ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກປະຈົນໄພ ອາເມຣິກັນ ຕຽມຢ້ຽມຢາມ ສວນອຸດທະຍານ ຢູ່ທົ່ວສະຫະລັດ


Young Adventurer Plans World Record Visit to All US National Parks
please wait

No media source currently available

0:00 0:02:41 0:00

ນັກ​ຜະ​ຈົນ​ໄພ​ໜຸ່ມ​ອາ​ເມຣິກາຄົນນຶ່ງ ກຳລັງ​ຕຽມ​ໂຕ​ດ້ວຍຄວາມ​ກະຕືລື​ລົ້ນ ​ໃນ​ການ​ເດີນ​ທາງໄປ​ຢ້ຽມຢາມສວນອຸດທະຍານ​ແຫ່ງ​ຊາດຫຼາຍ​ກວ່າ 400 ​ແຫ່ງ​ ​ເພື່ອ​ສະ​ເຫ​ລີ​ມສະ ຫລອງວັນຄົບຮອບ 100 ປີ. ຖ້າ​ຫາກ​ປະສົບຜົນສຳ​ເລັດ ລາວ​ຈະ​ເປັນ​ບຸກຄົນທີ່​ໜຸ່​ມສຸດ ທີ່​ບັນລຸ​ປະຫວັດ​ອັນ​ສຳຄັນ​ດັ່ງກ່າວ. ນັກ​ຂ່າວ ວີ​ໂອ​ເອ Julie Taboh ​ໄດ້​ພົບປະ​ກັບ​ໜຸ່ມ​ນ້ອຍ ຄົນ​ນີ້ ກ່ອນ​ທີ່​ລາວ​ຈະ​ທຳ​ສະ​ຖິຕິ ໃນການ​ເດີນທາງ​ ຊຶ່ງ ​ກິ່ງ​ສະຫວັນ ​ຈະ​ນຳ​ລາຍ​ລະອຽດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຊາວ​ອາ​ເມຣິກັນ​ສ່ວນໃຫຍ່​ ມັກ​ຈະ​ລໍຖ້າ​ຈົນ​ກວ່າ​ອອກ​ກິນ​ເບ້ຍ​ບຳ ນານ​ແລ້ວຈຶ່ງ​ວາງ​ແຜນ​ເດີນທາງ​ຄັ້ງ​ໃຫຍ່.

ແຕ່​ນັ້ນບໍ່​ແມ່ນ​ທ້າວ Mikah Meyer ຊຶ່ງ​ໃນ​ເວລາ​ນີ້ ລາວ​ມີອາຍຸ​ພຽງ ​30ປີ ອາ​ໄສ​ຢູ່​ໃນ​ເຂດ​ນະຄອນຫຼວງວໍ​ຊິງ​ຕັນ ເລີ້ມການ​ຜະ​ຈົນ​ໄພ​ໃນ​ຊີວິດ​ຂອງ​ລາວ​ແລ້ວ.

ທ້າວ Meyer ມີ​ແຜນ​ທີ່​ຈະ​ເດີນທາງ​ຂ້າມສະຫະລັດ ​ແລະ​ຢ້ຽມຢາມ​ທຸກໆ​ສວນ ອຸດທະຍານ​ແຫ່ງ​ຊາດພາຍ​ໃນສະຫະ​ຫັດ ຊຶ່ງ​ເປັນການ​ເດີນທາງ​ທີ່​ຈະ​ນຳພາ​ລາວ​ໄປ​ສູ່ 50 ລັດ ພາຍ​ໃນ​ລະຍະ​ສາມ​ປີ. ຖ້າ​ຫາກ​ລາວ​ບັນລຸ​ເປົ້າໝາຍ​ ລາວ​ຈະ​ເປັນບຸກ​ຄົນທີ່​ໜຸ່ມ​ນ້ອຍສຸດ ​ທີ່ຈະ​ຢ້ຽມຢາມສວນ​ອຸດ ທະຍານທັງ​ໝົດ 411 ແຫ່ງ ​ແລະ​ເປັນ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ​ທີ່​ຈະເດີນ ທາງ​ລວດ​ດຽວ​ຕິດ​ຕໍ່​ກັນໄປ. ແລະ​ລາວ​ມີ​ແຜນ ​ທີ່​ຈະໃຊ້​ລົດຕູ້ ທີ່​ສ້າງ​ຂຶ້ນ ​ໂດຍ​ສະ​ເພາະເປັນ​ບ່ອນ​ພັກ​ເຊົາ​ຂອງ​ລາວ.

ທ້າວ Meyer ຈະໃຊ້​ບ່ອນ​ພັກ​ເຊົາ​ທີ່​ສົມ​ຄວນ ​ແຕ່​ເປັນ​ເຮືອນຢູ່​ເຄື່ອນ​ທີ່​ສຳລັບ​ການ​ຢ້ຽມ ຢາມ​ສວນອຸດທະຍານ ​ແລະອີກ​ຫລາຍໆ​ຢ່າງ. ທ້າວ Meyer ອະທິບາຍ​ວ່າ

“​ເວລາ​ຂ້າພະ​ເຈົ້າ​ເລີ້ມ​ແຜ​ນ​ເດີນທາງ​ດັ່ງກ່າວ​ນີ້ ຂ້າພ​ະເຈົ້າ​ໄດ້ຄິດ​ເຖິງ ສວນ ອຸດທະຍານ​ໃຫຍ່ໆ 59 ​ແຫ່ງເຊັ່ນ Grand Canyon, Acadia, Yellowstone ແຕ່​ ຫລັງ​ຈາກ​ນັນຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ລະບົບສວນ​ອຸດທະຍານ​ແຫ່ງ​ຊາດ​ ​ແມ່ນ​ມີຫຼາຍ​ໄປ​ກວ່າ​ສວນ​ອຸດທະຍານທີ່​ໃຫຍ່ໆ​ເຫລົ່ານີ້. ມັນ​ແມ່ນ​ທຸກໆ​ຢ່າງ​ນັບ​ແຕ່​ເຂດ ​ແຄມຝັ່ງ​ທະ​ເລ​ແຫ່ງ​ຊາດ ​ອະ​ນຸສາ​ວະລີ​ຕ່າງໆ ​ສະຖານ​ທີ່​ປະຫວັດສາດ​ແຫ່ງ​ຊາດ ​ຕະຫລອດ​ຈົນບັນດາສະໜາມ​ລົບ​ແຫ່ງ​ຊາດ. ມັນ​ແມ່ນ​ລະບົບ​ທັງ​ໝົດ​ນີ້ ທີ່ຫລາຍ​ໄປ​ກວ່າ​ທີ​ວທັດ.”

ນີ້​ບໍ່​ແມ່ນ​ການ​ເດີນທາງທາງ​ລົດເທື່ອ​ທຳ​ອິດ​ຂອງ​ທ້າວ Meyer ​ແຕ່​ຢ່າງ​ໃດ​ເລີຍ.

ລາ​ວ​ເປັນຄົນ​ຈາກ Nebraska ເຄີຍ​ເດີນທາງ​ຢ່າງ​ຫລວງຫລາຍ​ທົ່ວ​ສະ ຫະລັດ ​ແລະ​ອີກ​ຫລາຍ​ພາກ​ສ່ວນ​ຂອງ​ໂລກມາ​ແລ້ວ. ມັນ​ເປັນການ​ປະ ຕິບັດ​ປະຈຳ​ປີ​ທີ່​ເກີດ​ຈາກ​ປະສົບ​ພະການ​ທີ່​ຊອກ​ຊໍ້າ​ໃນ​ທາງສ່ວນ​ຕົວ.

“ພໍ່​ຂອງ​ຂ້າພະ​ເຈົ້າ​ເສຍ​ຊີວິດ​ອາຍຸ 58 ປີ ກ່ອນລາວ​ກິນ​ເບ້ຍ​ບຳນານ ​ເວລາ​ຂ້າພະ​ເຈົ້າ​ອາຍຸ 19 ປີແລະ​ມັນ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ສຳນຶກ​ວ່າ ຊີວິດ​ນີ້​ສັ້ນ ​ແລະ​ພວກ​ເຮົາ​ບໍ່​ຄ່ອຍ​ຈະ​ໄດ້​ກິນ​ເບ້ຍ​ບຳນານ ຫລື​ເປັນ​ເວລາ​ທີ່​ພວກ​ເຮົາ​ຄິດ​ວ່າ​ຈະເຮັດ​ໃຫ້ຄວາມ​ຝັນຂອງ​ພວກ​ເຮົາກາຍ​ເປັນ​ຈິງ. ​ເພ​າະສະ​ນັ້ນ ຂ້າພະ​ເຈົ້າ​ຕ້ອງ​ການ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຂ້​າພະ​ເຈົ້າເປັນ​ຈິງດຽວ​ນີ້ ​ໃນ​ອາຍຸ 30 ປີ ຂະນະ​ທີ່​ຍັງ​ມີ​ຊີວິດ​ຢູ່ ​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ຂ້າພະ​ເຈົ້າ​ບັນລຸ​ຜົນ​ກ່ຽວ​ກັບ​ສິ່ງນັ້ນ.”

ນັ້ນ​ເປັນ​ພາກສ່ວນ​ນຶ່ງ​ໃນເຫດຜົນ​ການ​ເດີ​ນທາງຂອງ​ລາວ ທີ່​ຈະມີ 12 ​ບັ້ນ ​ຂອງ​ການ​ເດີນທາງ​ປະຈຳ​ປີ​ຂອງ​ລາວ ​ເພື່ອເປັນ​ກຽດ​ໃຫ້​ແກ່​ພໍ່​ຂອງລາວ ​ໃນ​ຂະນະ​ທີ່​ເຮັດ​ໃຫ້​ຄວາມ ຝັນ​ຂອງ​ລາວ ກາຍ​ເປັນຄວາມ​ຈິງ ໃນ​ການທ່ຽວ​ຊົມ “​ລະບົບ​ສວນ​ອຸດທະຍານ​ອັນ​ຍິ່ງ​ໃຫຍ່​ຂອງ​ອາ​ເມຣິກາ.”

ລາວ​ໄດ້​ເລີ້ມ​ແຜນການ​ເດີນທາງຂອງ​ລາວໃນ​ເດືອນ​ເມສາຜ່ານ​ມາ ຢູ່​ທີ່ນະຄອນຫລວງ​ສະຫະລັດ ແລະ​ໄດ້​ຢ້ຽມຢາ​ມສວນ​ອຸດທະຍານ​ຫຼາຍໆ​ແຫ່ງຢູ່ໃນ​ເຂດ​ດັ່ງກ່າວ ຫລາຍ​ອາທິດ​ກ່ອນອອກ​ເດີນທາງ ຊຶ່ງ​ລາວມີ​ກຳນົດ​ໃສ່​ວັນ​ພໍ່ ຄື​ວັນທີ 19 ​ເດືອນ​ມິຖຸນາ​ນີ້.

ທ້າວ Meyer ກ່າວ​ວ່າ “ຂ້າພະ​ເຈົ້າ​ຢູ່​ນະຄອນຫລວງວໍ​ຊິງ​ຕັນ ​ເປັນ​ເວລາ​ສີ່​ປີ​ແລ້ວ ​ແລະ​ບໍ່​ຄິດ​ບໍ່​ຝັນ​ວ່າ ​ມີ​ອຸດທະຍານ​ແຫ່ງ​ຊາດ​ເຖິງ 40 ​ແຫ່ງ​ໃນ​ລະຍະ 30 ​ໄມ​ ຈາກເຮືອນ ຂອງຂ້າ​ພະ​ເຈົ້າ. ພວກ​ເຮົາ​ມັກ​ໄດ້​ຍິນ​ຄົນ​ເວົ້າ​ຄົນ​ວ່າ ​ໂອ້ ຂ້າພ​ະ​ເຈົ້າ​ບໍ່​ເຄີຍ​ໄດ້ໄປບ່ອນ​ນັ້ນ ມັນຢູ່ພຽງໄປ​ຕາມ​ຖະໜົນສາຍ​ນີ້ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ງ່າຍ​ທີ່​ຈະ​ລືມ​ກ່ຽວ​ກັບ​ບ່ອນ​ທີ່​ໜ້າ​ງຶດ​ງໍ້​ຕ່າງໆ​ທີ່ຢູ່​ໃກ້​ກັບ​ພວກ​ເຮົາ.”

ລາວ​ໄດ້​ຮັບປື້​ມຕີ​ກາ ທີ່​ເປັນໜັງສື​ພິ​ເສດ ໃນ​ການ​ໄປ​ຢ້ຽມຢາມ​ສວນອຸດທະຍານ​ແຫ່ງ​ຊາ​ດ ​ໃນ​ແຕ່ລະ​ແຫ່ງ ແລະ​ເວລາ​ນີ້ ລາວ​ໄດ້​ສະ​ສົມ​ໄວ້ເຖີງສິບ​ສອງຫົວ​ແລ້ວ. ປື້​ມ​ນີ້ໄດ້​ອອກ​ໃຫ້ ໂດຍບັນດາ​ສະ​ໂມ​ສອນນັກ​ເດີນທາງໄປ​ຢ້ຽມຢາມສວນ​ອຸດທະຍາ​ນ​ແຫ່ງ​ຊາດ ຊຶ່ງ​ເປັນ​ອົງການ​ຊ່ວຍ​ເຫລືອ​ນັກ​ທ່ອງ​ທ່ຽວ ຕິດ​ຕາມເບິ່ງການ​ຢ້ຽມຢາມ​ອຸດທະຍານ​ແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ.

"ບ່ອນ​ຕີ​ກາ​ທຳ​ອິດ​ມາ​ຈາກ​ການ​ໄປ​ຢ້ຽມ​ຢາມ​ອະນຸສາວ​ະລີ Washington “ເພາະວ່າ ຂ້າ ພະ​ເຈົ້າ​ຕ້ອງການ​ບາງ​ສິ່ງ​ບາງ​ຢ່າງ​ເປັນ​ຮູບ​ພາບ​ສັນ​ຍາ​ລັກ ບາງ​ສິ່ງ​ບາງ​ຢ່າງ​ທີ່​ຊາວ​ອາ​ເມຣິກັນ​ທັງ​ໝົດ ​ແລະ​ຄົນ​ຢູ່​ທົ່ວ​ໂລກພາກັນ​ຮູ້ ​ແຕ່​ວ່າ​ອາດບໍ່​ຮູ້ກໍ​ຄື​ອຸດທະຍານ​ແຫ່ງ​ຊາດ."

ທ້າວ Meyer ​ໄດ້​ທ້ອນເງິນ​ເພື່ອການ​ເດີ​ນທາງ​ຂອງ​ລາວ​ມາ​ເປັນ​ເວລາ​ສີ່​ປີ​ແລ້ວ ​ໃນ​ຂະນະ​ທີ່​ເຮັດວຽກ​ສອງ​ວຽກ ໃນ​ເຂດ​ນະຄອນ​ຫລວງ​ວຊໍ​ງຕັນ. ແຕ່​ລາວ​ກ່າວ​ວ່າ​ ລາວມີ​ທືນຢ່າງ​ເຕັມສຳລັບ​ແຕ່​ປີ​ທຳ​ອິດ.

ທ້າວ Meyer ກ່າວ​ວ່າ “​ເພາະສະ​ນັ້ນ ຂ້າ​ພະ​ເຈົ້າ​ຈະເພີ່ງ​ພາ​ທືນມາຈາກ​ການ​ໃຫ້​ບໍລິ ຈາກ ບາງ​ທີອາດມາຈາກການອູ້ມຊູ​ຂອງບັນດາ​ບໍລິສັດ ​ແລະ​ໂດຍ​ສະ​ເພາະ ​ຄົນ​ທີ່ເຂົ້າ​ໄປຢ້ຽມຢາມເວັບ​ໄຊ​ຂອງ​ຂ້າພະ​ເຈົ້າ ​ແລະ​ຊ່ວຍ​ເຫລືອ​ຂ້າພະ​ເຈົ້າ​ຢ່າງ​ໃດ​ຢ່າງ​ນຶ່​ງ ທີ່​ສາ​ມາດ​ເຮັດ​ໄດ້ ບໍ່​ວ່າ​ຈະ​ເປັນ​ການ​ໃຫ້​ບໍລິຈາກ ຫລື​ແມ່ນພຽງ​ແຕ່​ພຽງສະໝັກ​ເປັນ​ສະມາ ຊິກສື່​ມວນ​ຊົນ​ຂອງ​ຂ້າພະ​ເຈົ້າ.”

ລາວ​ຕ້ອງການ​ຢາກໄດ້​ຮັບ​ການສະໜັບສະ​ໜຸນ​ທາງ​ດ້ານ​ການ​ເງິນ​ຢ່າງ ພຽງພໍໃນ​ລະ ຫວ່າງ​ການ​ເດີນທາງ ​ເພື່ອ​ລາວ​ຈະ​ໄດ້​ຊາບ​ຊຶມ​ແລະ​ຊື່ນ​ຊົມໃນປະສົບພະ​ການ​ຂອງອຸດທະຍານ.

​ທ້າວ Meyer ມີ​ແຜນ​ທີ່​ຈະ​ແບ່ງປັນ​ການ​ເດີນທາງ​ຂອງ​ລາວ​ຜ່ານ​ທາງ​ສື່​ສັງຄົມ.

“ມັນ​ເປັນ​ສິ່ງ​ສຳຄັນ​ສຳລັບ​ຂ້າພະ​ເຈົ້າ ທີ່​ຈະ​ສ​ະ​ແດງ​ໃຫ້​ທຸກໆ​ຄົນ​ຢູ່​ທົ່ວ​ໂລກ​ຮູ້ວ່າ ສະຫະ ລັດ​ມີ​ລະບົບສວນ​ອຸດທະຍານ​ທີ່​ໜ້າ​ງຶດ​ງໍ້​ທີ່​ສຸດໃຫ້​ເບິ່ງໃຫ້​ຊົມ​ຫລາຍ​ໄປ​ກວ່າ Grand Canyon.”

ທ່ານຜູ້​ໃດ​ມີ​ຄວາມ​ສົນ​ໃຈ ຢາກ​ຕິດຕາມ​ເບິ່ງ​ການ​ເດີນທາງ​ຂອງ ທ້າວ Meyer ​ສາມາດ​ເຂົ້າ​ໄປ​ຢ້ຽມຢາ​ມເວັບ​ໄຊ​ www.TBCMikah.com ແລະ​ຕິດ​ຕາມ​ລາວ​ທາງ twitter, Facebook, Instagram ​ແລະ YouTube ​ໄດ້.

“ສຳລັບ​ໂຕ​ຂ້າ​ພະ​ເຈົ້າໃນ​ທາງ​ສ່ວນ​ໂຕແລ້ວ ເປົ້າ​ໝາຍ​ການ​ເດີນທາງ​ດັ່ງ ກ່າວ ​ກໍແມ່ນ ເພື່ອ​ໃຫ້​ມີ​ປະສົບພະ​ການນຶ່ງ​ໃນ​ຄວາມ​ຝັນ​ຂອງ​ຂ້າ​ພະ​ເຈົ້າ ​ເພື່ອ​ຈະ​ສາ​ມາດຮູ້​ວ່າ​ ເວລາ​ໃດ​ທີ່​ຂ້າພະ​ເຈົ້າ​ຕາຍ​ໄປ​ ຂ້າພະ​ເຈົ້າ​ສາມາດ​ກ່າວ​ໄດ້​ວ່່າ ຂ້າພ​ະ​ເຈົ້າ​ໄດ້​ເຮັດບາງສິ່ງ​ບາງຢ່າງ ກ່ຽວກັບສິ່ງ​ທີ່​ຂ້າພະ​ເ​ຈົ້າ​ໄຝ່ຝັນ​ຫາ​ຢູ່​ເລື້ອຍໆ.”

ລາວ​ມີ​ແຜນ​ທີ່​ຈະ​ສິ້ນ​ສຸດ​ການ​ເດີນທາງ​ຂອງ​ລາວ​ຢູ່ອະນຸສາ​ວະ Lincoln ຊຶ່ງ​ເປັນ​ໄລຍະ​ທີ່​ບໍ່​ໄກ​ປານ​ໃດ ​ຈາກ​ບ່ອນ​ທີ່​ລາວ​ເລີ້ມ​ຕົ້ນ.

An adventurous young American is about to set off on an ambitious road trip... to visit more than 400 sites within the U.S. National Park Service to celebrate its 100th anniversary. If successful, he'll be the youngest person to achieve such a milestone. VOA's Julie Taboh caught up with him ahead of his potentially record breaking journey.


is getting ready for the adventure of a lifetime.

He plans to travel across America...
and visit every site within the U.S. National Park system.
And he'll be doing it out of this old van that architect Kevin Wyllie ((WHY-lee)) is helping him convert into a road worthy home away from home.
"So we are turning this cargo van into a mobile home which I can live out of for the next 3 years as I drive all around America"))

His travels will take him to every state in the nation, visiting parks, of course, but much, much more...

"So when I first started planning this trip, I too thought of the 59 big national parks; Grand Canyon, Acadia, Yellowstone...

but then I learned that this National Park system is way more than these capital "P" parks. It's everything from national seashores to national monuments to national historical sites to national battlefields. It's this entire system that's so much more than just vistas."

At just 30 years old, the Nebraska native already has traveled extensively…

"My dad passed away at age 58 before he got to retire, when I was 19 years old, and it really made me realize that life is short and we don't always get the retirement or the time that we think we'll have to fulfill our dreams,

so I wanted to do my dreams now at age 30 while I'm still alive to make sure I can reach them."

He started his journey this past April, in Washington.

"I lived in DC for four years and didn't realize that there were about 40 national parks within 30 miles of my house. We always hear people say, Oh I've never gone to that place that's just down the road,' and I think it's easy to forget about all the amazing places that are close to us."

He receives a stamp in a special "passport" for each Park Service site he visits.

"I chose the Washington Monument because I wanted something iconic; something all Americans and people around the world would recognize, but maybe not know is a national park."

Meyer plans to share his journey on social media.

"It's important for me to show everyone around the world that the United States has this amazing national park system that has so much to offer beyond just the Grand Canyon, so I have a website called TravelBeyondConvention, and also Twitter, Facebook, Instagram, and YouTube."

If he achieves his goal, Meyer will be the youngest person to visit all 411 sites within the U.S. National Park Service, and the only person to do so in one continuous trip.

He plans to end his journey at the Lincoln Memorial… just a short distance from where his adventure began.

XS
SM
MD
LG