ຊ່ວງເວລານີ້ ເປັນທີ່ໜ້າກັງວົນຫຼາຍ ຢູ່ໃນ Zambia ປະເທດໜຶ່ງຢູ່ທາງພາກໃຕ້ ຂອງ ທະວີບອາຟຣິກາ ທີ່ມີຄວາມພາກພູມໃຈ ກັບປະຫວັດສາດຂອງຕົນ ໃນຄວາມເປັນ ປະເທດທີ່ຮັກຫອມສັນຕິພາບ ແລະເປັນປະຊາທິປະໄຕ.
ຫຼັງຈາກທີ່ປະທານາທິບໍດີ ໄດ້ຊະນະການເລືອກຕັ້ງອີກເທື່ອໜຶ່ງ ດ້ວຍຄະແນນສຽງ ທີ່ໃກ້ຄຽງກັນຫຼາຍທີ່ສຸດ ໃນອັນທີ່ເບິ່ງຄືວ່າ ອາດຈະເປັນໄປບໍ່ໄດ້ເລີຍ ຊຶ່ງພັກຝ່າຍຄ້ານ ຂອງປະເທດ ໄດ້ກ່າວຫາວ່າ ການປ່ອນບັດລົງຄະແນນສຽງ ເມື່ອສັບປະດາແລ້ວນີ້ ໄດ້ມີການສໍ້ໂກງ ແລະກ່າວວ່າ ຕົນວາງແຜນທີ່ຈະທ້າທາຍຕໍ່ຜົນຂອງການລົງຄະແນນ ສຽງ ຢູ່ທີ່ສານ.
ປະທານາທິບໍດີ Edgar Lungu ກ່າວວ່າ ທ່ານຈະເລື່ອນເວລາການຈັດພິທີສາບານໂຕເຂົ້າຮັບຕຳແໜ່ງ ທີ່ໄດ້ກຳນົດຈະມີຂຶ້ນໃນສັບປະດາໜ້າ ໃນຂະນະທີ່ ສານລັດຖະທຳ ມະນູນ ກວດສອບເບິ່ງຄຳຮ້ອງທຸກຢູ່ນັ້ນ. ສານດັ່ງກ່າວ ຈະມີເວລາ ສອງອາທິດ ໃນການອອກຄຳຕັດສິນ.
ໃນວັນອັງຄານວານນີ້ ຕຳຫຼວດໄດ້ປະກາດວ່າ ພວກເຂົາເຈົ້າໄດ້ຈັບກຸມ ພວກສະໜັບ ສະໜູນຝ່າຍຄ້ານ ຫຼາຍກວ່າ 150 ຄົນ ທີ່ໂວຍວາຍ ໃນທົ່ວປະເທດ ຊຶ່ງໄດ້ “ກໍ່ຄວາມ ບໍ່ສະຫງົບຂຶ້ນ” ແລະ ທຳລາຍຊັບສິນທີ່ເປັນຂອງພວກ ທີ່ສະໜັບສະໜູນພັກລັດຖະບານ ໃນປັດຈຸບັນ.
ທ່ານ Amos Chanda ໂຄສົກຂອງປະທານາທິບໍດີ Lungu ໄດ້ກ່າວຕໍ່ ລາຍການມື້ໃໝ່ ໃນອາຟຣິກາ ຂອງວີໂອເອ ວ່າ “ພວກເຂົາໄດ້ວາງເພີງໃສ່ລົດຈຳນວນໜຶ່ງ. ພວກເຂົາ ໄດ້ຈັບ 12 ຄົນ ທີ່ເປັນພວກສະໜັບສະໜູນພັກລັດຖະບານ ເປັນໂຕປະກັນ. ດັ່ງນັ້ນ ພວກເຂົາຈຶ່ງໄດ້ຖືກຈັບກຸມ ໃນຖານການລອບວາງເພີງ. ສ່ວນພວກຄົນອື່ນ ໄດ້ຖືກ ຈັບກຸມໃນຖານກໍ່ຄວາມບໍ່ສະຫງົບ ໃນທີ່ສາທາລະນະ. ອີກສ່ວນໜຶ່ງໄດ້ ຖືກຈັບກຸມ ຖານທຳຮ້າຍຮ່າງກາຍ.”
ທ່ານໄດ້ກ່າວຕື່ມວ່າ ຄາດກັນວ່າຈະມີການຈັບກຸມຕື່ມອີກ ຢູ່ໃນແຂວງພາກໃຕ້ ຊຶ່ງເປັນ ທີ່ໝັ້ນຂອງພັກຝ່າຍຄ້ານ.
ການໂຄສະນາຫາສຽງ ເລືອກຕັ້ງໃນປີນີ້ ໄດ້ເກີດການປະທະກັນຫຼາຍຄັ້ງ ລະຫວ່າງ ພວກສະໜັບສະໜູນ ຂອງທັງສອງພັກການເມືອງໃຫຍ່ ຊຶ່ງໄດ້ພາໃຫ້ ຫົວໜ້າຄະນະ ກຳມາທິການເລືອກຕັ້ງ ເອີ້ນຄວາມຮຸນແຮງນີ້ວ່າ “ບໍ່ເຄີຍມີມາກ່ອນ.”