ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຈັດການອະສັງຫາລິມະຊັບ ໃນນະຄອນນິວຢອກ ໄດ້ສັກຢາວັກຊີນ ບູສເຕີ ກ່ອນໜ້າຈະມີການປະກາດຢ່າງເປັນທາງການ


ປ້າຍຢາວັກຊີນກັນ COVID-19 ເຫັນໄດ້ໃນເມືອງໄວ້ ເພລນສ໌ ລັດນິວຢອກຂອງ ບໍລິສັດ Johnson & Johnson ທີ່ໄດ້ກ່າວ ໃນວັນທີ 25 ສິງຫາ 2021, ວ່າ ເຂັມບູສເຕີ ວັກຊີນ ຫຼັງຈາກ 6 ເດືອນ ອາດມີຜົນປະໂຫຍດຢ່າງຍິ່ງ.
ປ້າຍຢາວັກຊີນກັນ COVID-19 ເຫັນໄດ້ໃນເມືອງໄວ້ ເພລນສ໌ ລັດນິວຢອກຂອງ ບໍລິສັດ Johnson & Johnson ທີ່ໄດ້ກ່າວ ໃນວັນທີ 25 ສິງຫາ 2021, ວ່າ ເຂັມບູສເຕີ ວັກຊີນ ຫຼັງຈາກ 6 ເດືອນ ອາດມີຜົນປະໂຫຍດຢ່າງຍິ່ງ.

ດັ່ງທີ່ວີໂອເອລາວ ໄດ້ລາຍງານໄປໃນວັນຈັນວານນີ້ ທີ່ວ່າ ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງຂອງສະຫະລັດ ໃນວັນອາທິດຜ່ານມານີ້ ໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນຫຼາຍລ້ານຄົນຜູ້ທີ່ໄດ້ສັກຢາວັກຊີນກັນພະຍາດໂຄວິດ-19 ຄົບຖ້ວນແລ້ວນັ້ນ ໃຫ້ສັກຢາເພີ້ມ ຫຼືທີ່ເອີ້ນວ່າ ບູສເຕີ (booster) “ເພື່ອເພີ້ມປະສິດທິພາບ ໃຫ້​ແກ່ພວກເຂົາເຈົ້າ.”

ພົນລະເມືອງນະຄອນນິວຢອກ ມີຢາວັກຊີນບູສເຕີ ໃຫ້ສັກແລ້ວກ່ອນໜ້າທີ່ໄດ້ມີການປະກາດຢ່າງເປັນທາງການ ຊຶ່ງທ້າວຫານຊະນະ ສິງສົງຄາມ ເປັນຜູ້ຈັດການຢູ່ບໍລິສັດຄຸ້ມຄອງຈັດການອະສັງຫາລິມະຊັບ ໃນນະຄອນນິວຢອກ ໄດ້ກ່າວວ່າ ບໍລິສັດຂອງລາວ ບອກໃຫ້ພະນັກງານໝົດທຸກຄົນ ໄປສັກຢາວັກຊີນກັນໂຄວິດ-19 ເຂັມທີສາມ ຫຼື ບູສເຕີ ດັ່ງນັ້ນລາວຈຶ່ງໄດ້ຊອກຫາສະຖານທີ່ທີ່ໃຫ້ບໍລິການສັກຢາວັກຊີນກັນໂຄວິດ ເຂັມບູສເຕີ ແລະລາວໄດ້ເຫັນປ້າຍໂຄສະນາຢູ່ທີ່ຮ້າຍຂາຍຢາແຫ່ງນຶ່ງ ດັ່ງທີ່ທ້າວຫານຊະນະ ກ່າວໃຫ້ວີໂອເອລາວຟັງວ່າ “ໃກ້ສອງສາມເດືອນປາຍ ເຮົາເຫັນຢູ່ໆຕະຫຼາດຟາມາຊີ ໃກ້ເຮືອນເຮົາ ເຮົາເຫັນເຂົາເວົ້າ ເຂົາຊິມີຢາວັກຊີນ ບູສເຕີ ໃຫ້ໝົດທຸກຄົນ.”

ສະນັ້ນລາວຈຶ່ງໄດ້ລົງທະບຽນເພື່ອຮັບການສັກຢາວັກຊີນບູສເຕີ ໃນວັນທີ 6 ພະ ຈິກ ຜ່ານມາ ລາວໄດ້ໄປສັກຢາວັກຊີນບູສເຕີ ຢູ່ທີ່ຮ້ານຂາຍຢາດັ່ງກ່າວ. ລາວກ່າວໃຫ້ວີໂອເອຟັງອີກວ່າ “ແຂນມັນເຈັບຫຼາຍໆ ເຮັດຫຍັງບໍ່ໄດ້ເລີຍ ນອນເປັນໄຂ້ສອງມື້ ເມື່ອຍແຮງ.”

ຫຼັງຈາກຫາຍໄຂ້ແລ້ວທ້າວຫານຊະນະ ກໍໄດ້ກັບຄືນໄປເຮັດວຽກໄດ້ຕາມປົກກະຕິ.

XS
SM
MD
LG