​ໃນ​ຄວາມພະຍາຍາ​ມ ທີ່​ບໍ່​ສຳ
​ເລັດ​ຜົນ ເພື່ອ​ໄປ​ຊ່ວຍ​ໂຕ​ປະກັນ​ຢູ່​ໃນ​ອີຣ່ານ. ຫລັງ​ຈາກປະສົບ​ກັບ​ຄວາມ​ລົ້ມ​ແຫລວ
​ແລ້ວ ລັດຖະມົນ​ຕີ​ຕ່າງປະ​ເທດສະຫະລັດ ທ່ານ Cyrus Vance ​ໄດ້​ລາ​ອອກຈາກ​ຕຳ​
ແໜ່​ງ ​ແລະ​ປະທານາທິບໍດີ Carter ກໍ​ໄດ້​ເສຍໄຊ​ ໃນການ​ເລືອກ​ຕັ້ງ​ ເພື່ອ​ເຂົ້າຮັບ​ຕຳ​
ແໜ່​ງຕື່ມ​ອີກໃນ​ປີ​ນັ້ນ ​ໃຫ້​ແກ່ປະທານາທິບໍດີ Ronald Reagan.

ສື່​ມວນ​ຊົນ​ລາຍ​ງານ​ວ່າ ທ່ານ Brzezinski ບໍ່​ໄດ້​ເປັນ​ຜູ້​ສະໜັບສະໜູນ​ໃນ​ການ​ເລືອກ
​ຕັ້ງທ່ານ ດໍ​ໂນ​ລ ທຣໍາ ​ໂດຍໄດ້ຕິຕຽນ​ນະ​ໂຍບາຍການ​ຕ່າງປະ​ເທດ​ຂອງ​ທ່ານ​ທຣຳວ່າ
ບໍ່​ຈະແຈ້ງ.

ອະດີດປະທານາທິບໍດີ Jimmy Carter ຮ່ວມກັບ ລັດຖະມົນຕີຕ່າງປະເທດ ທ່ານ Cyrus (ຂວາ) ແລະທ່ານ Zbigniew Brzezinski (ຊ້າຍ) ທີປຶກສາຄວາມໝັ້ນຄົງແຫ່ຊາດ.
ອະດີດປະທານາທິບໍດີ Jimmy Carter ຮ່ວມກັບ ລັດຖະມົນຕີຕ່າງປະເທດ ທ່ານ Cyrus (ຂວາ) ແລະທ່ານ Zbigniew Brzezinski (ຊ້າຍ) ທີປຶກສາຄວາມໝັ້ນຄົງແຫ່ຊາດ.


ໃນ​ປີ 2011 ທ່ານ Brzezinski ​ໄດ້ກ່າວຢູ່ໃນ​ປື້​ມຂອງ​ທ່ານທີ່​ມີ​ຊື່ວ່າ ວິ​ໄສ​ທັດ​ຍຸດ​ທະ​ສາດ
ຫຼື Strategic Vision: ອາ​ເມຣິກາ ​ແລະ​ວິ​ກິດ​ການ​ອຳນາດ​ໂລກ ທີ່ວ່າ ຄວາມ​ເຂັ້ມ​ແຂງ​
ຂອງ​ສະຫະລັດ​ຢູ່​ໃນ​ຕ່າງ​ປະ​ເທດ ແມ່ນ​ເປັນ​ທີ່​ສຳຄັນ ​ຕໍ່ ສະຖຽນ​ລະ​ພາບ​ຂອງ​ໂລກ ​ແຕ່
ມັນ​ຍັງ​ຂຶ້ນ​ຢູ່​ກັບ​ຄວາມ​ສາມາດ​ຂອງ​ອາ​ເມຣິກາ ທີ່​ຈະ​ເອົາ​ຊະນະ​ ​ໃນ​ຄວາມ​ບໍ່​ສະ​ເໝີ​ພາຍ
​ໃນ​ເລື່ອງລາຍ​ໄດ້ ແລະ​ຍັງຈະ​ຕ້ອງ​ຮັບ​ມືແບບ​ມີຄວາມໝາຍ ​ຕໍ່​ການ​ປ່ຽນ​ແປງຂອ​ງ​ດິນ​ຟ້າ​ອາກາດ.

ປະທານາທິບໍດີ Carter ຈັບມືກັບ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານ Zbigniew Brzezinski ໃນຂະນະທີ່ມອບຫລຽນຕາຄຳຊອບອິດສະລະພາບ.
ປະທານາທິບໍດີ Carter ຈັບມືກັບ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານ Zbigniew Brzezinski ໃນຂະນະທີ່ມອບຫລຽນຕາຄຳຊອບອິດສະລະພາບ.

ທ່ານ Brzezinski ​ແມ່ນ​ລູກ​ຊາຍ​ຂອງ​ນັກ​ການ​ທູດໂປ​ແລນ ​ແລະ​ທ່ານໄດ້​ເຂົ້າ​ໂຮງຮຽນ​
ຢູ່​ປະ​ເທດ​ກາ​ນາ​ດາ ຝຣັ່ງ ​ແລະ​ເຢຍຣະມັນ. ທ່ານ Brzezinski ​ໄດ້​ຮັບ​ປະລິນຍາ​ເອກ​
ຝ່າຍ​ລັດຖະບານ ​ຈາກມະຫາວິທະຍາ​ໄລ Harvard.

ລູກ​ສາວ​ຂອງ​ທ່ານ ​ເປັນ​ນັກ​ຂ່າວ​ໃຫ້​ໂທລະພາບ MSNBC ຍາ​ນາງ Mlka Brzezinski ​ໄດ້ກ່າວ​ໃນ​ສື່​ສັງ​ຄົມ​ວ່າ ຍານາງ​ໄດ້​ຮູ້​ທ່ານ​ວ່າ “​ເປັນຜູ້​ຊັກຈູງ​ໃຈ​ທີ່​ດີ​ທີ່ສຸດ ຮັກຫອມ ​ແລະ
ອຸທິດ​ການເປັນ​ພໍ່​ທີ່ເສຍ​ສະລະ ທີ່​ແມ່ຍິງ​ໃດໆ​ໄດ້​ຮັບ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG