ກະຊວງການຕ່າງປະເທດໄດ້ຮຽກຕົວທ່ານເອກອັກຄະລັດຖະທູດຂອງສະຫະລັດ ປະຈຳແຊມເບຍ (Zambia) ກັບປະເທດ ພາຍຫລັງທີ່ທ່ານໄດ້ຕຳໜິປະເທດທີ່ ຕັ້ງຢູ່ໃນທະວີບອາຟຣິກາໃຕ້ແຫ່ງນັ້ນຢ່າງແຮງ ທີ່ໄດ້ເອົາຄົນຮັກຮ່ວມເພດຄູ່ນຶ່ງ ເຂົ້າຄຸກຍ້ອນໄດ້ຮ່ວມເພດກັນ.
ໂຄສົກກະຊວງການຕ່າງປະເທດເວົ້າວ່າ ການເຮັດວຽກຂອງເອກອັກຄະລັດຖະທູດດານຽລ ຟູດທ໌ ( Daniel Foote) ຢູ່ໃນແຊມເບຍ (Zambia) ແມ່ນ "ບໍ່ເໝາະສົມຕໍ່ໄປອີກແລ້ວ" ເພາະວ່າປະທານາທິບໍດີ ເອດກາ ລັງກູ (Edgar Lungu) ຂອງແຊມເບຍເວົ້າວ່າ ເພິ່ນບໍ່ຢາກເຮັດວຽກັບທ່ານຟູດທ໌ (Foote) ອີກຕໍ່ໄປແລ້ວ.
ໂຄສົກຄົນດັ່ງກ່າວເວົ້າວ່າ "ເຖິງແມ່ນວ່າຈະໄດ້ກະທຳການເຊັ່ນນີ້ກໍຕາມ ສະຫະລັດກໍຍັງມີຄວາມໝາຍໝັ້ນ ຕໍ່ການເປັນຄູ່ພາຄີກັບປະຊາຊົນຊາວແຊມເບຍຢູ່." ທ່ານກ່າວເພີ້ມອີກວ່າ ສະຫະລັດ "ຄັດຄ້ານຢ່າງໜັກ ຕໍ່ການກະທຳທີ່ເປັນການ ລະເມີດສິດຂອງພວກຄົນຮັກຮ່ວມເພດ ຫລື LGBTI. ລັດຖະບານຂອງປະເທດຕ່າງໆ ມີໜ້າທີ່ໃນການຮັບປະກັນວ່າ ທຸກຄົນສາມາດໄດ້ຮັບສິດທິມະນຸດແບບ ທົ່ວໄປຢ່າງເສລີ ແລະມີອິດສະຫລະພາບແບບພື້ນຖານ ທີ່ພວກເຂົາເຈົ້າສົມຄວນໄດ້ຮັບ."
ເອກອັກຄະລັດຖະທູດຟູດທ໌ (Foote) ເວົ້າໃນເດືອນແລ້ວນີ້ວ່າ ທ່ານຮູ້ສຶກຫົດຫູ່ ຕໍ່ຄຳຕັດສິນຢູ່ໃນສານແຫ່ງນຶ່ງຂອງແຊມເບຍຕໍ່ຜູ້ຊາຍສອງຄົນ ວ່າໃຫ້ຖືກຈຳຄຸກ 15 ປີ ຍ້ອນໄດ້ຮ່ວມເພດກັນ ຊຶ່ງເປັນສິ່ງທີ່ສານດັ່ງກ່າວເວົ້າວ່າ "ເປັນການຂັດກັບທຳມະຊາດ" ນັ້ນ.
ເມື່ອພວກເຈົ້າໜ້າທີ່ແຊມເບຍຕຳໜິປະຕິກິລິຍາສະແດງອອກຂອງທ່ານຟູດທ໌, ທ່ານກໍເວົ້າວ່າ ສິ່ງທີ່ພວກເຂົາເຈົ້າຢາກໄດ້ບໍ່ມີຫຍັງ ນອກຈາກພວກນັກການທູດ "ທີ່ເປີດກະເປົາເງິນໄວ້ ແລະອັດປາກໄວ້."
ແຊມເບຍຍັງບໍ່ທັນໄດ້ໃຫ້ຄຳຄິດເຫັນໃດໆ ຕໍ່ການຖອນເອົາທ່ານຟູດທ໌ ອອກໄປຈາກປະເທດນັ້ນ. ປະເທດດັ່ງກ່າວ ໄດ້ຮັບເງິນຊ່ວຍເຫລືຈາກສະຫະລັດຫລາຍລ້ານໂດລາໃນແຕ່ລະປີ.
ສຫລ ຮຽກຕົວເອກອັກຄະລັດຖະທູດ ປະຈຳແຊມເບຍ ກັບຄືນປະເທດ ຍ້ອນຕຳໜິປະເທດດັ່ງກ່າວທີ່ ເອົາຄົນຮັກຮ່ວມເພດ ເຂົ້າຄຸກ
