ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ຊາຍໄວໜຸ່ມຊາວໂຣຮິງຢາ ຖືກລັກພາໂຕ ແລະ ບັງຄັບໃຫ້ເປັນມະນຸດກັນບັງ ໂດຍກອງທັບມຽນມາ


ແຟ້ມພາບ - ບັນດາຜູ້ເຂົ້າຮ່ວມກອງ​ທັບ ອາຣາຄານ ​ປີນ​ເຊືອກ​ຢູ່​ທີ່​ຖານ​ທັບ Laiza ລັດ​ກະ​ຈິນ​, ໃນ​ຮູບ​ພາບ​ທີ່​ບໍ່​ໄດ້ບອກວັນທີນີ້. ທັງ​ກຸ່ມ​ກະບົດ ​ແລະ​ທະຫານ​ມຽນມາ ​ໄດ້​ຖືກ​ກ່າວ​ຫາ​ວ່າ​ໄດ້​ໃຊ້ກຳລັງເພື່ອເກນເອົາທະຫານ​ຊາວ​ໂຣຮິງ​ຢາ.
ແຟ້ມພາບ - ບັນດາຜູ້ເຂົ້າຮ່ວມກອງ​ທັບ ອາຣາຄານ ​ປີນ​ເຊືອກ​ຢູ່​ທີ່​ຖານ​ທັບ Laiza ລັດ​ກະ​ຈິນ​, ໃນ​ຮູບ​ພາບ​ທີ່​ບໍ່​ໄດ້ບອກວັນທີນີ້. ທັງ​ກຸ່ມ​ກະບົດ ​ແລະ​ທະຫານ​ມຽນມາ ​ໄດ້​ຖືກ​ກ່າວ​ຫາ​ວ່າ​ໄດ້​ໃຊ້ກຳລັງເພື່ອເກນເອົາທະຫານ​ຊາວ​ໂຣຮິງ​ຢາ.

ໃນ​ຕອນ​ແລງ​ຂອງ​ເດືອນ​ກຸມພາ​ຜ່ານ​ມາ, ທະຫານ​ລັດຖະບານ​ມຽນມາ​ກຸ່ມ​ນຶ່ງ ​ໄດ້ຈັບໂຕ ທ້າວ ຍານ ໂມຮຳມັດ (Jan Mohammad) (ເຊິ່ງບໍ່ແມ່ນ​ຊື່​ແທ້​ຂອງ​ລາວ) ຈາກ​ເມືອງ ມ່ອງດໍ (Maungdaw) ຂອງ​ມຽນມາ. ​ເມື່ອ​ພວກເຂົາ ໄດ້​ພາ​ຊາຍ​ຊາວ​ໂຣຮິງ​ຢາ​ ອາຍຸ 24 ປີ​ຄົນ​ນີ້ ​ໄປ​ທີ່​ຄ້າຍ​ທະຫານທີ່ຢູ່ໃກ້ໆ​ແຫ່ງ​ນຶ່ງ, ​ລາວຮູ້ແລ້ວ​ວ່າ​ ລາວໄດ້​ຖືກ​ບັງຄັບໃຫ້ເຂົ້າເປັນທະຫານໂດຍກອງທັບມຽນມາ.

"ພວກທະຫານຂອງລັດຖະບານທະຫານມຽນມາ ບໍ່ໄດ້ເວົ້າຫຍັງຫຼາຍ. ພວກເຂົາພຽງແຕ່ເວົ້າວ່າ, ‘ມາກັບພວກເຮົາ’. ພວກເຂົາຊີ້ປືນມາທີ່ຂ້ອຍໂດຍກົງ. ຂ້ອຍຢ້ານ ເມື່ອຂ້ອຍເຫັນວ່າ ປືນຊີ້ມາທີ່ຂ້ອຍ,” ທ້າວຍານ ໂມຮຳມັດ ກ່າວໃນການໃຫ້ສໍາພາດກັບກຸ່ມປົກປ້ອງສິດທິມະນຸດ Fortify Rights ຫຼັງຈາກທີ່ລາວ ໄດ້ຫລົບຫນີອອກຈາກຄ້າຍຝຶກຊ້ອມທະຫານຂອງລັດຖະບານທະຫານ.

ລາວ​ເວົ້າມາ​ຈາກ​ບັງ​ກລາ​ແດັສ, ບ່ອນ​ທີ່​ລາວ​ເວົ້າ​ວ່າ​ລາວ​ໄດ້​ຫລົບ​ໜີ​ໄປແລ້ວ 10 ມື້​ ຫລັງ​ຈາກ​ການບັງຄັງໃຫ້​ຝຶກ​ຊ້ອມ​ທາງ​ທະຫານໄດ້​ເລີ້ມຕົ້ນຂຶ້ນ, ອີງ​ຕາມ​ລາຍ​ງານຂອງກຸ່ມ​ສິດທິ​ມະນຸດ ​ທີ່​ຍັງ​ບໍ່​ທັນ​ໄດ້ຖືກ​ພິມ​ເຜີຍ​ແຜ່ ​ແລະໄດ້ເລົ່າເລື້ອງນີ້​ໃຫ້​ວີ​ໂອ​ເອຟັງ ​ແຕ່ພຽງຜູ້ດຽວ.

ທ້າວ ຍານ ໂມຮຳມັດ (Jan Mohammad) ກ່າວວ່າ "[ໃນລະຫວ່າງການຝຶກຊ້ອມທະຫານ], ພວກເຮົາຕ້ອງຮຽນຮູ້ວິທີຄານດ້ວຍສອກຂອງພວກເຮົາ ແລະວິທີຖືປືນເປັນແຖວ, ມັນແມ່ນສ່ວນນຶ່ງ ຂອງການຝຶກຊ້ອມທະຫານ. … ຂ້ອຍ​ບໍ່​ຢາກ​ເປັນ​ທະຫານ. ພວກເຂົາ [ທະຫານມຽນມາ] ໄດ້ຂົ່ມເຫັງພວກເຮົາ. … ເປັນ​ຫຍັງ​ຂ້ອຍຈຶ່ງຕ້ອງ​ສະ​ໜັບ​ສະ​ໜູນພວກ​ເຂົາ ​ບັດນີ້?”

ທ້າວ ຍານ ໂມຮຳມັດ (Jan Mohammad) ບໍ່ແມ່ນຊາວໂຣຮິງຢາຄົນດຽວ ທີ່ຖືກລັກພາຕົວໄປ ແລະຖືກບັງຄັບໃຫ້ຕໍ່ສູ້ກັບ ໂດຍຂັດກັບຄວາມຕັ້ງໃຈຂອງລາວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG