ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເວັບໄຊ້ ຢູທູບ ກໍາລັງ​ກາຍ​ເປັນ ເວທີ​ໃຫຍ່​ ສໍາລັບ​ ຂ່າວສານ​ ແຫ່ງ​ນຶ່ງ


U.S. President Barack Obama speaks during a Veterans Day ceremony at Arlington National Cemetery near Washington.
U.S. President Barack Obama speaks during a Veterans Day ceremony at Arlington National Cemetery near Washington.

ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ເວົ້າ​ວ່າ ​ເວັບໄຊ້ຮູບ​ວິ​ດີ​ໂອທີ່​ເອີ້ນ​ກັນ​ວ່າ ​ຢູທູບ ນັ້ນ ກໍາລັງ​ກາຍ​ເປັນເວທີ​ໃຫຍ່​ສໍາລັບ​ຂ່າວສານ​ແຫ່ງ​ນຶ່ງ.

​ໂຄງການ​ການ​ຂ່າວ​ດີ​ເລີດ ຂອງ​ສູນ​ກາງ​ຄົ້ນຄວ້າ Pew ກ່າວ​ເມື່ອ​ວັນ​ຈັນ​ມື້​ນີ້​ວ່າ ຜົນ​ການ​ຄົ້ນຄວ້າ​ເລຶ່ອງລາວຕ່າງໆ​ທີ່​ລົງຢູ່​ໃນ​ເວັບ​ໄຊ້ຢູທູ​ບຫຼາຍທີ່​ສຸດໃນ​ລະຫວ່າງການ​ສຶກສາ​ຄົ້ນ​ຄວ້າ​ເປັນ​ເວລາ 15 ​ເດືອນ​ຂອງ​ສູນ​ກາງຄົ້ນຄວ້າດັ່ງກ່າວ ນັ້ນ​ແມ່ນ​ຮູບທີ່ກ່ຽວ​ພັນກັບ​ຂ່າວສານຫຼາຍ​ເຖິງ​ນຶ່ງ​ສ່ວນ​ສາມ. ການ​ສຶກສາຄົ້ນຄວ້າ​ຂອງສູນ​ກາງ Pew ​ໄດ້​ດໍາ​ເນີນມາ​ຕັ້ງ​ແຕ່​ເດືອນ​ມັງກອນ​ປີ 2011 ຈົນ​ເຖິງ​ເດືອນ ມີນາ​ປີ 2012.

ສູນ​ກາງ Pew ກ່າວໃນເຈັດ​ມື້ ຫຼັງຈາກ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຊຸ​ນາ​ມິ​ທີ່​ຖະລົ່ມພາກ​ຕາ​ເວັນອອກສຽງເໜືອ​ຂອງ​ຍີ່ປຸ່ນ​ເມື່ອ​ປີຜ່ານມາ​ນີ້ ຮູ​ບວິ​ດີ​ໂອ 20 ຮູບ​ ທີ່​ກ່ຽວ​ພັນ​ກັບ​ຂ່າວ​ທີ່ມີ​ຄົນ​ເຂົ້າ​ໄປ​ເບິ່ງຢູ່​ໃນ​ເວັບ​ໄຊ້ຢູທູບຫຼາຍທີ່​ສຸດ​ນັ້ນ ​ແມ່ນຮູບຂ່າວ​ທີ່​ກ່ຽວ​ກັບ​ໄພ​ພິບັດ​ແຜ່ນດິນ​ໄຫວ​ແລະ​ຄື້ນ​ຟອງ​ສຸ​ນາ​ມິ ທີ່​ເບິ່ງ​ກັນຫຼາຍກວ່າ 96 ລ້ານ​ເທື່ອ.

ສູນກາງ​ຄົ້ນຄວ້າ Pew ກ່າວ​ໃນ​ສິ່ງ​ທີ່​ຜູ້​ຄົນ​ພົບ​ເຫັນ​ຢູ່​ໃນ​ຮູບ​ວິ​ດີ​ໂອ​ນັ້ນ ສະ​ແດງ​ໃຫ້​ເຫັນ​ການ​ອອກຂ່າວ​ທີ່​ເຫັນ​ຮູບ​ພ້ອມ ​ແນ​ວໃໝ່ໆ​ຢ່າງ​ນຶ່ງ ຊຶ່ງ​ຮູບ​ທີ່​ບັນທຶກ​ໄວ້​ສ່ວນຫຼາຍຈະ​ຖ່າຍ​ໂດຍ​ພວກ​ເຫັນ​ເຫດການ ທີ່​ພົບ​ວ່າ​ພວກ​ຕົນ ຕົກ​ຢູ່​ໃນ​ໄພ​ອັນຕະລາຍນັ້ນ​ນຳ. ຮູບ​ວີ​ດີ​ໂອ​ບາງ​ຮູບ​ໄດ້​ລົງ​ໃນ​ເວັບໄ​ຊ້ຢູທູບ​ໂດຍ ພວກ​ເຫັນ​ເຫດການ​ເອງ ​ແຕ່​ສ່ວນ​ໃຫຍ່ກໍ​ຖືກ​ລົງໃນ​ເວ​ບ​ໄຊ້​ໂດຍ​ອົງການຂ່າວ​ສານຕ່າງໆທີ່​ລວມເນື້ອ​ຫາ​ຂອງຜູ້​ຊົມ​ໃຊ້​ສ້າງແຕ່ງ​ຂຶ້ນມາ​ເອງ​ທີ່ໃຫ້​ເປັນ​ການສະ​ເໜີ​ຂ່າວ​ຂອງ​ພວກ​ເຈົ້າ.

XS
SM
MD
LG