ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເດັກນ້ອຍກັບຄືນໄປໂຮງຮຽນ ໂດຍບາງສ່ວນ ກໍໄດ້ສັກຢາວັກຊີນກັນ ໄວຣັສໂຄວິດ-19 ເຂັມທຳອິດແລ້ວ


ຍານາງນໍຣາ ແຟລກຄ໌ ພ້ອມດ້ວຍລູກຊາຍກົກ ທ້າວຊາແບສຕຽນ ອາຍຸ 8 ປີ ແລະລູກສາວ ນາງ ໄອລາ ອາຍຸ 6 ປີ ໄດ້ພາລູກໄປສັກຢາວັກຊີນກັນໂຄວິດ-19 ເຂັມທຳອິດ ຂອງຟາຍເຊີ ຢູ່ໃນລັດແມຣີແລນ.
ຍານາງນໍຣາ ແຟລກຄ໌ ພ້ອມດ້ວຍລູກຊາຍກົກ ທ້າວຊາແບສຕຽນ ອາຍຸ 8 ປີ ແລະລູກສາວ ນາງ ໄອລາ ອາຍຸ 6 ປີ ໄດ້ພາລູກໄປສັກຢາວັກຊີນກັນໂຄວິດ-19 ເຂັມທຳອິດ ຂອງຟາຍເຊີ ຢູ່ໃນລັດແມຣີແລນ.

ນັບຕັ້ງແຕ່ໂຮງຮຽນໄດ້ເປີດສົກຮຽນປີ 2022 ໃນເດືອນເມສາ ເປັນຕົ້ນມາ ແລະໃນຕົ້ນເດືອນພະຈິກ ຢາວັກຊີນກັນໄວຣັສໂຄວິດ-19 ຂອງຟາຍເຊີ ກໍໄດ້ຮັບອະນຸຍາດໃຫ້ສັກແກ່ພວກເດັກນ້ອຍອາຍຸແຕ່ 5 ປີ ຫາ 11 ປີ ໄດ້ແລ້ວ. ໃນວັນທີ 10 ພະຈິກຜ່ານມານີ້ ທຳນຽບຂາວ ກ່າວວ່າ ພວກເດັກນ້ອຍໃນສະຫະລັດ 9 ແສນຄົນໄດ້ຮັບເຂັມທຳອິດຂອງຢາວັກຊີນກັນໂຄວິດ-19 ແລະ 7 ແສນຄົນຕື່ມອີກ ກໍໄດ້ນັດໝາຍທີ່ຈະສັກຢາວັກຊີນຢູ່ທີ່ຮ້ານຂາຍຢາໃນທົ່ວປະເທດ ອີງຕາມທີມງານຮັບມືກັບພະຍາດໂຄວິດ-19 ຂອງທຳນຽບຂາວ ດັ່ງທີ່ວີໂອເອໄດ້ລາຍງານ. ຍານາງນໍຣາ ແຟລກຄ໌ ອາໄສຢູ່ໃນເມືອງຄລອກສ໌ວີລ ລັດແມຣີແລນ ຊຶ່ງເພິ່ນມີ ລູກຊາຍກົກ ອາຍຸ 8 ປີ ແລະລູກສາວອາຍຸ 6 ປີ ທັງສອງໄດ້ຮັບຢາວັກຊີນເຂັມທຳອິດເປັນທີ່ຮຽບຮ້ອຍ ຊຶ່ງຍານາງ ກ່າວໃຫ້ວີໂອເອຟັງວ່າ:

ທຳນຽບຂາວໄດ້ອອກຄຳສັ່ງ ໃຫ້ບັນດາບໍລິສັດໃຫຍ່ທັງຫຼາຍໃຫ້ພະນັກງານຂອງຕົນສັກຢາວັກຊີນກັນໂຄວິດ ແລະບັນດາພະນັກງານລັດຖະບານກາງທຸກທົ່ວໜ້າ ກໍໃຫ້ສັກຢາວັກຊີນເຊັ່ນກັນ ສ່ວນໂຮງຮຽນທົ່ວປະເທດ ຍັງບໍ່ທັນມີຄຳສັ່ງໃດໆຈາກຜູ້ປົກຄອງ ແຕ່ໂຮງຮຽນໃຫ້ພໍ່ແມ່ຂອງນັກຮຽນຕັດສິນໃຈເອົາເອງ ທີ່ຈະນຳເອົາລູກເຕົ້າຂອງພວກເຂົາໄປສັກຢາວັກຊີນກັນໄວຣັສໂຄວິດ-19 ເຖິ່ງຢ່າງນັ້ນກໍຕາມ ໂຮງຮຽນໄດ້ສັ່ງໃຫ້ພວກນັກຮຽນທັງຫຼາຍຕ້ອງໃສ່ໜ້າກາກພາຍໃນໂຮງຮຽນ ຊຶ່ງພໍ່ແມ່ຂອງພວກເດັກນ້ອຍສ່ວນໃຫຍ່ ກໍປະຕິບັດຕາມ ແຕ່ມີພໍ່ແມ່ຜູ້ປົກຄອງບາງສ່ວນ ບໍ່ຢາກໃຫ້ພວກລູກເຕົ້າຂອງເຂົາເຈົ້າສັກຢາວັກຊີນແລະບໍ່ຢາກໃຫ້ໃສ່ໜ້າກາກ ຊຶ່ງພວກເຂົາໃຫ້ເຫດຜົນວ່າ ເປັນສິດຂອງພວກເຂົາເຈົ້າເອງ ແລະພວກເຂົາບໍ່ຕ້ອງການໃຫ້ລັດຖະບານບັງຄັບໃຫ້ພວກເຂົາເຮັດ ອັນເປັນການລະເມີດຕໍ່ສິດທິຂອງພວກເຂົາ ສະນັ້ນຈຶ່ງເຮັດໃຫ້ໂຮງຮຽນໃນຫຼາຍລັດທີ່ມີນະໂຍບາຍການອອກຄຳສັ່ງໃຫ້ພວກເດັກນັກຮຽນໃສ່ໜ້າກາກ ໄດ້ປະສົບກັບບັນຫາການຄັດຄ້ານໂດຍພວກຜູ້ປົກຄອງທີ່ບໍ່ເຫັນພ້ອມທັງຫຼາຍ.

XS
SM
MD
LG