ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Zarif ກ່າວວ່າ ຊາອຸດີອາຣາເບຍ ຕ້ອງເລືອກ ລະຫວ່າງ ການແບ່ງແຍກເຜົ່າພັນ ຫຼື ສະຖຽນລະພາບ ໃນຂົງເຂດ


ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif, ຊຶ່ງເປັນຜູ້ເຈລະຈາ ຂໍ້ຕົກລົງນິວເຄລຍ ລະດັບສູງ ກ່າວຖະແຫລງ ໃນການເປີດກອງປະຊຸມ ສະພາແຫ່ງຊາດອີຣ່ານ ໃນນະຄອນຫຼວງເຕຫະຣ່ານTehran.
ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif, ຊຶ່ງເປັນຜູ້ເຈລະຈາ ຂໍ້ຕົກລົງນິວເຄລຍ ລະດັບສູງ ກ່າວຖະແຫລງ ໃນການເປີດກອງປະຊຸມ ສະພາແຫ່ງຊາດອີຣ່ານ ໃນນະຄອນຫຼວງເຕຫະຣ່ານTehran.

ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ Mohammad
Javad Zarif ກ່າວວ່າ ຊາອຸດີອາຣາເບຍ ຕ້ອງໄດ້ເລືອກເອົາ
ລະຫວ່າງ “ການສະໜັບສະໜູນ ລັດທິຫົວຮຸນແຮງຈັດ ກັບ
ການສົ່ງເສີມຄວາມກຽດຊັງແບ່ງແຍກເຜົ່າພັນ”
ຫຼື ຈະເປັນ
ຜູ້ມີບົດບາດທີ່ສ້າງສັນ ໃນການສົ່ງເສີມສະຖຽນລະພາບໃນ
ຕາເວັນອອກກາງ.

ຢູ່ໃນບົດຄຳເຫັນສະບັບວັນຈັນ ທີ່ພິມລົງ ວາລະສານ New
York Times ນັ້ນ ທ່ານ Zarif ໄດ້ຕຳນິການທີ່ຊາອຸດີ ຄັດຄ້ານ
ຂໍ້ຕົກລົງນິວເຄລຍ ທີ່ອີຣ່ານໄດ້ບັນລຸ ກັບບັນດາປະເທດມະຫາ
ອຳນາດ ພ້ອມດ້ວຍ ການປະຕິບັດການທາງດ້ານທະຫານ ຢູ່
ໃນເຢເມນຂອງຊາອຸດີອາຣາເບຍ ການໂຈມຕີຕໍ່ສະຖານການທູດຕ່າງໆ ແລະ ເຫດການ
ຢຽບກັນ ເມື່ອປີກາຍນີ້ຢູ່ໃນພິທີ hajj ທີ່ໄດ້ເຮັດໃຫ້ຊາວອີຣ່ານຫຼາຍຮ້ອຍຄົນເສຍຊີວິດ.

ເມື່ອປີກາຍນີ້ ຄວາມເຄັ່ງຕຶງລະຫວ່າງ ອີຣ່ານ ກັບ ຊາອຸດີອາຣາເບຍ ສອງປະເທດ ທີ່ມີ
ອິດທິພົນຢູ່ໃນຂົງເຂດ ໄດ້ເພີ້ມສູງຂຶ້ນ ຂະນະທີ່ ແຕ່ລະຝ່າຍແມ່ນຢືນຢູ່ກົງກັນຂ້າມກັນ
ໃນບັນຫາຂໍ້ຂັດແຍ້ງໃນເຢເມນ ແລະ ຊີເຣຍ.

Saudi Iran Arab League
please wait

No media source currently available

0:00 0:02:13 0:00

XS
SM
MD
LG