ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານປະເທດລາວ ກ່າວວ່າ ຊາວໜຸ່ມຕ້ອງຕິດຕາມ ແລະຈົງຮັກພັກດີຕໍ່ພັກ ປະຊາຊົນລາວ


ພວກຊາວໜຸ່ມປະຊາຊົນປະຕິວັດລາວ.
ພວກຊາວໜຸ່ມປະຊາຊົນປະຕິວັດລາວ.

ປະທານປະເທດເນັ້ນໜັກໃຫ້ຊາວໜຸ່ມລາວທຸກຄົນ ຈະຕ້ອງຈົງຮັກພັກດີ ແລະຈັດຕັ້ງປະຕິບັດຕາມກົດລະບຽບແລະບັນດາມະຕິ-ຄຳສັ່ງຂອງຄະນະນຳຂອງປະຊາຊົນປະຕິວັດລາວຢ່າງເຄັ່ງຄັດ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ແລະປະທານປະເທດລາວ ໄດ້ກ່າວເນັ້ນໜັກຕໍ່ກອງປະຊຸມລະດັບຊາດ ປະຈຳປີ 2021 ຂອງສະຫະພັນຊາວໜຸ່ມລາວ ເມື່ອບໍ່ນານມານີ້ ວ່າ ພາລະໜ້າທີ່ ທີ່ສຳຄັນປະການນຶ່ງຂອງຊາວໜຸ່ມລາວ ຄືການປະກອບສ່ວນເຂົ້າໃນພາລະກິດປົກປັກ-ຮັກສາແລະສ້າງສາ-ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ກໍຄືຊາວໜຸ່ມລາວທຸກຄົນຈະຕ້ອງຈົງຮັກພັກດີແລະຈັດຕັ້ງປະຕິບັດຕາມກົດລະບຽບ ແລະບັນດາມະຕິ-ຄຳສັ່ງຂອງຄະນະນຳຂອງພັກຢ່າງເຄັ່ງຄັດ ດັ່ງທີ່ທ່ານທອງລຸນ ໃຫ້ການເນັ້ນຢ້ຳວ່າ:

ນອກຈາກຊາວໜຸ່ມທີ່ມີການຈັດຕັ້ງຊາວໜຸ່ມທີ່ບໍ່ທັນເຂົ້າການຈັດຕັ້ງໃດ ກໍເປັນພະລັງແຮງຕະລຸມບອນເຮັດວຽກເຮັດໜ້າທີ່ຂອງໃຜຂອງມັນຢ່າງຕັ້ງໜ້າ ດັ່ງນັ້ນສາມາດເວົ້າໄດ້ວ່າ ກຳລັງແຮງທີ່ໄວ້ວາງໃຈຂອງພັກ ຂອງປະຊາຊົນເຮົາ ແມ່ນຝາກໄວ້ນຳຊາວໜຸ່ມຂອງປະເທດ ຂອງສັງຄົມເຮົາ ຊາວໜຸ່ມຕ້ອງໄດ້ຕັດສິນໃຈ ທັງກຳລັງຈິດໃຈ ທັງກຳລັງກາຍ ທັງກຳລັງມັນສະໝອງ ເພື່ອກຽມພ້ອມເຂົ້າຮ່ວມທຸກວຽກງານ ທຸກສະຖານທີ່ ແລະທຸກຂະແໜງການທີ່ພັກມອບໝາຍໃຫ້.”

ທັງນີ້ ສະພາແຫ່ງຊາດລາວ ໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍຊາວໜຸ່ມລາວ ແລະປະກາດນຳໃຊ້ຢ່າງເປັນທາງການນັບແຕ່ທ້າຍປີ 2020 ເປັນຕົ້ນມາ ໂດຍກົດໝາຍດັ່ງກ່າວນີ້ ມີເປົ້າໝາຍສຳຄັນເພື່ອຮອງຮັບສະຖານະພາບ ແລະບົດບາດໜ້າທີ່ຂອງສະຫະພັນຊາວໜຸ່ມລາວທີ່ສູນກາງຊາວໜຸ່ມສ້າງຕັ້ງຂຶ້ນມາເພື່ອຮັບຜິດຊອບໃນການສ້າງຮາກຖານແນວຄິດການເມືອງໃຫ້ກັບຊາວໜຸ່ມລາວ ເປັນການສະເພາະ ໂດຍແນໃສ່

ການເຮັດໃຫ້ຊາວໜຸ່ມລາວຢູ່ຫ່າງໄກຈາກປາກົດການຫຍໍ້ທໍ້ທາງສັງຄົມ ແລະຫັນມາເສີມສ້າງແນວຄິດ ຄວາມຈົງຮັກພັກດີ ແລະສຳນຶກຕໍ່ຄຸນງາມຄວາມດີຂອງບັນດາຜູ້ນຳຂອງພັກ ທັງຍັງຢູ່ພາຍໃຕ້ການຈັດຕັ້ງຂອງພັກອີກດ້ວຍ ດັ່ງທີ່ ທ່ານອະລຸນໄຊ ສູນນະລາດ ເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ໄດ້ຖະແຫລງເນັ້ນຢ້ຳວ່າ:

“ພວກເຮົາໄດ້ມີການສ້າງວິໄສທັດຂອງຊາວໜຸ່ມແຕ່ນີ້ຮອດ 2040 ພວກເຮົາກໍໄດ້ກຳນົດກ່ຽວກັບຂໍ້ແຂ່ງຂັນຂອງຊາວໜຸ່ມ ກຳນົດສິດໜ້າທີ່ຂອງຊາວໜຸ່ມໃຫ້ມັນມີການເສີມຂະຫຍາຍບົດບາດຂອງການຈັດຕັ້ງຊາວໜຸ່ມໃຫ້ມັນແຂງແຮງກວ່າເກົ່າ ໂດຍສະເພາະຢູ່ຂັ້ນຮາກຖານ ແລະເປີດກວ້າງການຈັດຕັ້ງຊາວໜຸ່ມໄປສູ່ບັນດາສະມາຄົມ ສະໂມສອນຕ່າງໆ ສະໂມສອນຕ່າງໆເວົ້າລວມແລ້ວ ຊາວໜຸ່ມ ຊາວໜຸ່ມ ລາວ ທົ່ວປະເທດ ຈະບໍ່ຢູ່ນອກການຈັດຕັ້ງ ຕ້ອງເຂົ້າການຈັດຕັ້ງຕາມຄວາມມັກແລະອາຊີບຂອງຕົນເອງ ແຕ່ໃຕ້ການນຳພາຂອງພັກ.”

ສ່ວນ ອົງການ Human Right Watch ລະບຸວ່າ ກົດໝາຍວ່າດ້ວຍຊາວໜຸ່ມລາວ ກໍຄື ສ່ວນປະກອບຂອງກົດໝາຍວ່າດ້ວຍຄະນະຊາວໜຸ່ມລາວ ໄດ້ປະຕິວັດລາວ ທີ່ນຳໃຊ້ບັງຄັບຢ່າງເປັນທາງການເມື່ອວັນທີ 14 ມິຖຸນາ 2017 ເປັນຕົ້ນມາ ເພາະເຫັນວ່າ ການທີ່ຊາວໜຸ່ມລາວ ໄດ້ແລກປ່ຽນຂໍ້ມູນ-ຂ່າວສານກັບພາຍນອກດ້ວຍສື່ສັງຄົມ Online ຫຼາຍຂຶ້ນນັບມື້ ຍ່ອມຈະສົ່ງຜົນກະທົບຕໍ່ແນວຄວາມຄິດການເມືອງ ແລະຄວາມເຊື່ອຂອງຊາວໜຸ່ມລາວ ທີ່ມີຕໍ່ການນຳພັກ-ລັດ ຢ່າງຫລີກລ້ຽງບໍ່ໄດ້ ໂດຍສະເພາະແມ່ນການວິພາກວິຈານການຈັດຕັ້ງປະຕິບັດແຜນການຕ່າງໆທີ່ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ນັ້ນ ກໍຖືເປັນບັນຫາທີ່ພັກ-ລັດ ໄດ້ດຳເນີນມາດຕະການຄວບຄຸມແລະດຳເນີນຄະດີ ເພື່ອລົງໂທດຜູ້ທີ່ວິພາກວິຈານພັກ-ລັດ ໃນລາວຢ່າງເດັດຂາດ ເຊັ່ນ ສານປະຊາຊົນແຂວງຈຳປາສັກ ໄດ້ລົງໂທດຈຳຄຸກ 5 ປີ ແລະປັບໄໝ 20 ລ້ານກີບຕໍ່ ນາງຮວຍເຮືອງ ໄຊຍະບູລີ ແມ່ຄ້າທີ່ເມືອງໂພນທອງ ທີ່ກະທຳຜິດດ້ວຍການໂຄສະນາຕ້ານພັກ-ລັດ ຕາມາດຕາ 117 ຂອງກົດໝາຍອາຍາໃນທ້າຍປີ 2019 ແລະຊາວໜຸ່ມລາວ 3 ຄົນ ທີ່ຖືກດຳເນີນຄະດີໃສ່ຮ້າຍປ້າຍສີພັກ-ລັດ ໃນເລື້ອງສັງຄົມ online ນັ້ນ ກໍຖືກຂັງຄຸກ 12-20 ປີ ແລະປັບໄໝ 106-200 ລ້ານກີບ ນັບຕັ້ງແຕ່ເດືອນເມນາ 2017 ເປັນຕົ້ນມາ.

XS
SM
MD
LG