ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຝ່າຍຄ້ານ ຂອງແຊມເບຍ ຮຽກຮ້ອງ ພວກສະໜັບສະໜູນພັກ ໃຫ້ຫລີກລ່ຽງ ຄວາມຮຸນແຮງ


ທ່ານ Hakainde Hichilema ຜູ້ນຳພັກຝ່າຍຄານ United Party for National Development ທີ່ເອີ້ນຫຍໍ້ວ່າ UPND ຂອງປະເທດແຊມເບຍ.
ທ່ານ Hakainde Hichilema ຜູ້ນຳພັກຝ່າຍຄານ United Party for National Development ທີ່ເອີ້ນຫຍໍ້ວ່າ UPND ຂອງປະເທດແຊມເບຍ.

ຜູ້ນຳພັກຝ່າຍຄ້ານຫຼັກ United Party for National
Development ທີ່ເອີ້ນຫຍໍ້ວ່າ UPND ຂອງປະເທດແຊມເບຍ
ໄດ້ຮຽກຮ້ອງ ບັນດາຜູ້ສະໜັບສະໜູນ ໃຫ້ຕ້ານຢັນການກະທຳ
ຄວາມຮຸນແຮງດ້ານການເມືອງໃດໆ ເຖິງແມ່ນຈະເປັນອັນທີ່ພັກ
ກ່າວວ່າ ເປັນການເກາະຜິດຢ່າງສຸດຂີດ ໂດຍພັກ Patriot Front
ເອີ້ນຫຍໍ້ວ່າ PF ທີ່ປົກຄອງປະເທດໃນປັດຈຸບັນ ກ່ອນໜ້າການ
ເລືອກຕັ້ງໃຫຍ່ ໃນວັນທີ 11 ສິງຫາ ທີ່ຈະມາເຖິງ.

ທ່ານ Hakainde Hichilema ຍັງໄດ້ຮຽກຮ້ອງ ປະຊາຄົມນານາ
ຊາດ ໃຫ້ສັງເກດການເບິ່ງ ອັນທີ່ທ່ານເອີ້ນວ່າ ການລະເມີດຕໍ່ສິດ
ທິມະນຸດ ໂດຍສະຖາບັນການປົກຄອງລັດ ເຊັ່ນຕຳຫຼວດນັ້ນ.

ຖະແຫລງການຂອງທ່ານ ມີຂຶ້ນຫລັງຈາກທີ່ ທ່ານ Geoffrey Mwamba ຜູ້ນຳ ສະມາຊິກ
ຂອງພັກ UPND ໄດ້ຖືກຈັບກຸມ ແລະ ຖືກກ່າວຫາວ່າ ທຳການຂຸດເຈາະຊອກຄົ້ນ ທີ່ຜິດ
ກົດໝາຍ.

ທ່ານ Charity Chanda ໂຄສົກຂອງຕຳຫຼວດ ກ່າວວ່າ ບັນດາເຈົ້າໜ້າທີ່ຕຳຫຼວດ ຍັງ
ເກັບກູ້ມາໄດ້ ອາວຸດຈຳນວນໜຶ່ງ ລວມທັງ ພ້າ ຫອກ ຂອງຊາວອາຟຣິກາ ລູກປືນ 8 ລູກ
ແລະ ປືນ ຢູ່ໃນພື້ນທີ່ຂອງ ທ່ານ Mwamba ໃນນະຄອນຫຼວງ Lusaka.

ພັກ UPND ໄດ້ຖືກກ່າວຫາວ່າ ໄດ້ຝຶກແອບພວກທະຫານບ້ານ ກ່ອນໜ້າການຢັ່ງຫາງ
ສຽງຕ່າງໆ. ເມື່ອບໍ່ນານມານີ້ ສື່ມວນຊົນ ໄດ້ອ້າງເຖິງຄຳເວົ້າຂອງ ປະທານາທິບໍດີ Edgar
Lungu ທີ່ກ່າວວ່າ ທ່ານໄດ້ຮັບລາຍງານລັບ ວ່າ ພັກ UPND ແມ່ນພວມຝຶກແອບ ພວກ
ຊາວນຸ່ມ 250 ຄົນ ເພື່ອສ້າງຄວາມຮຸນແຮງ ໃນລະຫວ່າງການເລືອກຕັ້ງ.

ແຕ່ ຜູ້ນຳພັກ UPND ທ່ານ Hichilema ກ່າວວ່າ ການຈັບກຸມ ທ່ານ Mwamba ແລະ
ບັນດາຜູ້ສະໜັບສະໜູນພັກຝ່າຍຄ້ານ ອີກ 21 ຄົນນັ້ນ ແມ່ນ ການປົກຄອງຂອງພັກ PF
ທີ່ນຳໃຊ້ສະຖາບັນຂອງລັດ ເພື່ອຮາວີ ແລະ ຂົ່ມຂູ່ ພວກທີ່ສະໜັບສະໜູນພັກ UPND
ໃນການແຂ່ງຂັນເລືອກຕັ້ງທີ່ຈະມາເຖິງນີ້. ທ່ານກ່າວອີກວ່າ ປະທານາທິບໍດີ ປາກົດວ່າ
ບໍ່ສາມາດຢຸດຢັ້ງຄວາມຮຸນແຮງທີ່ມີຢູ່ຕໍ່ມາ ຊຶ່ງທ່ານກ່າວວ່າ ອາດທະວີຂຶ້ນ ຖ້າບໍ່ພ້ອມທີ່
ຈະຮັບມືກັບບັນຫາດັ່ງກ່າວ.

XS
SM
MD
LG