ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດວ່າ ບໍ່ໄດ້ພິຈາລະນາ ການຊ້ອມລົບທາງດ້ານນິວເຄລຍ ກັບເກົາຫຼີໃຕ້


ເຮືອບິນລົບອາຍພົ່ນ F-22 ຂອງກອງທັບອາກາດສະຫະລັດ ເຂົ້າຮ່ວມໃນການຊ້ອມລົບຮ່ວມກັນລະຫວ່າງສະຫະລັດ ແລະ ກອງທັບອາກາດຂອງເກົາຫຼີໃຕ້ ຢູ່ທີ່ຖານທັບອາກາດ ຄຸນຊານ ໃນເມືອງກັນຊານ ຂອງເກົາຫຼີໃຕ້, ວັນທີ 20 ທັນວາ 2022.
ເຮືອບິນລົບອາຍພົ່ນ F-22 ຂອງກອງທັບອາກາດສະຫະລັດ ເຂົ້າຮ່ວມໃນການຊ້ອມລົບຮ່ວມກັນລະຫວ່າງສະຫະລັດ ແລະ ກອງທັບອາກາດຂອງເກົາຫຼີໃຕ້ ຢູ່ທີ່ຖານທັບອາກາດ ຄຸນຊານ ໃນເມືອງກັນຊານ ຂອງເກົາຫຼີໃຕ້, ວັນທີ 20 ທັນວາ 2022.

ສະຫະລັດວາງແຜນທີ່ຈະຈັດການຊ້ອມລົບ ແບບຈຳລອງສະຖານະການສຸກເສີນໃນຫຼາຍດ້ານ ແລະຂະຫຍາຍໄປ​ສູ່ພາກສ່ວນອື່ນໆ ສຳລັບການຮ່ວມໄມ້ຮ່ວມມືດ້ານການປ້ອງກັນ ກັບເກົາຫຼີໃຕ້ ແຕ່ບໍ່ໄດ້ພິຈາລະນາໃນການຊ້ອມລົບດ້ານນິວເຄລຍຮ່ວມກັບໂຊລ ອີງຕາມເຈົ້າໜ້າທີ່ອະວຸໂສໃນຄະນະລັດຖະບານສະຫະລັດ.

ການປະກາດຂອງສະຫະລັດ ໄດ້ມີຂຶ້ນຫຼັງຈາກປະທານາທິບໍດີ ເກົາຫຼີໃຕ້ ຢຸນ ຊຸກ ຢຽລ ໄດ້ກ່າວໃນການໃຫ້ສຳພາດເມື່ອວັນຈັນວານນີ້ ວ່າ ສະຫະລັດ ແລະເກົາຫຼີໃຕ້ ກຳລັງເຈລະຈາກັນ ທີ່ໝາຍເຖິງການໃຫ້ໂຊລມີບົດບາດຫຼາຍ​ຂຶ້ນກວ່າເກົ່າ ໃນປະຕິບັດການຂອງກອງກຳລັງນິວເຄລຍສະຫະລັດ.

ທ່ານຢຸນ ໄດ້ກ່າວຕໍ່ໜັງສືພິມອະນຸລັກນິຍົມ Chosun Ilbo ໃນການສົນທະນາໃນເລື້ອງແຜນການຮ່ວມ ແລະການຊ້ອມລົບ ກັບກອງກຳລັງນິວເຄລຍສະຫະລັດ ອັນເປັນຂັ້ນຕອນ ຊຶ່ງທ່ານໄດ້ມີວິໄສທັດ ທີ່ຄວນຈະມີຜົນຄືກັນກັບ “ການແບ່ງປັນນິວເຄລຍຮ່ວມກັນ.”

ເມື່ອຖາມໃນຕອນແລງວັນຈັນວານນີ້ວ່າ ທ່ານໄດ້ປືກສາຫາລືການຊ້ອມລົບດ້ານ ນິວເຄລຍຮ່ວມກັນກັບເກົາຫຼີໃຕ້ ຫຼືບໍ່ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ຕອບວ່າ “ບໍ່.” ທ່ານໄບເດັນ ຜູ້ທີ່ໄດ້ກັບຄືນມາຈາກການເດີນທາງ ໄປຍັງລັດເຄັນທັກກີ ຂອງສະຫະລັດ ກໍບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ.

ໃນຖະແຫລງການທາງອີເມລ ເມື່ອຕອນແລງວັນອັງຄານມື້ນີ້ ທີ່ສົ່ງໃຫ້ວີໂອເອ ເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ໄດ້ພະຍາຍາມທີ່ຈະໃຫ້ຄວາມກະຈ່າງແຈ້ງເຖິງສະຖານະການໂດຍກ່າວວ່າ ສະຫະລັດ ແລະເກົາຫຼີໃຕ້ ແມ່ນ “ກຳລັງເຮັດວຽກຮ່ວມກັນເພື່ອເສີມກຳລັງຂະຫຍາຍການສະກັດກັ້ນ ທີ່ລວມມີ ໃນທີ່ສຸດໂດຍຜ່ານການຊ້ອມລົບແບບຈຳລອງສະຖານະການສຸກເສີນ ທຸກຮູບແບບ ທີ່ຈະຄົ້ນ ຄວ້າເບິ່ງການຕອບໂຕ້ຮ່ວມກັນຂອງພວກເຮົາ ຕໍ່ສະພາບການໃນຫຼາຍຮູບແບບ, ລວມທັງການໃຊ້ນິວເຄລຍໂດຍເກົາຫຼີເໜືອ (DPRK).”

ສ່ວນເກົາຫຼີເໜືອ ທີ່ຮູ້ຈັກກັນໃນ​ຊື່ ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ ຫຼື DPRK ເມື່ອປີກາຍນີ້ ໄດ້ຍິງລູກສອນໄຟຂີປະນາວຸດ ໃນຈຳນວນຫຼາຍເປັນປະຫວັດການ ແລະໃນວັນອາທິດຜ່ານມານີ້ ໄດ້ປະຕິຍານວ່າ ການຜະລິດຫົວລະເບີດນິວເຄລຍຂອງຕົນຈະ “ເພີ້ມຂຶ້ນຢ່າງທະວີຄູນ.”

ການກະທຳຂອງເກົາຫຼີເໜືອ ແລະຄຳຖະແຫລງຂອງຕົນ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ “ມີຄວາມກັງວົນເພີ້ມຂຶ້ນ” ອີງຕາມການກ່າວຂອງເຈົ້າໜ້າທີ່ສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG