ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ຢູນ ເວົ້າ​ວ່າ ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ກຳ​ລັງ​ປຶກ​ສາ​ຫາ​ລື ກ່ຽວ​ກັບ "ການ​ຊ້ອມ​ອາ​ວຸດ​ນິວ​ເຄ​ລຍ"


ປະ​ທາ​ນາ​ທິ​ບໍດີ ເກົາ​ລີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ-ເກົາຫຼີ​ໃຕ້, ພະ​ນົມ​ເປັນ, ກຳ​ປູ​ເຈຍ. 11 ພະ​ຈິກ 2022.
ປະ​ທາ​ນາ​ທິ​ບໍດີ ເກົາ​ລີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ-ເກົາຫຼີ​ໃຕ້, ພະ​ນົມ​ເປັນ, ກຳ​ປູ​ເຈຍ. 11 ພະ​ຈິກ 2022.

ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ໄດ້​ພົວ​ພັນ​ໃນ​ການ​ເຈ​ລະ​ຈາ​ທີ່​ອາດ​ເຮັດ​ໃຫ້ລັດ​ຖະ​ບານ ໂຊ​ລ ມີ​ບົດ​ບາດ​ທີ່​ໃຫຍ່​ຂຶ້ນ​ໃນ​ການ​ປະ​ຕິ​ບັດ​ການ​ຂອງກອງ​ກຳ​ລັງ​ນິວ​ເຄ​ລຍ ສະ​ຫະ​ລັດ, ອີງ​ຕາມ​ປະ​ທ​າ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ.

ໃນ​ການ​ສຳ​ພາດ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ຈັນ​ມື້ນີ້​ໃນ​ໜັງ​ສື​ພິມ ໂຈ​ຊຸນ ອິ​ລ​ໂບ ຂອງ​ເກົາຫຼີ​ໃຕ້​ນັ້ນ, ທ່ານ ຢູນ ໄດ້​ກ່າວ​ວ່າ​ການ​ປຶກ​ສາ​ຫາ​ລື​ໄດ້​ສຸມ​ໃສ່​ການ​ວາງ​ແຜນ ແລະ ຊ້ອມ​ລົບ​ຮ່ວມ​ກັບ​ກອງ​ກຳ​ລັງ​ນິວ​ເຄ​ລຍ ສະ​ຫະ​ລັດ, ເຊິ່ງ​ແມ່ນ​ການ​ຈັດ​ແຈງ​ທີ່ທ່ານ​ໄດ້​ເອີ້ນ​ວ່າ​ຈະ​ມີ​ຜົນ​ສະ​ທ້ອນ​ດຽວ​ກັນ​ກັບ “ການ​ແລກ​ປ່ຽນ​ນິວ​ເຄ​ລຍ.”

ທ່ານ ຢູນ ໄດ້​ກ່າວ​ວ່າ “ອາ​ວຸດ​ນິວ​ເຄ​ລຍ​ເປັນ​ຂອງ ສະ​ຫະ​ລັດ, ແຕ່ ເກົາຫຼີ​ໃຕ້ ແລະ ສະ​ຫະ​ລັດ ຄວນ​ແລກ​ປ່ຽນ​ຂໍ້​ມູນ, ແຜນ​ການ ແລະ ຝຶກ​ຊ້ອມ​ຮ່ວມ​ກັນ. ສະ​ຫະ​ລັດ ຍັງ​ຮູ້​ສຶກ​ສາ​ຂ້ອນ​ຂ້າງ​ເປັນ​ແງ່ບວກ ກ່ຽວ​ກັບ ຄວາມ​ຄິດນີ້.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຍັງ​ບໍ່​ໄດ້​ຢືນ​ຢັນ​ການ​ເຈ​ລະ​ຈາ​ໃດໆ​ເທື່ອ, ແຕ່​ໃນ​ອະ​ດີດ​ໄດ້​ປະ​ຕິ​ເສດ​ຄວາມ​ຄິດ​ຂອງ​ການ​ແລກ​ປ່ຽນ​ນິວ​ເຄ​ລຍ​ກັບ ເກົາຫຼີ​ໃຕ້. ເວ​ລາ​ຖືກ​ຂໍຄຳ​ເຫັນ​ນັ້ນ, ກອງ​ທັບ ສະ​ຫະ​ລັດ ໃນ ເກົາຫຼີ​ໃຕ້​ໄດ້​ ສະ​ເໜີ​ວີ​ໂອ​ເອ​ຕໍ່​ທຳ​ນຽບ​ຫ້າ​ແຈ, ເຊິ່ງບໍ່​ໄດ້​ຕອບ​ຄຳ​ຖາມ​ໃນ​ທັນ​ທີ.

ສະ​ຫະ​ລັດ ບໍ່​ໄດ້​ນຳ​ເອົາ​ລະ​ເບີດ​ນິວ​ເຄ​ລຍ​ໄປ​ຕັ້ງ​ຢູ່​ໃນ ເກົາຫຼີ​ໃຕ້ ນັບ​ຕັ້ງ​ແຕ່​ຊຸມ​ປີ 1990, ເວ​ລາ​ທີ່​ເຂົາ​ເຈົ້າ​ໄດ້​ຖອນ​ນິ​ວ​ເຄ​ລຍ​ຍຸດ​ທະ​ວິ​ທີ​ອອກ​ຈາກ​ແຫຼມ​ເກົາຫຼີ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ປອດ​ອາ​ວຸດ​ກັບ ສະ​ຫະ​ພາບ ໂຊ​ຫວຽດ. ແຕ່​ກົງ​ກັນ​ຂ້າມ, ເກົາຫຼີ​ໃຕ້ ແມ່ນ​ຖືກ​ປົກ​ປ້ອງ​ໂດຍ “ຄັນ​ຮົ່ມ​ນິວ​ເຄ​ລຍ” ຂອງ ສະ​ຫະ​ລັດ, ເຊິ່ງວໍ​ຊິງ​ຕັນ​ໄດ້​ປະ​ຕິ​ຍານ​ທີ່​ຈະ​ໃຊ້​ຄວາມ​ສາ​ມາດ​ທຸ​ກຢ່າງ​ຂອງ​ເຂົາ​ເຈົ້າ, ລວມ​ທັງ​ອາ​ວຸດ​ນິວ​ເຄ​ລຍ, ເພື່ອ​ປ້ອງ​ກັນ​ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ.

ໃນ​ການ​ສຳ​ພາດ​ນັ້ນ, ທ່ານ ຢູນ ໄດ້​ສະ​ເໜີ​ວ່າ​ຄວາມ​ຄິດ​ດັ່ງ​ກ່າວ​ນັ້ນ​ແມ່ນ​ລ້າ​ສະ​ໄໝ. “ສິ່ງ​ທີ່​ພວກ​ເຮົາ​ເອີ້ນ​ວ່າ “ຂະ​ຫຍາຍ​ການ​ຍັບ​ຢັ້ງ” ໝາຍ​ຄວາມ​ວ່າ ສະ​ຫະ​ລັດ ຈະ​ເບິ່ງ​ແຍງທຸ​ກຢ່າງ, ສະ​ນັ້ນ ເກົາຫຼີ​ໃຕ້ ຈຶ່ງບໍ່​ຄວນ​ເປັນ​ຫ່ວງ ກ່ຽວ​ກັບ ມັນ.” ທ່ານ ຢູນ ໄດ້​ກ່າວ​ວ່າ “ແຕ່​ດຽວນີ້, ມັນ​ຍາກ​ທີ່​ຈະ​ຊັກ​ຊວນ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ດ້ວຍ​ພຽງ​ຄວາມ​ຄິດນີ້.”

ເມື່ອ​ໄດ້​ປະ​ເຊີນ​ກັບ​ການ​ມຸ່ງ​ຮ້າຍຫຼາຍ​ຂຶ້ນ ແລະ ປະ​ເທດ ເກົາຫຼີ​ເໜືອ ທີ່​ມີ​ອາ​ວຸດ​ນິວ​ເຄ​ລຍ​ນັ້ນ, ປະ​ຊາ​ຊົນ ເກົາຫຼີ​ໃຕ້ ທີ່​ສຳ​ຄັນ​ຈຳ​ນວນຫຼາຍກວ່າເກົ່າ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ມີ​ສິ່ງ​ຍັບ​ຢັ້ງ​ນິວ​ເຄ​ລຍຂອງ​ຕົນ​ເອງ.

ອີງ​ຕາມ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ຈັນ​ມື້ນີ້​ໂດຍ​ອົງ​ການ​ຄົ້ນ​ຄວ້າ ຮັນ​ກຸກ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ໂຊ​ລ ນັ້ນ, ປະ​ຊາ​ຊົນ ເກົາຫຼີ​ໃຕ້ 67 ເປີ​ເຊັນໃຫ້​ກາ​ນ​ສະ​ໜັບ​ສະ​ໜູນ ເກົາຫຼີ​ໃຕ້ ມີ​ອາ​ວຸດ​ນິວ​ເຄ​ລຍ, ລວ​ມ​ທັງ​ຜູ້​ທີ່​ມີຫົວ​ອະ​ນຸ​ລັກ​ນິ​ຍົມ 70 ເປີ​ເຊັນ ແລະ ເສ​ລີ​ນິ​ຍົມ 54 ເປີ​ເຊັນ. ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ດັ່ງ​ກ່າວ​ແມ່ນ​ສອດ​ຄ່ອງ​ກັບ​ການ​ສຳຫຼວດ​ຄວາມ​ຄິດ​ສາ​ທາ​ລະ​ນະ​ອື່ນໆຫຼາຍ​ຄັ້ງ​ໃນ​ສອງ​ສາ​ມ​ປີ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG