ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຂ​ອງ​ຊາວໜຸ່ມ ພະຍາຍາມຂັບເຄື່ອນໃຫ້ປະເທດໄທ ກ້າວໄປໜ້າ ຈາກການຄວບຄຸມຂອງທະຫານ


ແຟ້ມຮູບ-ຜູ້ນໍາພັກກ້າວໄກ ທ່ານພິທາ ລິ້ມຈະເຣີນຣັດ ເດີນທາງໄປເຖິງສູນກິລາໄວໜຸ່ມ ໄທ-ຍີ່ປຸ່ນ ໃນນະຄອນຫຼວງບາງກອກ, ປະເທດໄທ, ວັນທີ 3 ເມສາ 2023.
ແຟ້ມຮູບ-ຜູ້ນໍາພັກກ້າວໄກ ທ່ານພິທາ ລິ້ມຈະເຣີນຣັດ ເດີນທາງໄປເຖິງສູນກິລາໄວໜຸ່ມ ໄທ-ຍີ່ປຸ່ນ ໃນນະຄອນຫຼວງບາງກອກ, ປະເທດໄທ, ວັນທີ 3 ເມສາ 2023.

ຢູ່ບໍລິເວນທາງແຍກ​ແຫ່ງ​ນຶ່ງຂອງບາງກອກ, ທະນາຍຄວາມເພື່ອສິດທິມະນຸດອາຍຸ 34 ປີ ທ່ານນາງແຈມມີ, ຮ້ອງເປັ່ງສຽງໃສ່ຜູ້ຄົນທີ່ສັນຈອນໄປມາຜ່ານໂທລະໂຄ່ງ ເພື່ອຜັກດັນໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງເລືອກເອົາພັກກ້າວໄກ, ໂດຍເປັນພັກທີ່ຢາກເຫັນການປ່ຽນແປງ ຢ່າງໃຫຍ່ທີ່ສຸດຂອງປະເທດໄທ, ເຊິ່ງກໍາລັງມີຄວາມຫວັງວ່າ ຜູ້ມີສິດເລືອກຕັ້ງໄວໜຸ່ມ ທີ່ຈະລົງຄະແນນສຽງໃນວັນອາທິດທີ່ຈະມາເຖິງນີ້ ເລືອກ​ເອົາພັກຂອງພວກເຂົາເຈົ້າ​ໃຫ້​ເຂົ້າ​ໄປ​ມີ​ບົດ​ບາດດໍາເນີນງານໃນລັດຖະບານປະສົມ.

ແຮງເຄື່ອນໄຫວຕ່າງໆກໍາລັງຂັບເຄື່ອນຢູ່ເບື້ອງຫຼັງຂອງພັກ, ໂດຍການສໍາຫຼວດ ຄວາມຄິດເຫັນຂອງປະຊາຊົນ ໄດ້ຈັດພັກຂອງພວກເຂົາເຈົ້າຢູ່ໃນອັນດັບທີສອງ ຮອງຈາກພັກສົ່ງເສີມປະຊາທິປະໄຕ ເພື່ອໄທ ເຊິ່ງເປັນພັກການເມືອງທີ່ໃຫຍ່ທີ່ສຸດຂອງປະເທດ, ແລະເຮັດໃຫ້ຜູ້ນໍາຂອງພັກທີ່ມີຄໍາເວົ້າອັນແຈ່ມແຈ້ງ ແລະສະ ຫຼາດ ທ່ານພິທາ ລິ້ມຈະເຣີນຣັດ ເປັນຜູ້ຮັບສະໝັກເລືອກຕັ້ງນາຍົກລັດຖະມົນຕີ ທີີ່ມີຄວາມນິຍົມຫຼາຍທີ່ສຸດ.

ເປົ້າໝາຍແມ່ນງ່າຍໆ, ທ່ານນາງແຈມມີ ຜູ້ທີ່ເປັນແມ່ລູກສອງ ເຊິ່ງມີຊື່ເຕັມວ່າ ສະຊິນັນ ທໍານິທິນັນ ບອກ VOA ໃນອາທິດທີ່ຜ່ານມາ.

ທ່ານນາງກ່າວວ່າ “ພວກເຮົາຕ້ອງການໃຫ້ພວກທະຫານອອກຈາກອໍານາດ.”

ທ່ານນາງກ່າວຕື່ມວ່າ “ຂ້າພະເຈົ້າຕ້ອງການໃຫ້ລູກໆຂອງຂ້າພະເຈົ້າ ໃຫຍ່ຂຶ້ນມາຢູ່ໃນປະເທດທີ່ມີລະບອບປະຊາທິປະໄຕ, ໂດຍພວກເຂົາເຈົ້າ ສາມາດເລືອກໃນສິ່ງທີ່ພວກເຂົາເຈົ້າຕ້ອງການຢ່າງເປັນອິດສະຫຼະ. ແລະຂ້າພະເຈົ້າກໍຄິດວ່າ ຄົນໄທຫຼາຍໆຄົນ ກໍຄິດຄືກັນກັບຂ້າພະເຈົ້າ.”

ພວກທະຫານ ບໍ່ອະນຸຍາດໃຫ້ລັດຖະບານທີ່ໄດ້ຮັບການເລືອກຕັ້ງດໍາເນີນງານຢູ່ໄດ້ດົນໃນຊ່ວງເວລາທີ່ສັບສົນວຸ້ນວາຍຂອງປະຫວັດສາດໄທ ແລະໄດ້ດໍາເນີນການກໍ່ລັດຖະປະຫານໂດຍສະເລ່ຍໃນທຸກໆ 7 ປີ ນັບຕັ້ງແຕ່ປີ 1932 ເປັນ​ຕົ້ນ​ມາ, ເມື່ອປະເທດໄທ ກາຍມາເປັນປະເທດທີ່ມີກະສັດ ຢູ່ພາຍໃຕ້ລະບອບລັດຖະທໍາມະນູນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG