ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູທູບ ໄດ້ປິດກັ້ນບັນຊີ ຜູ້ສະໝັກເລືອກຕັ້ງ ຕໍາແໜ່ງຜູ້ນໍາພຽງຄົນດຽວ ຂອງຮົງກົງ


ທ່ານຈອນ ລີ, ອະດີດຫົວໜ້າຜູ້ອໍານວຍການໃຫຍ່ ແລະຜູ້ບໍລິບໍລະຫານລະດັບສູງ ຂອງຮົງກົງ ທີ່ລົງສະໝັກເລືອກຕັ້ງ, ຍ່າງອອກຈາກສໍານັກງານເລືອກຕັ້ງ ລຸນຫຼັງທີ່ສົ່ງໜັງສືການລົງສະໝັກເລືອກຕັ້ງຂອງທ່ານ, ໃນຮົງກົງ, ວັນທີ 13 ເມສາ 2022.
ທ່ານຈອນ ລີ, ອະດີດຫົວໜ້າຜູ້ອໍານວຍການໃຫຍ່ ແລະຜູ້ບໍລິບໍລະຫານລະດັບສູງ ຂອງຮົງກົງ ທີ່ລົງສະໝັກເລືອກຕັ້ງ, ຍ່າງອອກຈາກສໍານັກງານເລືອກຕັ້ງ ລຸນຫຼັງທີ່ສົ່ງໜັງສືການລົງສະໝັກເລືອກຕັ້ງຂອງທ່ານ, ໃນຮົງກົງ, ວັນທີ 13 ເມສາ 2022.

ຢູທູບ ທີ່ເປັນຂອງ ກູໂກລ ໄດ້ປິດກັ້ນບັນຊີສໍາລັບໂຄສະນາຫາສຽງ ຂອງທ່ານ ຈອນ ລີ (John Lee), ເຊິ່ງເປັນຜູ້ສະໝັກລົງຊິງຕໍາແໜ່ງຜູ້ນໍາ ພຽງຄົນດຽວຂອງ ຮົງກົງ ໃນມື້ວັນພຸດວານນີ້, ໂດຍອ້າງເຖິງການຂວໍ້າບາດຂອງສະຫະລັດ ຕໍ່ອະດີດເຈົ້າໜ້າທີ່ໝາຍເລກທີ 2.

ທ່ານ ລີ ເປັນນຶ່ງໃນກຸ່ມເຈົ້າໜ້າທີ່ລະດັບສູງ 11 ຄົນຂອງຮົງກົງ ແລະລັດຖະ ບານຈີນ ທີ່ຖືກລົງໂທດໂດຍກະຊວງການເງິນ ຂອງສະຫະລັດ, ລວມເຖິງຜູ້ບໍລິຫານໃຫຍ່ຄົນປັດຈຸບັນຂອງຮົງກົງ ທ່ານແຄຣີ ແລມ (Carrie Lam) ສໍາລັບການຫຼຸດ ອິດສະຫຼະພາບທາງດ້ານການເມືອງລົງ ພາຍໃຕ້ກົດໝາຍຄວາມ ໝັ້ນຄົງແຫ່ງຊາດຂອງລັດຖະບານປັກກິ່ງ ທີ່ໄດ້ມີ​ການ​ນຳ​ໃຊ້ເມື່ອເດືອນມິຖຸນາ ປີ 2020.

ທ່ານລີ ໄດ້ເປີດບັນຊີ ເຟສບຸກ ແລະ ຢູທູບ ເພື່ອການໂຄສະນາຫາສຽງໃນການກະກຽມການເລືອກຕັ້ງຂອງລາວ ທີ່ກໍາລັງຈະມີຂຶ້ນ ໃນວັນທີ 8 ພຶດສະພາທີ່ຈະມາເຖິງນີ້, ເຖິງແມ່ນວ່າ ທ່ານແລມ ຈະບໍ່ມີຄູ່ແຂ່ງໃນການລົງຄະແນນເພື່ອມາແທນທີ່ຂອງລາວ, ລາວກໍບໍ່ສະແຫວງຫາໂອກາດໃນການດໍາລົງຕໍາແໜ່ງອື່ນໆອີກຕໍ່ໄປ.

ທາງບໍລະສັດ ໄດ້ກ່າວໂດຍຜ່ານທາງອີເມລ ກ່ຽວກັບການນໍາໃຊ້ນະໂຍບາຍສູງສຸດ ຂອງພວກເຂົາເຈົ້າວ່າ “ກູໂກລ ປະຕິບັດຕາມກົດຂໍ້ບັງຄັບຂອງສະຫະລັດ ວ່າດ້ວຍກົດໝາຍການຂວໍ້າບາດ ແລະບັງຄັບໃຊ້ກົດໝາຍ ທີ່ພົວພັນກັບນະໂຍ ບາຍພາຍໃຕ້ໄລຍະເວລາຂອງການບໍລິການ. ຫຼັງຈາກການກວດກາ ແລະເຫັນວ່າ ສອດຄ່ອງກັບນະໂຍບາຍເຫຼົ່ານີ້ ພວກເຮົາຈຶ່ງໄດ້ຍຸຕິ ຊ່ອງຢູທູບ ໃນຊື່ Johnlee2022.”

ໃນ​ອີກ​ດ້ານ​ນຶ່ງ, Meta ເຊິ່ງເປັນເຈົ້າຂອງເຟສບຸກກ່າວວ່າ ພວກເຂົາເຈົ້າຕ້ອງໄດ້ປະຕິບັດຕາມກົດໝາຍຂອງສະຫະລັດ ເພື່ອປ້ອງກັນ ອະດີດເຈົ້າໜ້າທີ່ຕໍາຫຼວດແລະຫົວ​ໜ້າ​ດ້ານຄວາມໝັ້ນຄົງ ຈາກການໃຊ້ບໍລິການໃນການຊໍາລະເງິນຂອງລາວ, ແຕ່ຈະອະນຸຍາດໃຫ້ລາວສາມາດຮັກສາ “ການສະແດງການຢຸດໃຊ້ເງິນ” ໃນເຟສບຸກ ແລະ ອິນສຕາແກຣມ ຂອງລາວໄດ້.

ອີງຕາມລາຍງານຂອງ ບລູມເບີກ ທາງບໍລິສັດໄດ້ກ່າວຢູ່ໃນຖະແຫຼງການວ່າ “ຖ້າພວກເຮົາຫາກລະບຸບັນຊີ ທີ່ໄດ້ຮັບການເບິ່ງແຍງໂດຍ ຫຼື ໃນນາມຂອງຜູ້ຄົນທີ່ຢູ່ໃນບັນຊີລາຍຊື່ ທີ່ລະບຸຊື່ອອກມາເປັນພິເສດລະດັບຊາດ ຂອງລັດຖະ ບານສະຫະລັດ, ພວກເຮົາມີຂໍ້ຜູກມັດທາງກົດໝາຍທີ່ຈະຕ້ອງດໍາເນີນການຢ່າງແນ່ນອນ.”

ທ່ານລີ ກ່າວວ່າ ການດໍາເນີນການດັ່ງກ່າວ ຈະບໍ່ມີຜົນກະທົບຫຍັງຕໍ່ການປະມູນຜົນໃນການເປັນຜູ້ນໍາສູນກາງການເງິນສໍາລັບ 5 ປີຂ້າງໜ້າຂອງລາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG