ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບ ມື້ລາງ ປະທານາທິບໍດີ ແຊມເບຍ ສົ່ງໄປເຖິງ ປະເທດ ຂອງທ່ານແລ້ວ



ພວກທະຫານແລະເຈົ້າໜ້າທີ່ລັດຖະບານ ໄປຕ້ອນຮັບສົບ ຂອງມື້ລາງ ປະທານາທິບໍດີ Michael Sata ທີ່ສະໜາມບິນນາໆຊາດ Lusaka (ວັນທີ 1 ພະຈິກ 2014)
ພວກທະຫານແລະເຈົ້າໜ້າທີ່ລັດຖະບານ ໄປຕ້ອນຮັບສົບ ຂອງມື້ລາງ ປະທານາທິບໍດີ Michael Sata ທີ່ສະໜາມບິນນາໆຊາດ Lusaka (ວັນທີ 1 ພະຈິກ 2014)

ສົບ​ຂອງ​ມື້​ລາງ ປະທານາທິບໍດີ ​ແຊມ​ເບຍ ​ຖືກສົ່ງໄປເຖິງປະ​
ເທດດັ່ງກ່າວແລ້ວ ​ໃນ​ວັນ​ເສົາ​ມື້​ນີ້​.

ທ່ານ Michael Sata ​ໄດ້​ເຖິງແກ່ອະສັນຍະກຳ​ໃນ​ວັນ​ອັງ
ຄານຜ່ານ​ມາຢູ່ທີ່ໂຮງ ໝໍ ໃນນະຄອນ​ຫຼວງລອນ​ດອນ ຍ້ອນ
ການ​ເຈັບ​ປ່ວຍ​ທີ່​ບໍ່ໍຊາບວ່າແມ່ນຫຍັງແທ້.

ລັດຖະມົນຕີກະຊວງຖະ​ແຫລ​ງຂ່າວ ທ່ານ Joseph Katema
ກ່າວ​ວ່າ ສົບ​ຂອງມື້ລາງປະທານາທິບໍດີ ຈະຖືກນຳໄປ​ດອຍ​ໄວ້
​ຢູ່ຫ້ອງປະຊຸມໃຫຍ່​ Mulungushi ຂອງລັດຖະບານທີ່ນະຄອນ
Lusaka ແລະ​ພິທີ​ຊາປະນາ​ກິດ​ສົບຢ່າງ​ເປັນ​ທາງ​ການ ຈະ​ຈັດ​
ຂື້ນ​ໃນ​ວັນ​ທີ 11​ ເດືອນພະຈິກ.

​ເປັນ​ເວລາ​ຫລາຍ​ເດືອນມາແລ້ວ ທີ່​ບັນດາ​ເຈົ້າ​ໜ້າ​ທີ່ຂອງແຊມເບຍ​ໄດ້​ປະຕິ​ເສ​ດ ຊໍ້າ​ ແລ້​ວ
ຊໍ້​າ​ອີກວ່າ ທ່ານ Sata ບໍ່​ໄດ້​ເຈັບ​ປ່ວຍ ​ເຖິງ​ແມ່ນ​ວ່າ ​ໄດ້​ເດີນ​ທາງ​ໄປ ຊອກ​ຫາ​ການ​ປິ່ນ
​ປົວ​ຢູ່​ຕ່າງປະ​ເທດຫລາຍໆຄັ້ງ.

ທ່ານ Sata ​ໄດ້​ນຳພາແຊມ​ເບຍ ນັບ​ຕັ້ງ​ແຕ່​ໄດ້​ຮັບໄຊຊະນະ​ໃນການ​ເລືອກ​ຕັ້ງ ​ເມື່ອ​ປີ
2011 ທີ່ເຮັດໃຫ້ການປົກຄອງ ຂອງຂະບວນການທີ່ປະກອບດ້ວຍຫຼາຍ ພັກປະຊາທິ
ປະໄຕ ເປັນເວລາ 20 ສິ້ນສຸດລົງ. ມັນ​ເປັນ​ຄວາມ​ພະຍາຍາມ​ຄັ້ງ​ທີ​ສີ່ຂອງທ່ານ ເພື່ອ
ເຂົ້າ​ເປັນປະທານາທິບໍດີ.

ຮອງ​ປະທານາທິບໍດີ ​ແຊ​ມ​ເບຍ ທ່ານ Guy Scott ກ່າວ​ວ່າ ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ
ບໍດີ ຈະ​ຈັດ​ຂື້ນພາຍ​ໃນ​ 90 ​ມື້.

ທ່ານ​ Scott ບໍ່​ສາມາດ​ສະໝັກເຂົ້າແຂ່ງຂັນ​ເປັນປະທານາທິບໍດີໄດ້ ​ເພາະວ່າ ພໍ່​ແມ່​ຂອງ
ທ່ານ ເກີ​ດຢູ່ Scotland. ​ເຖິງ​ຢ່າງໃດ​ກໍ​ດີ ໃນອາທິດ​ແລ້ວ​ນີ້ ລັດຖະບານແຊມ​ເບຍ ​ໄດ້​ສະ
​ເໜີ​ຕໍ່​ບັນດາ​ຜູ້​ແທນ​ສະພາ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບໃໝ່ ທີ່​ຈະ​ລົບ​ລ້າງການ​
ເກີດ​ຂອງ​ພໍ່​ແມ່ຕ້ອງເປັນຊາວ​ແຊມ​ເບຍ ທີ່ມີການ ບັງຄັບສຳລັບບັນດາຜູ້​ສະໝັກທຸກໆຄົນ.

ທ່ານ scott ​ເປັນ​ຜູ້ນຳຄົນຜິວ​ຂາວ​ຜູ້ທຳ​ອິດ ຢູ່ໃນເຂດພາກໃຕ້ທະເລຊາຍຊາຮາຣາ ​ໃນ
ຮອບ 20 ປີ ຫລັງຈາກໄດ້ຖືກສະເໜີ​ໃຫ້​ເປັ​ນປະທານາທິບໍດີ​ຊົ່ວຄາວລຸນ ຫລັງ​ທີ່ທ່ານ
Sata ​ໄດ້​ເຖິງແກ່ອະສັນຍະກຳ.

ZAMBIA PRESIDENT VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG