ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ຢູນ ຊຸກ ຢອລ ໄດ້ເດີນທາງຮອດປະເທດ ຍີ່ປຸ່ນ ສຳລັບກອງປະຊຸມສຸດຍອດທີ່ດົນໆມີເທື່ອນຶ່ງກັບຄູ່ຮ່ວມຕຳແໜ່ງຂອງທ່ານຈາກຍີ່ປຸ່ນ, ຫຼາຍຊົ່ວໂມງຫຼັງຈາກການຍິງລູກສອນໄຟໄລຍະໄກຂອງເກົາຫຼີເໜືອ ໄດ້ສະແດງໃຫ້ເຫັນຄວາມເປັນຫ່ວງດ້ານຄວາມປອດໄພຂອງປະເທດ ຮ່ວມກັນ.
ທ່ານ ຢູນ ໄດ້ເດີນທາງຮອດນະຄອນຫຼວງ ໂຕກຽວ ໃນຕອນບ່າຍຂອງວັນພະຫັດມື້ນີ້, ບ່ອນທີ່ທ່ານຈະຈັດການປະຊຸມນຶ່ງຕໍ່ນຶ່ງກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຟູມີໂອະ ຄິຊິດະ.
ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານ ຢູນ ແມ່ນຄັ້ງທຳອິດໂດຍປະທານາທິບໍດີ ເກົາຫຼີໃຕ້ ສຳລັບການຢ້ຽມຢາມສອງຝ່າຍໃນຮອບ 12 ປີ. ການຢ້ຽມຢາມດັ່ງກ່າວຈະແນເປົ້າເພື່ອປັບປຸງສາຍພົວພັນທີ່ຖືກຂັດຂວາງໂດຍຄວາມຂັດແຍ້ງທາງປະຫວັດສາດ ທີ່ກ່ຽວຂ້ອງກັບການເຂົ້າຄອບຄອງແຫຼມ ເກົາຫຼີ ໃນປີ 1910-1945 ຂອງ ຍີ່ປຸ່ນ.
ໃນອາທິດທີ່ຜ່ານມາ, ທ່ານ ຢູນ ໄດ້ເປີດຕົວແຜນການທີ່ຈະແກ້ໄຂນຶ່ງໃນອຸປະສັກທັງຫຼາຍຂອງສາຍພົວພັນລະຫວ່າງ ຍີ່ປຸ່ນ ແລະ ເກົາຫຼີໃຕ້, ວິທີທີ່ຈະຊົດເຊີຍຜູ້ເຄາະຮ້າຍ ເກົາຫຼີໃຕ້ ຜູ້ທີ່ຖືກເກນໄປເປັນແຮງງານບັງຄັບໂດຍ ຍີ່ປຸ່ນ.
ພາຍໃຕ້ແຜນການຂອງທ່ານ ຢູນ, ຜູ້ເຄາະຮ້າຍທັງຫຼາຍຈະໄດ້ຮັບການຊົດເຊີຍຜ່ານມູນນິທິສາທາລະນະທີ່ໄດ້ຮັບທຶນໂດຍການບໍລິຈາກຂອງບັນດາບໍລິສັດ ເກົາຫຼີໃຕ້, ໂດຍປາສະຈາກການມີສ່ວນຮ່ວມໂດຍກົງຂອງບັນດາທຸລະກິດ ຍີ່ປຸ່ນ.