ໂຄງການລູກສອນໄຟ ແລະອາວຸດນິວເຄລຍຂອງເກົາຫຼີເໜືອ ມີທ່າທາງ “ເປັນໄພຄຸກຄາມຕໍ່ຄວາມຢູ່ລອດ” ຂອງເຂດອິນໂດປາ-ຊີຟິກ ແລະເປັນໄພຂົ່ມຂູ່ໂດຍກົງຕໍ່ສັນຕິພາບຢູ່ໃນພາກພື້ນ, ປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ກ່າວໃນວັນພະຫັດວານນີ້ ຢູ່ລະຫວ່າງການປະຊຸມສຸດຍອດເຂດເອເຊຍ ຕາເວັນອອກ ໃນນະຄອນຫຼວງຈາກາຕາ.
ຄໍາເວົ້າຂອງທ່ານ ລຸນຫຼັງໜັງສືພິມ New York Times ລາຍງານວ່າ ຜູ້ນໍາເຫົາຫຼີເໜືອ ທ່ານກິມ ຈົງ ອຶນ ມີແຜນເດີນທາງໄປ ຣັດເຊຍ ໃນທ້າຍເດືອນນີ້ ເພື່ອພົບປະກັບປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເພື່ອຫາລືກ່ຽວກັບການຊື້ຂາຍອາວຸດ. ມົສກູ ພະຍາຍາມຊອກຫາການສະໜອງທາງອາວຸດເພີ້ມຂຶ້ນຈາກພຽງຢາງ ເພື່ອໃຊ້ເຂົ້າໃນສົງຄາມຂອງພວກເຂົາຢູ່ໃນ ຢູເຄຣນ.
ໃນທາງກົງກັນຂ້າມ, ທ່ານກິມ ມີຄວາມສົນໃຈ ໃນການສະໜອງເທັກໂນໂລຈີ ທີ່ທັນສະໄໝສໍາລັບດຽວທຽມ ແລະ ເຮືອດໍານໍ້າພະລັງງານນິວເຄລຍ ຂອງຣັດເຊຍ, ອີງຕາມບົດລາຍງານ.
ເຈົ້າໜ້າທີ່ຂອງເກົາຫຼີໃຕ້ ແລະບັນດານັກວິເຄາະກ່າວວ່າ ຖ້າເກົາຫຼີເໜືອຫາກສາມາດໄດ້ຮັບເທັກໂນໂລຈີທີ່ທັນສະໄໝດັ່ງກ່າວນັ້ນຈາກຣັດເຊຍ, ພວກເຂົາອາດຈະເພີ້ມລະດັບຂອງການຂົ່ມຂູ່ຕໍ່ ເກົາຫຼີໃຕ້ ແລະບັນດາປະເທດພັນທະມິດຂອງພວກເຂົາເຈົ້າ.
ທ່ານຢຸນ ກ່າວວ່າ “ການພັດທະນາລູກສອນໄຟ ແລະອາວຸດນິວເຄລຍຂອງເກົາຫຼີເໜືອ ເປັນການລະເມີດຢ່າງຮ້າຍແຮງຕໍ່ມະຕິສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ, ມັນເປັນໄພຂົ່ມຂູ່ ທີ່ສາມາດແນເປົ້າໝາຍ ແລະໂຈມຕີໃສ່ທຸກໆປະເທດທັງໝົດ ທີ່ເຂົ້າຮ່ວມໃນການປະຊຸມຄັ້ງນີ້.”