ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Edgar Lungu ​ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ແຊມເບຍ


ທ່ານ Edgar Lungu (ຂວາ) ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນໃໝ່ ຂອງແຊມເບຍ (25 ມັງກອນ 2015)
ທ່ານ Edgar Lungu (ຂວາ) ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນໃໝ່ ຂອງແຊມເບຍ (25 ມັງກອນ 2015)

ທ່ານ Edgar Lungu ​ໄດ້​ສາບານໂຕເຂົ້າຮັບຕຳແໜ່ງເປັນ
ປະທານາທິ ບໍດີຄົນທີ 6 ​ຂອງ​ແຊມເບຍຫລັງຈາກໄດ້ຮັບໄຊ
ຊະນະຢ່າງຫ​ວຸດ​ຫວິດ ໃນການປ່ອນບັດທີ່ປະຕິເສດ
ໂດຍຝ່າຍຄ້ານ.

ຄະນະ​ກຳມທິການ​ເລືອກ​ຕັ້ງ ກ່າວວ່າ ທ່ານ Lungu ຈາກພັກ
​ແນວ​ໂຮມຮັກ​ຊາດ ທີ່​ປົກຄອງ​ປະ​ເທດ​ໃນ​ຂະນະ​ນີ້ ​ໄດ້​ຊະນະ
​ດ້ວຍ​ຄະ​ແນນ​ສຽງ 48.3 ​ເປີ​ເຊັນ. ສ່ວນ​ຄູ່​ແຂ່ງ​ຂອງ​ທ່ານ ຄື
ທ່ານ Hakainde Hichilema ຈາກ​ພັກ​ສາມັກຄີ ​ເພື່ອ​ການ
​ພັດທະນາແຫ່ງຊາດ​ ນຳ​ຫລັງ​ມາ​ເປັນອັນ​ດັບ​ສອງ ​ດ້ວຍ​
ຄະ​ແນນສຽງ 46.7 ​ເປີ​ເຊັນ.

ທ່ານ Hichilema ໄດ້ກ່າວຫາວ່າ ການເລືອກຕັ້ງຊຶ່ງສິ້ນສຸດລົງໃນວັນ ເສົາວານນີ້ ໄດ້ຖືກ
ລັກຂະໂມຍເອົາ ແລະບໍ່ໄດ້ສະທ້ອນໃຫ້ເຫັນເຖິງ ຄວາມປາຖະໜາ ຂອງປະຊາຊົນຊາວ
ແຊມເບຍ. ການ​ເລືອກ​ຕັ້ງໄດ້​ເລີ້ມ​ຂຶ້ນ ເມື່ອວັນ​ທີ 20 ມັງກອນຜ່ານມາ ​ແຕ່​ໄດ້ຕໍ່ເວລາ​
ອອກ​ໄປ ຍ້ອນ​ຝົນ​ທີ່​ຕົກ​ໜັກ​ໃນ​ບາງ​ພື້ນ​ທີ່​ຂອງ​ການ​ເລືອກ​ຕັ້ງ.

ການເລືອກຕັ້ງໄດ້ມີຂຶ້ນຍ້ອນການເຖິງແກ່ອະສັນຍະກຳ​ຂອງ​ມື້ລາງປະ ທານາທິບໍດີ
Michael Sata ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້. ທ່ານ Lungu ຈະ​ປະຕິບັດ​ໜ້າ​ທີ່ ​ໃນສ່ວນ
​ທີ່​ເຫຼືອ ຂອງການດຳລົງຕຳແໜ່ງຂອງ​ທ່ານ Sata ຈົນ​ກວ່າ​ຈະ​ມີ​ການ​ເລືອກ​ຕັ້ງໃໝ່
ໃນ​ປີ​ໜ້າ.

ທ່ານ Lungu ​ທີ່​ເປັນ​ລັດຖະມົນຕີກະຊວງ​ຍຸດຕິ​ທຳ ​ແລະກະຊວງ​ປ້ອງ​ກັນ​ປະ​ເທດ ກ່າວ
​ວ່າ ທ່ານ​ຢາກ​ຈະ​ດຳ​ເນີນ​ ໂຄງການພັດທະນາ​ເສດ ຖະກິດຕ່າງໆ ທີ່​ທ່ານ Sata ​ໄດ້ລິເລີ້ມ
ມາ​ແລ້ວນັ້ນ ໃຫ້​ສຳ​ເລັດ.

ການໄປປ່ອນ​ບັດ​ຂອງປະຊາຊົນ ​ແມ່ນ​ມີ​ຈຳນວນເບົາບາງ ​ປະມານ 32 ​ເປີເຊັນສ່ວນນຶ່ງ
ກໍເປັນຍ້ອນ​ວ່າສະພາບ​ອາກາດ​ທີ່​ບໍ່​ດີ. ​ບັນດາຜູ້​ສັງ​ເກດ​ການ ກ່າວ​ຖະ​ແຫລ​ງຕໍ່​ອົງການ​
ຂ່າວ Reuters ວ່າການ​ເລືອກ​ຕັ້ງ​ແມ່ນ​ດຳເນີນໄປແບບເປັນ​ທຳ.

ທ່ານ Guy Scott ຮອງປະທານາທິບໍດີ​ຂອງທ່ານ Sata ກຳລັງ​ຮັບ​ໜ້າ​ທີ່​ ເປັນຜູ້ຮັກສາ​
ການ​ຕຳແໜ່ງປະທານາທິບໍດີ ຢູ່ໃນເວລານີ້. ທ່ານ Scott ບໍ່​ມີສິດ​ເຂົ້າ​ແຂ່ງຂັນ​ເອົາ​ຕຳ
​ແໜ່​ງ​ປະທານາທິບໍດີໄດ້ ​ເພ​າະວ່າ ພໍ່​ແມ່​ຂອງ​ທ່ານບໍ່​ໄດ້​ເກີດ​ຢູ່​ໃນ​ແຊມ​ເບຍ ຊຶ່ງ​ພໍ່​ແມ່​ຂອງທ່ານ​ເປັນ​ຊາວ​ສະ​ກັອດ​ແລນ.

ZAMBIA ELECTION WINNER VIDEO
please wait

No media source currently available

0:00 0:00:22 0:00

XS
SM
MD
LG