ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລະນຶກເຖິງ ວັນຄົບຮອບ 22 ປີ ​ໃນ ການໂຈມຕີ 9-11 ຂອງພວກກໍ່ການຮ້າຍ ອາລ-ກາອີດາ


ພວກກໍ່ການຮ້າຍໂຈມຕີຕຶກແຝດ World Trade Center ວັນທີ 11 ກັນຍາ 2001
ພວກກໍ່ການຮ້າຍໂຈມຕີຕຶກແຝດ World Trade Center ວັນທີ 11 ກັນຍາ 2001

ວັນທີ 11 ກັນຍາ ມື້ນີິ້ ແມ່ນວັນຄົບຄອບ 22 ປີ​ໃນ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ​ແບບ ປະ​ສານ​ງານ​ກັນຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ-ກາ​ອີ​ດາ ​ໃນວັນທີ 11 ເດືອນກັນຍາ ປີ 2001 ເພື່ອ​ຕໍ່ຕ້ານສະຫະລັດ. ​ໃນວັນດັ່ງກ່າວ ພວກກໍ່ການຮ້າຍຈຳນວນສິບເກົ້າຄົນ ໄດ້ຈີ້ເຮືອບິນໂດຍສານສີ່ລຳ ຢູ່ທາງພາກຕາເວັນອອກ ຂອງສະຫະລັດ. ເຂົາເຈົ້າໄດ້ບັງຄັບໃຫ້ພວກນັກບິນໂດຍສານສອງລຳ ຂັບເຮືອບິນຕຳເຂົ້າໃສ່ຕຶກແຝດ ສູນ​ກາງ​ການ​ຄ້າ​ໂລກ ຫຼື World Trade Center ທີ່ເປັນຕຶກສູງສຸດໃນ ນະຄອນນິວຢອກ. ຫລັງຈາກນັ້ນຕໍ່ມາ ເຮືອບິນໂດຍສານອີກລໍານຶ່ງກໍໄດ້ບິນ​ເຂົ້າຕຳທຳນຽບຫ້າແຈ ທີ່ເມືອງອາລິງຕັນ ລັດເວີຈີເນຍ ແລະອີກລໍານຶ່ງໄດ້ຕົກຢູ່ທົ່ງນາເມືອງ Shanks Ville ລັດເພັນຊີລເວເນຍ.

ຄວາມຕື່ນຕົກໃຈຂອງວັນດັ່ງກ່າວໄດ້ຖ່າຍທອດສົດໃຫ້ເຫັນຜ່ານທາງໂທລະພາບ ຢູ່ໃນທົ່ວໂລກ ທີ່ໄດ້ສະແດງໃຫ້ເຫັນວ່າ ສະຫະລັດ ເປັນປະເທດທີ່ເປີດກວ້າງ ​ຈຶ່ງ​ໄດ້ຖືກໂຈມຕີ ແລະເປັນມື້ທີ່ຫລົງລືມບໍ່ໄດ້ໃນປະຫວັດສາດ. ທ່ານຄຳພຸດ ສີ ສຸນົງ ຕັ້ງຖິ່ນຖານຢູ່ນອກນະຄອນນິວຢອກ ຜູ້ເຫັນເຫດການ ໄດ້ກ່າວສູ່ ວີໂອເອ ຟັງວ່າ:

ໃນຂະນະດຽວກັນ ຍານາງມະນີວັນ ສົມສະໜຸກ ຢູ່ລັດເພັນຊິລເວເນຍ ກໍແມ່ນຜູຸ້ນຶ່ງທີ່ຍັງມີຄວາມຊົງຈຳຂອງວັນນັ້ນ ໄດ້ບັນລະຍາຍສູ່ ວີໂອເອ ຟັງດັ່ງນີ້:

ການໂຈມຕີໃນດິນແດນຂອງສະຫະລັດ ​ເມື່ອວັນທີ 11 ກັນຍາ​ປີ 2001 ເຮັດ​ໃຫ້​ມີ​ຜູ້ເສຍຊີວິດຢ່າງ​ໜ້ອຍ 2,900 ກວ່າຄົນ ຮວມທັງພວກກໍ່ການຮ້າຍສະຫລະຊີບ 19 ຄົນ. ນອກນັ້ນກໍເປັນການປະກາດສົງຄາມກັບພວກກໍ່ການຮ້າຍທີ່ເປັນຜົນເຮັດ​ໃຫ້​ມີການປ່ຽນແປງຕໍ່ຊີວິດການເປັນຢູ່ ດ້ານຄວາມປອດໄພຂອງປະຊາຄົມອາເມຣິກັນ ແລະຢູ່​ໃນທົ່ວໂລກເທົ່າ​ເຖິງທຸກມືີ້ນີ້.

XS
SM
MD
LG