ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂຊນີ ຊ່າງແປງລົດ ໃຫ້ບໍລິສັດ YRC ກ່າວວ່າ ບໍລິສັດຂອງທ່ານ ບໍ່ໄດ້ຮັບຜົນກະທົບຈາກໂຄວິດ-19


ທ່ານໂໂຊນີ ດາວບັນດົນ ຊ່າງແປງລົດ ຂົນສົ່ງ ທີ່ລັດເທັກຊັສ
ທ່ານໂໂຊນີ ດາວບັນດົນ ຊ່າງແປງລົດ ຂົນສົ່ງ ທີ່ລັດເທັກຊັສ

ທ່າມກາງການລະບາດ ຂອງໂຄວິດ-19 ທີ່ເຮັດໃຫ້ທຸລະກິດສ່ວນໃຫຍ່ ປິດກິດຈະການ ເກີດການຫວ່າງງານ ພະນັກງານຕ້ອງໄດ້ຢູ່ບ້ານ ແລະຊອກຫາການ ຊ່ວຍເຫຼືອຕ່າງໆ ໂດຍສະເພາະທາງດ້ານການເງິນ. ແຕ່ວ່າບໍລິສັດ YRC ຊຶ່ງ ເປັນບໍລິສັດໃຫຍ່ຂົນສົ່ງອຸບປະກອນກໍ່ສ້າງ ສານເຄມີ ແລະເຄື່ອງໃຊ້ຂອງບໍລິ ສັດອຸດສາຫະກຳຕ່າງໆ ບໍ່ໄດ້ຢຸດເຊົາໃນການຂົນສົ່ງເຄື່ອງເຫລົ່ານີ້. ດ້ວຍເຫດ ນີ້ບໍລິສັດ YRC ຕ້ອງໄດ້ດຳເນີນການເຮັດວຽກເປັນປົກກະຕິຢ່າງບໍ່ໄດ້ຢຸດເຊົາ ຕະຫຼອດ 24 ຊົ່ວໂມງ ເຈັດມື້ຕໍ່ອາທິດ ແລະປ່ຽນຜຽນກັນເຮັດວຽກ ເຖິງສາມເວລາ.

ດ້ວຍເຫດນີ້ ທ່ານໂຊນີ ດາບັນດົນ ນາຍຊ່າງລາວອາເມຣິກັນ ຜູ້ຊໍານານໃນ ການແປງລົດຂົນສົ່ງ ຕ້ອງໄດ້ສ້ອມແປງລົດບັນທຸກເຫລົ່ານີ້ຢູ່ຕະຫຼອດເວລາ ໂດຍທີ່ບໍ່ມີການຫວ່າງງານ ແມ່ນກະທັງບາງເທື່ອ ຕ້ອງໄດ້ເຮັດວຽກລ່ວງເວ ລາເອົາເງິນພິເສດນຳດ້ວຍ. ທ່າມກາງການລະບາດຂອງໂຄວິດ-19 ຊຶ່ງຍັງ ບໍ່ມີທັນມີຮ່ອງຮອຍທີ່ຈະຢຸດເຊົາເທື່ອນີ້ ທາງບໍລິສັດ YRC ກໍມີກົດລະບຽບ ໃຫ້ພວກພະນັກງານ ຊ່ວຍປ້ອງກັນ ບໍ່ໃຫ້ເກີດການຕິດພະຍາດໂຄວິດ-19 ຊຶ່ງທ່ານໂຊນີ ໄດ້ກ່າວສູ່ ວີໂອເອຟັງ ເຖິງບັນຍາກາດ ຢູ່ບ່ອນເຮັດວຽກວ່າ:


ປັດຈຸບັນນີ້ ການລະບາດຂອງໂຄວິດ-19ຢູ່ໃນສະຫະລັດໄດ້ເລີ້ມກັບຄືນມາອີກ ໂດຍສະເພາະ ຢູ່ໃນບັນດາລັດທາງພາກໃຕ້ ຮວມທັງລັດເທັກຊັສ ບ່ອນທີ່ທ່ານ ໂຊນີກຳລັງເຮັດວຽກໃຫ້ແກ່ບໍລິສັດ YRC ຢູ່ນັ້ນ. ນອກນັ້ນກໍຍັງມີອີກຫຼາຍລັດ ຢູ່ທາງຕາເວັນຕົກຂອງສະຫະລັດ.

XS
SM
MD
LG