ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ໂອ້ລົມກັບ ອາໂນໄທ, ຜູ້ທີ່ເຮັດວຽກເພື່ອສັງຄົມ ແລະສ້າງ Platform ທາງສື່ສັງຄົມອອນລາຍຂຶ້ນມາ ເພື່ອໃຫ້ຊຸມຊົນຂອງລາວໃກ້ຊິດກັນຫຼາຍຂຶ້ນ


ຮູບພາບຂອງ ທ້າວຈອນ ອາໂນໄທ ທີ່ສ້າງຂຶ້ນມາສໍາລັບເວັບເພຈ໌ຂອງລາວ. (ໄດ້ຮັບການສະໜອງໃຫ້ໂດຍ ທ້າວຈອນ ອາໂນໄທ)
ຮູບພາບຂອງ ທ້າວຈອນ ອາໂນໄທ ທີ່ສ້າງຂຶ້ນມາສໍາລັບເວັບເພຈ໌ຂອງລາວ. (ໄດ້ຮັບການສະໜອງໃຫ້ໂດຍ ທ້າວຈອນ ອາໂນໄທ)

ສື່ສັງຄົມອອນລາຍ ເຮັດໃຫ້ພວກເຮົາໄດ້ເຫັນຫຼາຍສິ່ງ ທີ່ແຕກຕ່າງກັນ ເຊັ່ນໃນເລື້ອງຂອງອາຊີບການງານ, ສັງຄົມແລະວັດທະນະທໍາ ທີ່ໄດ້ນໍາພວກເຮົາໄປສູ່ຈຸດກໍາເນີດທີ່ເປັນພື້ນຖານຂອງຕົນ, ພ້ອມທັງເຮັດໃຫ້ພວກເຮົາເຂົ້າໃຈຄວາມຄິດ ແລະທັດສະນະຂອງຄົນອື່ນໆໄດ້ຫຼາຍຂຶ້ນ, ແລ້ວເຮັດແນວໃດ ພວກເຮົາຈຶ່ງຈະນໍາເອົາຫຼາຍໆຄົນມາຮວມເຂົ້າກັນ ແລະແລກປ່ຽນຄວາມຄິດເຫັນນໍາກັນໄດ້? ທິບສຸດາ ມີການໂອລົມ ກັບ ອາໂນໄທ ປະສົມສີ ມາສະເໜີທ່ານ.

“ໄດ້...ຂະນ້ອຍຊິຂ້ອງຄາ ຄັນໃຫ້ຂະນ້ອຍເວົ້າພາສາລາວ...”

ນັ້ນແມ່ນສຽງຂອງ ອາໂນໄທ ຈອນ ບຸດສົມສີ, ອາຍຸ 32 ປີ, ຜູ້ເຮັດໜ້າທີ່ຮັບລາດຊະການຕໍາຫຼວດຢູ່ທີ່ນະຄອນ ແອັງຄໍເຣັຈ (Ancourage), ລັດ ອາລາສກາ, ເປັນຜູ້ທີ່ມັກໃຊ້ເວລາຫວ່າງຈາກການເຮັດວຽກດ້ວຍການສ້າງຄວາມບັນເທີງ ຢູ່ໃນສື່ສັງຄົມ ເຟສ໌ບຸກ ຫຼື ຢູທູບ (ໃນຊື່ Buk John), ເຊິ່ງລາວຕ້ອງການສ້າງຄວາມມ່ວນຊື່ນ ໃນລັກສະນະຂອງການເວົ້າເລື້ອງຕະຫຼົກ ແລະສໍານຽງສຽງທ້ອງຖິ່ນກໍາເນີດຂອງບັນ​ພະ​ບຸ​ລຸກທີ່ເປັນເອກະລັກ, ລາວກ່າວວ່າ ຢາກສ້າງ Platform ດັ່ງກ່າວນີ້ຂຶ້ນມາ ເພື່ອເຮັດໃຫ້ຄົນລາວເຮົາທີ່ຢູ່ທົົ່ວຂົງເຂດ ເຂົ້າມາຫາກັນ ໂດຍສະເພາະແມ່ນຄົນລາວທີ່ ອາໄສຢູ່ໃນສະຫະລັດ, ດັ່ງທີ່ລາວກ່າວໃຫ້ຟັງດັ່ງນີ້:

“ຂະນ້ອຍຈະໃຊ້ສື່ສັງຄົມອອນລາຍນີ້ໃນເວລາຫວ່າງ ແລະຂະນ້ອຍກໍຕ້ອງການສ້າງສິ່ງທີ່ດີໃນຊຸມຊົນຂອງຂະນ້ອຍ, ຂະນ້ອຍເລີຍຄິດອອກວ່າ ຂະນ້ອຍຢາກເຮັດອັນນັ້ນ ແລະເຮັດໃນສິ່ງທີ່ເປັນວັດທະນະທໍາ ພ້ອມທັງສ້າງເວທີການສະແດງອອກມາໃນລັກສະນະດັ່ງກ່າວ, ນອກນັ້ນ ຂະນ້ອຍກໍຍັງຢາກເປັນໂຕແທນຂອງຄົນໃນບຸກຂະລິກທີ່ເປັນບວກ ແລະນໍາໄປສູ່ທິດທາງໃດນຶ່ງທີ່ແນ່ນອນ, ມັນມີຄວາມສໍາຄັນທີ່ຈະເຮັດແບບນັ້ນ ເນື່ອງຈາກວ່າ ຖ້າພວກເຮົາຄິດເບິ່ງ ຢູ່ສະຫະລັດມີຄົນລາວ ສາມແສນຄົນ ແມ່ນເທົ່າກັບ 1 ເມືອງແລ້ວ, ຄັນຄົນລາວເຂົ້າມານໍາກັນ ຄືເຮົາເຂົ້າມາລວມກັນ ແລະພວກເຮົາສະແດງສຽງຮ່ວມກັນ, ແລະພວກເຮົາສະແດງພະລັງຂອງສຽງນໍາກັນ ພວກເຮົາຈະສາມາດສ້າງປະໂຫຍດໄລຍະຍາວໃຫ້ພວກເຮົາໄດ້ ແລະເຮັດໃຫ້ຊຸມຊົນຂອງພວກເຮົາ ມີອະນາຄົດທີ່ດີກວ່າ.”

ແນວໃດກໍດີ, ເນື່ອງຈາກຢູ່ໃນສະຫະລັດ ມີຄົນຫຼາຍເຊື້ອຊາດ ແລະຫຼາຍວັດທະ ນະທໍ າທີ່ແຕກຕ່າງກັນອາໄສຢູ່, ດັ່ງນັ້ນ ໃນຖານະທີ່ ຈອນເປັນອາເມຣິກັນເຊື້ອ ສາຍລາວ ກໍຄືເອເຊຍອາເມຣິກັນຜູ້ໜຸ່ມນ້ອຍ, ລາວຢາກໃຫ້ຄົນເຂົ້າໃຈ ວັດທະ ນະທໍາຂອງກັນ ແລະກັນຫຼາຍຂຶ້ນ ໂດຍສະເພາະ ໃນເລື້ອງຄວາມແບ່ງແຍກລະຫວ່າງຄວາມແຕກຕ່າງ, ສະນັ້ນ ໃນຖານະທີ່ເຮັດວຽກກັບຄົນທີ່ມີບັນຫາທາງຄວາມຄິດ, ຈອນ ເອງມອງວ່າ ມັນບໍ່ແມ່ນເລື້ອງຂອງຄວາມແຕກຕ່າງທາງພື້ນ ຖານ, ແຕ່ມັນແມ່ນມຸມມອງທີ່ເປັນສ່ວນໂຕຂອງບຸກຄົນເອງ.

ຈອນ, ເຮັດວຽກກັບບຸກຄົນທີ່ມີບັນຫາທາງດ້ານສະໝອງ ເຊິ່ງລາວມີຄວາມສົນ ໃຈທາງດ້ານນີ້ ມາແຕ່ຊັ້ນມັດທະຍົມປາຍ, ເມື່ອສໍາເລັດໜ້າທີ່ຈາກການເປັນທະຫານ ລາວກໍມີໂອກາດມາເຮັດວຽກສ່ວນໃຫຍ່ໃນໜ້າທີ່ດັ່ງກ່າວນີ້ ຄຽງຄູ່ກັບການເຮັດໜ້າທີ່ຫຼັກທີ່ເປັນຕໍາຫຼວດປະຈໍາເມືອງແອັງຄໍເຣັດຈ໌, ເຊິ່ງລາວກ່າວໃຫ້ຟັງວ່າ:

“ຕອນຂະນ້ອຍຍັງນ້ອຍ ຂະນ້ອຍມີຄວາມສົນໃຈທາງດ້ານສະໝອງ, ຫຼັງຈາກອອກຈາກຮັບໃຊ້ລາດຊະການທະຫານ ຂະນ້ອຍກໍໄປເຮັດວຽກຢູ່ Residential Treatment ມັນເປັນ Facility, ທໍາອິດ ຂະນ້ອຍເຮັດວຽກນໍາເດັກນ້ອຍທີ່ໃຫຍ່ຂຶ້ນມາໃນຄອບຄົວທີ່ຖືກປະຕິບັດນໍາດ້ວຍຄວາມຮຸນແຮງ ແລະຖືກກະທໍາບໍ່ດີ ເຊິ່ງພວກເຂົາເຈົ້າຈະມີພຶດຕິກໍາໃນລັກສະນະທີ່ມີບັນຫາຫັ້ນເນາະ, ແລະຈາກນັ້ນ ຂະນ້ອຍກະໄປເຮັດວຽກຕໍ່ຢູ່ໂຮງໝໍຂອງລັດ.”

ທ້າວຈອນ ໃນຊຸດເຄື່ອງແບບໜ້າທີ່ຂອງລາວ. (ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ທ້າວຈອນ ອາໂນໄທ)
ທ້າວຈອນ ໃນຊຸດເຄື່ອງແບບໜ້າທີ່ຂອງລາວ. (ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ທ້າວຈອນ ອາໂນໄທ)

ທ້າວຈອນ ກໍເປັນດັ່ງຄົນໜຸ່ມລຸ້ນໃໝ່ທົ່ວໄປທີ່ມີແນວຄິດເປີດກວ້າງ, ລາວກ່າວວ່າ ບາງຄັ້ງມັນກໍເປັນໄປໄດ້ຍາກທີ່ຈະນໍາເອົາຫຼາຍໆຄົນມາເຂົ້າໃຈໃນບັນຫາໃດນຶ່ງສະເພາະ, ສະນັ້ນ ທາງດຽວທີ່ຈະເຮັດໃຫ້ເຊື່ອມກັນໄດ້ກໍຄື ຄວາມບັນເທີງໃນສື່ສັງຄົມ ເພາະໂລກໃນທຸກມື້ນີ້ ມັນເຊື່ອມຕໍ່ກັນດ້ວຍສື່ສັງຄົມ, ດັ່ງທີ່ລາວຕອບ ຄໍາຖາມໃນບົດສົນທະນານຶ່ງທີ່ວ່າ ‘ໃນຖານະທີ່ຈອນເປັນຄົນລາວອາເມຣິກັນລຸ້ນ ໃໝ່, ຈອນ ຈະເຮັດໃຫ້ຄວາມເຂົ້າໃຈຂອງວັດທະນະທໍາ, ສັງຄົມ ແລະ ການ ເມືອງ ເຊື່ອມຕໍ່ລະຫວ່າງ ຄົນ ລາວ ແລະ ຄົນ ອາເມຣິກັນ ໄດ້ແນວໃດ?’ ເຊິ່ງຕອນກໍຕອບວ່າ:

“ເປັນຄໍາຖາມທີ່ດີຫຼາຍ, ເພາະວ່າ ຄົນລາວເຮົາມີຕ້ອງມີການປະສານກັນໃຫ້ດີສາກ່ອນ, ພວກເຮົາຕ້ອງສະໜັບສະໜຸນເຊິ່ງກັນ ແລະກັນສາກ່ອນ ກ່ອນທີ່ພວກເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງໃນຊຸມຊົນຂອງພວກເຮົາເອງ ແລະໃນທົ່ວວັດທະນະທໍາທັງໝົດຂອງອາເມຣິກາ, ເຊິ່ງໃນຄວາມໝາຍຂອງຂະນ້ອຍກໍຄື ຕ້ອງໃຫ້ມີອົງການໃດນຶ່ງຂອງຄົນລາວ, ພວກເຮົາຈໍາເປັນຕ້ອງມີການເຊື່ອມໂຍງກັນໃນສະຫະລັດ ເຊິ່ງມັນເປັນເລື່ອງງ່າຍ, ຫຼາຍສິ່ງທີ່ເກີດກັບຄົນລາວແມ່ນ ແມ່ນເກີດຈາກການຫຼຸດລະດັບຂອງຊຸມຊົນລະຫວ່າງລັດນໍາກັນລົງ, ແຕ່ຖ້າພວກເຮົາຫາກຈັດກົດເກນໃນແຕ່ລະເມືອງ, ໃນແຕ່ລະລັດ ໃຫ້ມີການເຊື່ອມໂຍງກັນໃນທົ່ວປະເທດ ແລ້ວໃຫ້ພວກເຂົາມີການຕິດຕໍ່ເຊິ່ງກັນ ແລະກັນ ກໍຈະດີຫຼາຍ.”

ທ້າວຈອນ ອາໂນໄທ. (ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ທ້າວຈອນ ອາໂນໄທ)
ທ້າວຈອນ ອາໂນໄທ. (ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ທ້າວຈອນ ອາໂນໄທ)

ຈອນຍັງກ່າວອີກວ່າ ໃນຖານະ ແລະບົດບາດຂອງລາວໃນທຸກໆມື້ ລາວຫວັງວ່າ ຈະເປັນປະໂຫຍດທີ່ດີຫຼາຍຕໍ່ຄົນໜຸ່ມ, ໂດຍສະເພາະຄົນລາວຢູ່ໃນສະຫະລັດທີ່ມີປະມານ 300 ພັນຄົນ ໃຫ້ເຫັນເຖິງຄວາມສໍາຄັນ ໃນສິ່ງທີ່ຕົນສ້າງຂຶ້ນມາ ເພື່ອ ນໍາເອົາໄປຮຽນຮູ້ ແລະພິຈາລະນາເຖິງຄວາມເໝາະສົມ ວ່າຈະຮັບເອົາມາເພື່ອສຶກສາ ແລະສ້າງປະໂຫຍດໃຫ້ແກ່ຕົນເອງ ແລະສັງຄົມຕໍ່ໄປແນວໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG