ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໂຢຊິຮິເດະ ຊູກະ ຈະເປັນນາຍົກລັດຖະມົນຕີຄົນໃໝ່ ຂອງຍີ່ປຸ່ນ


ອະດີດລັດຖະມົນຕີກະຊວງການຕ່າງປະເທດ Fumio Kishida (ຊ້າຍ), ນາຍົກ Shinzo Abe, ຫົວໜ້າຫ້ອງການເລຂານຸການ Yoshihide Suga ແລະ ອະດີດລັດຖະມົນຕີປ້ອງກັນປະເທດ Shigeru Ishiba ພາກັນສະເຫລີມສະຫລອງ ພາຍຫລັງທີ່ ທ່ານ Suga ໄດ້ຖືກເລືອກຕັ້ງໃຫ້ເປັນປະທານ ພັກເສລີປະຊາທິປັດ ທີ່ກຳລັງປົກຄອງປະເທດຢູ່
ອະດີດລັດຖະມົນຕີກະຊວງການຕ່າງປະເທດ Fumio Kishida (ຊ້າຍ), ນາຍົກ Shinzo Abe, ຫົວໜ້າຫ້ອງການເລຂານຸການ Yoshihide Suga ແລະ ອະດີດລັດຖະມົນຕີປ້ອງກັນປະເທດ Shigeru Ishiba ພາກັນສະເຫລີມສະຫລອງ ພາຍຫລັງທີ່ ທ່ານ Suga ໄດ້ຖືກເລືອກຕັ້ງໃຫ້ເປັນປະທານ ພັກເສລີປະຊາທິປັດ ທີ່ກຳລັງປົກຄອງປະເທດຢູ່

ທ່ານ ໂຢຊິຮິເດະ ຊູກະ (Yoshihide Suga) ໄດ້ຖືກເລືອກໃຫ້ເປັນນາຍົກ ລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ໃນວັນພຸດວານນີ້.

ທ່ານ ຊູກະ (Suga) ອາຍຸ 71 ປີ ໄດ້ກົ້ມຫົວສະແດງຄວາມຂອບໃຈຫຼາຍຄັ້ງ ຫຼັງຈາກທ່ານໄດ້ຖືກເລືອກແບບໄດ້ຮັບຄະແນນສຽງຢ່າງຖ້ວມລົ້ນຈາກສະມາຊິກສະພາຕໍ່າ ຂອງສະພາແຫ່ງຊາດຍີ່ປຸ່ນ. ການລົງຄະແນນສຽງໃນວັນພຸດວານນີ້ແມ່ນການສະຫລຸບທີ່ແນ່ນອນຢູ່ແລ້ວ ຫລັງຈາກທ່ານຊູກະ (Suga) ໄດ້ຖືກເລືອກເອົາແບບໄດ້ຮັບຄະແນນສຽງຢ່າງຖ້ວມລົ້ນໃນມື້ກ່ອນໜ້ານັ້ນໂດຍພັກເສລີປະຊາທິປັດ ທີ່ກຳລັງປົກຄອງປະເທດຢູ່ ໃຫ້ເປັນປະທານພັກ.

ພາຍໃຕ້ລະບົບສະພາຂອງຍີ່ປຸ່ນ, ພັກທີ່ກຳອຳນາດຢູ່ເປັນຜູ້ເລືອກເອົາຜູ້ທີ່ຈະມາເປັນນາຍົກລັດຖະມົນຕີ, ໂດຍຕາມປົກກະຕິແມ່ນຜູ້ນຳພັກ.

ບໍ່ດົນຫລັງຈາກການເລືອກຕັ້ງ, ທ່ານຊູກະ (Suga) ກໍໄດ້ນຳສະເໜີຄະນະລັດ ຖະບານຂອງທ່ານ, ເຊິ່ງສ່ວນໃຫຍ່ແມ່ນມາຈາກບັນດາຜູ້ຮັກສາການເດີມສືບຕໍ່ຈາກທ່ານ ຊິນໂຊອາເບະ (Shinzo Abe) ຜູ້ດໍາລົງຕໍາແໜ່ງກ່ອນໜ້ານີ້, ລວມທັງລັດຖະມົນຕີກະຊວງການຕ່າງປະເທດທ່ານ ໂຕຊີມິດຊຸ ໂມເຕຈິ (Toshimitsu Motegi) ແລະ ລັດຖະມົນຕີກະຊວງການເງິນ, ທ່ານ ຕາໂຣ ອະໂຊ (Taro Aso). ອ້າຍຂອງທ່ານອາເບະ (Abe), ທ່ານ ໂນບູໂອະ ກີຊິ (Nobuo Kishi), ໄດ້ຖືກແຕ່ງຕັ້ງໃຫ້ຮັບໜ້າທີ່ປ້ອງກັນປະເທດ, ແທນທ່ານ ຕາໂຣ ໂກໂນະ (Taro Kono), ຜູ້ທີ່ໄດ້ກາຍມາເປັນລັດຖະມົນຕີປະຕິຮູບດ້ານການປົກຄອງ.

ມີພຽງສອງຄົນ ໃນຄະນະລັດຖະບານຂອງນາຍົກລັດຖະມົນຕີຄົນໃໝ່ ທີ່ເປັນແມ່ຍິງ.

ທ່ານ ຊູກະ (Suga) ສືບທອດປະເທດທີ່ມີເສດຖະກິດກຳລັງຫລຸດຖອຍລົງຍ້ອນການລະບາດຂອງພະຍາດໂຄວິດ-19, ເຊິ່ງໄດ້ບັງຄັບໃຫ້ມີການເລື່ອນເວລາການແຂ່ງຂັນກິລາໂອລິມປິກໂຕກຽວທີ່ມີຄວາມຄາດຫວັງສູງວ່າ ຈະຈັດຂຶ້ນໃນປີ 2021, ພ້ອມກັບມີຈໍານວນປະຊາກອນຜູ້ສູງອາຍຸເພີ້ມຂຶ້ນຢ່າງວ່ອງໄວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG