ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳພັກຝ່າຍຄ້ານ ທີ່ມີຊື່ສຽງ ຂອງ ແຊມເບຍ ຖືກຟ້ອງ ໃນຂໍ້ຫາ ທໍລະຍົດຕໍ່ຊາດ


ຜູ້ນຳພັກຝ່າຍຄ້ານ ທີ່ມີຊື່ສຽງ ຂອງປະເທດ Zambia ທ່ານ Hakainde Hichilema, ໄດ້ຖືກຟ້ອງ ຖານທໍລະຍົດຕໍ່ຊາດ ຫຼັງຈາກທີ່ໄດ້ຖືກກ່າວຫາວ່າ ກີດກັນຂະບວນລົດ ຂອງປະທາ
ນາທິບໍດີ ເມື່ອບໍ່ດົນມານີ້, ວັນພຸດ ທີ 12 ເມສາ 2017.
ຜູ້ນຳພັກຝ່າຍຄ້ານ ທີ່ມີຊື່ສຽງ ຂອງປະເທດ Zambia ທ່ານ Hakainde Hichilema, ໄດ້ຖືກຟ້ອງ ຖານທໍລະຍົດຕໍ່ຊາດ ຫຼັງຈາກທີ່ໄດ້ຖືກກ່າວຫາວ່າ ກີດກັນຂະບວນລົດ ຂອງປະທາ ນາທິບໍດີ ເມື່ອບໍ່ດົນມານີ້, ວັນພຸດ ທີ 12 ເມສາ 2017.

ຜູ້ນຳພັກຝ່າຍຄ້ານ ທີ່ມີຊື່ສຽງ ຂອງປະເທດ Zambia ໄດ້ຖືກຟ້ອງ ຖານທໍລະຍົດຕໍ່ຊາດ
ຫຼັງຈາກທີ່ໄດ້ຖືກກ່າວຫາວ່າ ກີດກັນຂະບວນລົດຂອງປະທານາທິບໍດີ ເມື່ອບໍ່ດົນມານີ້
ອີງຕາມການກ່າວອ້າງຂອງຕຳຫຼວດ ໃນວັນພຸດວານນີ້.

ທ່ານ Hakainde Hichilema ຜູ້ທີ່ໄດ້ກ່າວວ່າ ທ່ານບໍ່ຈື່ໂຕ ອະດີດ ຄູ່ແຂ່ງ ທ່ານ Edgar
Lungu ໃນຖານະທີ່ເປັນປະທານາທິບໍດີ ທີ່ຖືກຕ້ອງຕາມກົດໝາຍ ໄດ້ຖືກຈັບກຸມ ເມື່ອ
ຕອນແລງວັນຈັນຜ່ານມານີ້.

ຜູ້ບັນຊາການຕຳຫຼວດ ທ່ານ Kakoma Kanganja ໄດ້ບອກບັນດານັກຂ່າວໃນ
ນະຄອນຫຼວງ Lusaka ວ່າ “ມັນໄດ້ຖືກຕັ້ງຂໍ້ຫາວ່າ ຜູ້ນຳພັກຝ່າຍຄ້ານ ບໍ່ໄດ້ປະຕິບັດ
ຕາມຄຳສັ່ງຂອງຕຳຫຼວດ ເພື່ອໃຫ້ເປີດເສັ້ນທາງ ດ້ວຍເຫດນັ້ນ ຈຶ່ງໄດ້ເຮັດໃຫ້ຊີວິດ
ຂອງຜູ້ນຳປະເທດ ຕົກຢູ່ໃນອັນຕະລາຍ.”

ທ່ານກ່າວຕື່ມວ່າ “ພວກເຮົາໄດ້ກ່າວຟ້ອງ ທ່ານ Hichilema ແລະ ອີກ 5 ຄົນ ດ້ວຍ
ຂໍ້ຫາທໍລະຍົດຕໍ່ຊາດ.”

ບໍ່ມີການວາງເງິນຄ່າປະກັນໂຕ ສຳລັບຂໍ້ຫາ ທໍລະຍົດຕໍ່ຊາດ ຊຶ່ງອາດຈະມີ ໂທດເຖິງຂັ້ນ
ປະຫານຊີວິດ ກໍເປັນໄດ້.

ການຈັບກຸມ ດັ່ງກ່າວ ແມ່ນສ່ວນນຶ່ງທີ່ເກີດມາຈາກ ການໂຕ້ຖຽງກັນຢ່າງໜັກ ກ່ຽວກັບ
ການເລືອກຕັ້ງປະທານາທິບໍດີ ທີ່ທັງສອງຝ່າຍຄູ່ແຂ່ງ ຕ່າງກໍອ້າງວ່າ ຕົນໄດ້ຮັບຊະນະ.

ໂຄສົກຂອງພັກຝ່າຍຄ້ານ ທ່ານ Charles Kakoma ໄດ້ກ່າວວ່າ ຕຳຫຼວດໄດ້ພັງປະຕູ ເຮືອນຂອງທ່ານ Hichilema ເມື່ອຕອນແລງວັນຈັນຜ່ານມານີ້ ແລະໄດ້ຕັນປະຕູທາງ
ເຂົ້າ ແລະ ປະຕູເຮືອນ ເພື່ອບໍ່ໃຫ້ໜີອອກໄປໄດ້ ແລ້ວໄດ້ຍິງລະເບີດແກັສໃສ່ພວກຜູ້
ອາໄສ ແລະຕໍ່ຈາກນັ້ນ ໄດ້ນຳເອົາໂຕເພິ່ນໄປ.

ນີ້ແມ່ນການຈັບກຸມ ທ່ານ Hichilema ເທື່ອທີສອງ ນັບຕັ້ງແຕ່ເດືອນຕຸລາ ເປັນຕົ້ນມາ
ໃນເວລາຕຳຫຼວດໄດ້ຄວບຄຸມໂຕລາວ ແລະໄດ້ກ່າວຟ້ອງລາວ ແລະ ຜູ້ຮອງຂອງລາວ
ຖານປຸກລະດົມ ກ່ຽວກັບການກ່າວອ້າງ ຂອງພວກເຂົາເຈົ້າ ທີ່ວ່າ ການເລືອກຕັ້ງນັ້ນ
ບໍ່ຍຸຕິທຳ. ນອກນີ້ ພວກຜູ້ສະໜັບສະໜູນຝ່າຍຄ້ານ ຫຼາຍສິບຄົນ ກໍຍັງໄດ້ຖືກຈັບກຸມ
ໃນເວລາດຽວກັນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາລາວ

XS
SM
MD
LG