ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເດັກຍິງ ອັຟການິສຖານ ຖືກບັງຄັບ ໃຫ້ໂຈມຕີ ດ້ວຍລະເບີດ ສະລະຊີບ


ນາງ Pozhmai ອາຍຸ 10 ປີ ທີຖືກບັງຄັບ ໃຫ້ໃສ່ເສື້ອ ບັນຈຸລະເບີດ ສະລະຊີບ.
ນາງ Pozhmai ອາຍຸ 10 ປີ ທີຖືກບັງຄັບ ໃຫ້ໃສ່ເສື້ອ ບັນຈຸລະເບີດ ສະລະຊີບ.
ເດັກນ້ອຍຜູ້ຍິງອັ​ຟກາ​ນິສຖານຄົນ​ນຶ່ງ​ ໄດ້​ຖືກ​ຄຸມ​ຂັງ​ໄວ້ ​ໃນ​ຂະ
ນະ​ທີ່​ຖືກ​ກ່າວ​ຫາ ​ໃສ່​ເສື້ອ​ລະ​ເບີດ​ສະລະ​ຊີບນັ້ນ ​ກ່າວ​ວ່າ ບໍ່
​ຢາກ​ກັບ​ຄືນ​ເມືອບ້ານ. ນາງໄດ້​ຮ້ອງ​ຂໍໃຫ້ລັດຖະບານອັຟກາ
​ນິສຖານ ​ໃຫ້​ການປົກ​ປ້ອງ​ຄຸ້ມຄອງນາງ.

ຕໍາ​ຫລວດ ​ໃນ​ແຂວ​ງ Helmand ​ໄດ້​ຄຸມຂັງ​ນາງ Spozhma
i ອາຍຸ 10 ປີ​ໃນ ອາທິດ​ແລ້ວ​ນີ້. ນາງ​ກ່າວ​ວ່າ ອ້າຍ​ຂອງ​ລາວ
ຊຶ່ງ​ເປັນຜູ້​ບັນຊາການ ຂອງກຸ່ມທາ​ລິ​ບານ​ໄດ້​ບັງຄັບ​ໃຫ້ລາວ
ພະຍາ​ຍາມ​ໂຈມ​ຕີ​ສະລະ​ຊີບຕໍ່ດ່ານ​ກວດຂອງຕໍາຫຼວດ. ລາຍ
​ງານ​ຈາກ​ຂົງ​ເຂດ​ສະ​ແດງ​ໃຫ້​ເຫັນວ່າ ​ແທນ​ທີ່​ຈະ​ທຳການໂຈມ
ຕີ ລາວ​ໄດ້​ແລ່ນ​ກັບ​ຄືນ​ເມືອບ້ານເພື່ອ​ແກ້​ເສື້ອ​ນັ້ນ​ອອກ ​ແລະ
​ຫລັງຈາກນັ້ນກໍ​ໄປ​ຫາ​ຕໍາຫຼວດ​ເພື່ອຂໍ​ຄວາມ​ຄຸ້ມກັນ.

ກຸ່ມທາ​ລິ​ບານ ​ໄດ້​ປະຕິ​ເສດ​ວ່າ ຕົນບໍ່ໄດ້​ພົວພັນ​ນຳການວາງ​ແຜນດັ່ງກ່າວ.

ນາງ Spozhmai ກ່າວ​ວ່າ ນາງມີ​ຄວາມ​ດີ​ໃຈ ທີ່​ນາງ​ບໍ່​ໄດ້ທຳການໂຈມຕີສະ ລະຊີບ. ນາງ​
ກ່າວວ່າ ພວກ​ທະ​ຫານໄດ້ໃຫ້​ຄວາມ​ຄຸ້ມ​ກັນ​ແກ່​ນາງ.

ພໍ່ຂອງ​ນາງ Spozhmai ທ້າວ Abdul Ghafoor ກ່າວ​ວ່າ ລາວ​ຈະ​ບໍ່ສາມາດ​ປ້ອງ​ກັນລູກ​
ສາວ​ຂອງ​ລາວ​ໄດ້ ຖ້າ​ຫາກ​ວ່າ ນາງ​ກັບ​ຄືນເມືອ​ບ້ານ. ລາວ​ຍັງ​ໄດ້ກ່າວ​ຕໍ່ວິທະຍຸ Ashna ຂອງວີ​ໂອ​ເອນຳດ້ວຍ.

ລາວ​ກ່າວ​ອີກ​ວ່າ ລາວ​ຕ້ອງການ​ໃຫ້​ລັດຖະບານຊ່ວຍຍົກຍ້າຍ​ຄອບຄົວ​ຂອງ​ລາວ​ ໄປ​ບ່ອນ
ທີ່​ປອດ​ໄພກວ່ານີ້.

ລາຍ​ງານ​ຂ່າວແລະພວກ​ນັກ​ເຄຶ່ອນ​ໄຫວ​ສິດທິ​ມະ​ນຸດ ກ່າວ​ວ່າ ​ໃນສອງ​ສາມ​ປີ​ທີ່​ຜ່ານ​ມານີ້
ຕໍາຫລວດ​ ອັຟກາ​ນິສຖານ​ໄດ້ພົບ​ເຫັນພວກ​ເດັກນ້ອຍ​ຫລາຍ​ຄົນ ທີ່​ ພວກ​ຫົວ​ຮຸນ​ແຮງວາງ​
ແຜນ​ຈະໃຊ້​ເພື່ອໂຈມຕີດ້ວຍລະ​ເບີດ​ສະລະ​ຊີບ. ບາງຄົນມີ​ອາຍຸ​ພຽງ​ແຕ່​ຫົກ​ປີ.
XS
SM
MD
LG