ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຮຽນ​ ​ຈາກ ສປປ ລາວ ສອງ​ຄົນ ຂອງ​ໂຄງການ YSEALI ຢ້ຽມຢາມ ວີໂອເອ


ທ້າວຄຳໝັ້ນ ແສງທຸມມາ (ຊ້າຍ) ແລະ ທ້າວແສງຕາເວັນ ວີຣະຖາວອນ (ຂວາ)
ທ້າວຄຳໝັ້ນ ແສງທຸມມາ (ຊ້າຍ) ແລະ ທ້າວແສງຕາເວັນ ວີຣະຖາວອນ (ຂວາ)

ມີ​ນັກຮຽນ​ ​ຈາກ ສປປ ລາວ ​ຫົກ​ຄົນ ຂອງ​ໂຄງການອົບຮົມ​ການ​ເປັນ​ຜູ້ນຳ​ຊາວ​ໜຸ່ມຈາກ​ ເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ຫຼື YSEALI ໄດ້ມາ​ຢ້ຽມຢາມນະຄອນຫລວງວໍ​ຊິງ​ຕັນ ເປັນ​ເວລາ​ສອງ​ວັນແລະສອງ​ຄົນ​ໃນ​ຈຳນວນ​ດັ່ງກ່າວໄດ້​ມາຢ້ຽມຢາມ​ຫ້ອງ​ຂ່າວວີ​ໂອເອ. ທ່ານຄໍ​າໝັ້ນ ​ແສງ​ທຸມ​ມີ ຫົວໜ້ານຳພາ​ນັກຮຽນ​ລາວຊຶ່ງ​ ໃນປັດຈຸບັນ​ເປັນ​ຄູສອນຢູ່​ວິທະ ຍາ​ໄລ​ຄູ​ຄັງ​ໄຂ ​ແຂວງ​ຊຽງ​ຂວາງ​ໄດ້​ເດີນທາງມາ​ ຢ້ຽມຢາມ​ສະຫະລັດອາ​ເມຣິກາ ເປັນ​ ເທື່ອ​ທຳ​ອິດ ​ແລະ​ໄດ້​ກ່າວ​ເຖິງ​ຄວາມ​ຕື່ນ​ເຕັ້ນ ທີ່​ໄດ້​ມາ​ເຫັນ​ສະຫະລັດຕໍ່ວີ​ໂອ​ເອວ່າ:

ໃນ​ລະຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມາ​ນີ້ ພາຍໃຕ້​ໂຄງການຜູ້ນຳ​ຊາວ​ໜຸ່ມ​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ຫຼື Young Southeast Asia Leadership Initiative ທີ່​ເອີ້ນຫຍໍ້​ວ່າ YSEALI ​ຊຶ່ງ​ເປັນ​ໂຄງການ​ທີ່ປະທານາທິບໍດີ Barack Obama ​ໄດ້​ຕັ້ງ​ຂຶ້ນ​ມາສຳລັບ ບັນດາ​ນັກ​ຮຽນ​ຂັ້ນ​ວິ​ທະຍາ​ໄລພາກ​ປາຍ ຈາກບັນດາ 10 ປະ​ເທດ ASEAN ​ເພື່ອ​ໃຫ້ ​ເຂົາ​ເຈົ້າມີ​ໂອກາດມາ​ອົບ​ຮົມ​ຢູ່ທີ່ ມະຫາວິທະຍາ​ໄລ Northern Illinois ​ເປັນ​ເວລາ​ສີ່​ ອາທິດ. ​ໂຄງການ​ດັ່ງກ່າວ​ນີ້ ​ເປັນ​ທີ່​ດືງດູດໃຈ ສຳລັບບັນດາ​ຊາວ​ໜຸ່ມ ຊຶ່ງ​ໃນ​ແຕ່ລະ​ປີ​ ຈະ​ມີ​ຊາວ​ໜຸ່ມ​ພາກັນ​ສອບ​ເສັງ​ຫລາຍພັນ​ຄົນ ​ແຕ່​ມີ​ພຽງຫົກ​ຄົນ​ຈາກ​ແຕ່ລະ​ປະ​ເທດ​ເທົ່າ​ ນັ້ນໄດ້​ຮັບ​ທຶນ​ດັ່ງກ່າວ. ຈຸດປະສົງ​ກໍ​ຄື​ໃຫ້​ມີ​ຄວາມ​ສົນ​ໃຈ ດ້ານ​ການ​ເປັນ​ຜູ້ນຳ ​ຮຽນ​ຮູ້​ພາ ສາ​ອັງກິດ ​ມີໂອກາດ​ເດີນ ທາງ​ມາເປີດ​ຫູ​ເປີດ​ຕາ ທັດສະນະ​ສຶກສາເບິ່ງລະບົບການ​ ບໍລິຫານ​ວຽກ​ງາ​ນ ແລະຊີ​ວິດ​ການ​ເປັນຢູ່່​ຂອງ​ຊາວ​ອາ​ເມຣິກັນ.

ທ້າວຣາຊະນາກ ຄຳມະນີ ທ້າວແສງຕາເວັນ ວີຣະຖາວອນ ທ້າວຄຳໝັ້ນ ແສງທຸມພີ ນາງມອນ ກອງສົມບັດ ນາງປານິກຕາ ຮວງພະຈັນ ແລະນາງປະກາຍຢົກ ວ່ອງ.
ທ້າວຣາຊະນາກ ຄຳມະນີ ທ້າວແສງຕາເວັນ ວີຣະຖາວອນ ທ້າວຄຳໝັ້ນ ແສງທຸມພີ ນາງມອນ ກອງສົມບັດ ນາງປານິກຕາ ຮວງພະຈັນ ແລະນາງປະກາຍຢົກ ວ່ອງ.

ບັນດາ​ນັກຮຽນ​ຈາກ​ກຸ່ມປະ​ເທດ ASEAN 60 ຄົນ​ ຫລັງ​ຈາກໄດ້ເສັດ​ສິ້ນ​ການ​ອົບ​ຮົມ ​ເປັນ​ເວລາ​ສີ່​ອາທິດ ທີ່ມະຫາວິທະຍາ​ໄລ Northern Illinois ທີ່​ຕັ້ງ​ຢູ່ໃນ​ເຂດພາກ​ກາງ ຂອງສະຫະລັດ​ ແລ້ວບັດ​ນີ້​ເຂົາ​ເຈົ້າ​ໄດ້ພາກັນມາຢ້ຽມຢາມນະຄອນ ຫລວງວໍຊິງ​ຕັນ​ ​ ເປັນເວລາ​ສອງ​ວັນ ​ແລະ​ເປັນບ່ອນ​ສຸດ​ທ້າຍ. ​ບັນດາ​ນັກ​ຮຽມ​ທັງ​ໝົດ​ບັດ​ນີ້​ກຳລັງ​ຕຽມ ​ໂຕ​ຂຶ້ນ​ເຮືອບິນ ກັບຄືນ​ບ້ານ​ເກີດ​ຂອງ​ໃຜລາວ​ໃນ​ຕອນ​ເຊົ້າ​ວັນ​ເສົາມື້ີນີ້.

XS
SM
MD
LG