ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາຟຣິກາຄົນນຶ່ງ ເວົ້າວ່າ ເຈົ້າຈະອອກຈາກເຮືອນບໍ່ໄດ້ ຖ້າເຈົ້າເປັນຄົນຜິວດຳ ຍ້ອນຖືກແນເປົ້າໝາຍໃສ່ ເລື້ອງໄວຣັສ


ຮູບນາງມາກກາເຣັດ ເນຕານ ຜູ້ທີ່ມີລູກສາວສາມຄົນ ທີ່ຕິດຄ້າງຢູ່ເມຶອງວູຫານ ປະເທດຈີນ.
ຮູບນາງມາກກາເຣັດ ເນຕານ ຜູ້ທີ່ມີລູກສາວສາມຄົນ ທີ່ຕິດຄ້າງຢູ່ເມຶອງວູຫານ ປະເທດຈີນ.

ຢູ່ໃນຮູບພາບວີດີໂອ ທີ່ແບ່ງປັນກັບ ວີໂອເອ ນັ້ນ ນັກຮຽນຊາວຄອງໂກຄົນນຶ່ງ ໃນເມືອງ
ວູຫານ ປະເທດຈີນ ເວົ້າອອກມາຈາກປະຕູທີ່ເປັນຮອຍແຕກ ແລະ ຂໍຮ້ອງຢາກໄດ້ຮັບອະນຸຍາດ ເພື່ອອອກຈາກບ້ານພັກຂອງລາວ.

ໂດຍເວົ້າພາສາຈີນກາງ ລາວໄດ້ບອກພະນັກງານຈີນຄົນນຶ່ງທີ່ໃສ່ໜ້າກກາກວ່າ ລາວ
ໄດ້ຢູ່ໃນເຮືອນຂອງລາວ ມາໄດ້ສອງເດືອນແລ້ວ ແລະກໍບໍ່ມີອາການວ່າ ຕິດເຊື້ອໄວຣັສ
ໂຄໂຣນາ. ພະນັກງານຄົນດັ່ງກ່າວບອກວ່າ ລາວຕ້ອງຢູ່ໃນເຮືອນ ຂອງລາວຕື່ມອີກ
14 ມື້.

ພະນັກງານບອກນັກຮຽນວ່າ “ມັນແມ່ນວຽກຂອງພວກເຮົາ ພວກເຮົາຕ້ອງໄດ້ຈັດຕັ້ງປະ
ຕິບັດກ່ຽວກັບເລື້ອງນີ້. ເພາະວ່່າ ສະຖານະການໃນການແຜ່ລະບາດແມ່ນ ເປັນທີ່ຮ້າຍ
ແຮງຫຼາຍຢູ່ອາຟຣິກາ.”

ນັກຮຽນຕອບອອກໄປວ່າ “ແຕ່ຂ້ອຍບໍ່ໄດ້ເດີນທາງໄປອາຟຣິກາ.”

ໃນຂະນະທີ່ຈີນເລີ້ມເປີດປະເທດຄືນ ຈາກໄວຣັສໂຄໂຣນາຢູ່ນັ້ນ ພວກປະຊາຊົນ ທີ່ມາ ຈາກ ອາຟຣິກາ ແມ່ນໄດ້ຖືກລະບຸໂຕໃຫ້ມີການກວດເພີ້ມຕື່ມ ຖືກສັ່ງໃຫ້ກັກໂຕເພື່ອກວດພະຍາດ ແລະບາງພວກ ກໍຖືກໄລ່ ອອກຈາກບ້ານເຮືອນຂອງເຂົາເຈົ້າ. ຢູ່ໃນການສຳພາດກັບຫຼາຍໆຄົນນັ້ນ ພວກຊາວອາຟຣິກາ ກ່າວຕໍ່ ວີໂອເອ ວ່າ ເຂົາເຈົ້າເປັນພວກໄດ້ຮັບເຄາະ ໃນການປຸກລະດົມຕໍ່ຕ້ານຜິວພັນ ທີ່ມີຈຸດປະ ສົງ ທີ່ແນໃສ່ເພື່ອໃຫ້ຊາວອາຟຣິກາ ເປັນແພະຮັບບາດສຳລັບກໍລະນີໄວຣັສໃໝ່ ຢູ່ໃນປະເທດຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG