ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳກຸ່ມກະບົດ ແບ່ງແຍກດິນແດນ ນິຍົມ ຣັດເຊຍ ຖືກລອບ ສັງຫານ ໃນພາກຕາເວັນອອກ ຢູເຄຣນ

ທະຫານຕິດອາຍຸດ ຢືນຍາມ ຢູ່ເຂດປິດລ້ອມໄວ້ ໃກ້ໆກັບຮ້ານກາເຟ, ບ່ອນທີ່ຜູ້ນຳຂອງກຸ່ມແບ່ງແຍກດິນແດນ ທີ່ສະໜັບສະໜຸນ ໂດຍຣັດເຊຍ ໃນເຂດທີ່ປະກາດຕົນເອງ ເປັນສາທາລະນະລັດປະຊາຊົນ ໂດເນັສຄ໌ ທ່ານ ອາແລັກແຊນເດີ ຊາກາເຊັນໂກ ໄດ້ຖືກສັງຫານ, ໃນເມືອງ ໂດເນັສຄ໌ ຂອງຢູເຄຣນ, ວັນທີ 31 ສິງຫາ 2018.

ທ່ານ ອາແລັກແຊນເດີ ຊາກາເຊັນໂກ ຜູ້ນຳຂອງກຸ່ມແບ່ງແຍກດິນແດນ ທີ່ສະໜັບ
ສະໜຸນ ໂດຍຣັດເຊຍ ໃນເຂດທີ່ປະກາດຕົນເອງ ເປັນສາທາລະນະລັດປະຊາຊົນ
ໂດເນັສຄ໌ ໄດ້ຖືກຂ້າຕາຍ ໃນວັນສຸກວານນີ້ ໃນການວາງລະເບີດ ຢູ່ໃນໃຈກາງເມືອງ
ໂດເນັສຄ໌.

ອົງການສື່ມວນຊົນຂອງທາງການ ສາທາລະນະລັດ ທີ່ບໍ່ໄດ້ຖືກຮັບຮູ້ ໄດ້ຢັ້ງຢືນ ການ
ເສຍຊີວິດ ຂອງ ທ່ານ ຊາກາເຊັນໂກ -- ພ້ອມກັບ ການໄດ້ຮັບບາດເຈັບ ຢ່າງໜ້ອຍນຶ່ງ
ຄົນ ທີ່ເປັນເຈົ້າໜ້າທີ່ຂອງລັດຖະບານ ກະບົດ -- ໃນເຫດລະເບີດແຕກ ທີ່ຕົນຖືວ່າ
ເປັນການ “ໂຈມຕີກໍ່ການຮ້າຍ.”

ການລອບສັງຫານດັ່ງກ່າວ ເປັນຄັ້ງຫຼ້າສຸດ ໃນການໂຈມຕີຫຼາຍບັ້ນ ຕໍ່ພວກກະບົດນິຍົມ
ຣັດເຊຍ ທີ່ມີຊື່ສຽງ ຊຶ່ງກຳລັງສູ້ລົບຢູ່ໃນພາກຕາເວັນອອກຂອງຢູເຄຣນ ຢູ່ນັ້ນ ແມ່ນສ່ຽງ
ທີ່ຈະຮື້ຟື້ນຄວາມເຄັ່ງຕຶງ ທີ່ຜ່ອນຄາຍລົງແດ່ແລ້ວນັ້ນ ລະຫວ່າງ ຣັດເຊຍ ແລະຢູເຄຣນ
ກ່ຽວກັບ ຊະຕາກຳຂອງຂົງເຂດດັ່ງກ່າວ ທີ່ໄດ້ປາກົດອອກມາ ເປັນຈຸດລະເບີດຮ້າຍແຮງ
ທີ່ສຳຄັນ ຂອງສົງຄາມ ຢູ່ໃນເຂດໂດນບາສ.

ທ່ານ ອາແລັກແຊນເດີ ຊາກາເຊັນໂກ ນາຍົກລັດຖະມົນຕີ ຂອງເຂດທີ່ປະກາດຕົນເອງ ເປັນສາທາລະນະລັດປະຊາຊົນ ໂດເນັສຄ໌ ເຂົ້າຮ່ວມໃນກອງປະຊຸມຖະແຫລງຂ່າວ ໃນເມືອງ ໂດເນັສຄ໌ ຂອງຢູເຄຣນ Donetsk, ວັນທີ 11 ສິງຫາ 2014.
ທ່ານ ອາແລັກແຊນເດີ ຊາກາເຊັນໂກ ນາຍົກລັດຖະມົນຕີ ຂອງເຂດທີ່ປະກາດຕົນເອງ ເປັນສາທາລະນະລັດປະຊາຊົນ ໂດເນັສຄ໌ ເຂົ້າຮ່ວມໃນກອງປະຊຸມຖະແຫລງຂ່າວ ໃນເມືອງ ໂດເນັສຄ໌ ຂອງຢູເຄຣນ Donetsk, ວັນທີ 11 ສິງຫາ 2014.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ອອກຖະແຫລງການ ໃນທັນທີ ໃນ
ເວັບໄຊ ຂອງວັງເຄຣມລິນ ສະແດງຄວາມເສຍໃຈ ກ່ຽວກັບການສູນເສຍດັ່ງກ່າວ ແລະ
ປະນາມການລອບສັງຫານນັ້ນວ່າ ມັນເປັນການພະຍາຍາມ ຢ່າງຕໍ່ເນື່ອງ ທີ່ຈະເຮັດໃຫ້
ການເຈລະຈາສັນຕິພາບສາກົນ ທີ່ແນໃສ່ເພື່ອຍຸຕິບັນ ຫາຂັດແຍ້ງທີ່ໄດ້ເອົາຊີວິດຜູ້ຄົນ
ໄປແລ້ວ ຫຼາຍກວ່າ 10,000 ຄົນ ນັບຕັ້ງແຕ່ໄດ້ເລີ້ມຂຶ້ນ ໃນປີ 2014 ນັ້ນ ຢຸດສະງັກ.

ຜູ້ນຳຂອງຣັດເຊຍ ໄດ້ກ່າວວ່າ “ມັນເປັນການພິສູດຄັ້ງຫລ້າສຸດວ່າ ພວກຄົນເຫຼົ່ານັ້ນ
ຜູ້ທີ່ໄດ້ເລືອກເອົາເສັ້ນທາງຂອງ ຄວາມໂຫດຮ້າຍ ຄວາມຮຸນແຮງ ແລະ ຄວາມຢ້ານ
ກົວ ແມ່ນບໍ່ຢາກໄດ້ສັນຕິພາບ ໃນການແກ້ໄຂບັນຫາຂັດແຍ້ງທາງການເມືອງ.”

ທ່ານປູຕິນກ່າວຕື່ມວ່າ “ພວກເຂົາເຈົ້າໄດ້ທຳການພະນັກແບບສ່ຽງໄພແທນໂດຍ
ເຮັດໃຫ້ສະຖານະການ ເກີດຄວາມບໍ່ທຸ່ນທ່ຽງ ເພື່ອຈະເຮັດໃຫ້ປະຊາຊົນ ໃນເຂດ
ໂດນບາສ ຕ້ອງໄດ້ຄູ້ເຂົ່າລົງ ແລະນັ້ນ ແມ່ນຈະບໍ່ເກີດຂຶ້ນ.”

ສ່ວນຖະແຫຼງການຂອງກະຊວງການຕ່າງປະເທດຣັດເຊຍ ແມ່ນໄດ້ເວົ້າຫຼາຍໄປກວ່າ
ນັ້ນ ໂດຍຖິ້ມໂທດ ການລອບສັງຫານນີ້ແມ່ນການກະທຳໂດຍກົງຂອງລັດຖະບານ
ຢູເຄຣນທີ່ນະຄອນກີຢິບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG