ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ຢູນ ແລະ ທ່ານ ໄບ​ເດັນ ຈະ​ສະ​ເຫຼີມ​ສະຫຼອງ​ການ​ເປັນ​ພັນ​ທະ​ມິດ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ຈັດ​ການ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ


US, South Korea to Celebrate Alliance as They Navigate Challenges
please wait

No media source currently available

0:00 0:02:47 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າວນີ້.

ເວ​ລາ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ​ເປັນ​ເຈົ້າ​ພາບ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ ຢູ່​ທຳ​ນຽບ​ຂາວ​ໃນ​ອາ​ທິດນີ້​ສຳ​ລັບ​ການ​ຢ້ຽ​ມ​ຢາມ​ທາງ​ລັດ​ຖະ​ການ​ນັ້ນ, ບັນ​ຍາ​ກາດ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ເປັນ​ແບບ​ການ​ສະ​ເຫຼີມ​ສະຫຼອງ, ໃນ​ຂະ​ນະ​ທີ່​ທັງ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງວັນ​ຄົບ​ຮອບ 70 ປີ​ຂອ​ງ​ການ​ເປັນ​ພັນ​ທ​ະ​ມິດ​ທີ່​ທັງ​ສອງ​ຝ່າຍ​ເວົ້າ​ວ່າ​ແຂງ​ແກ່ນກວ່າ​ທີ່​ເຄີຍ​ເປັນ.

ແຕ່​ໃນ​ດ້ານ​ເລິກ​ລົງ​ໄປ​ນັ້ນ, ສາຍ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ລັດ ແລະ ເກົາ​ຫຼີ​ໃຕ້ ແມ່ນ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ, ບໍ່​ວ່າ​ຈະ​ມາ​ຈາກ​ໄພ​ຂົ່ມ​ຂູ່​ນິວ​ເຄ​ລຍ​ທີ່​ເພີ່ມ​ຂຶ້ນ​ຂອງ​ເກົາຫຼີ​ເໜືອ, ທັດ​ສະ​ນະ​ຄະ​ຕິ​ທີ່​ປ່ຽນ​ແປງ​ຂອງ ສະ​ຫະ​ລັດ ຕໍ່​ການ​ຄ້າ​ເສ​ລີ, ແລະ ຄຳ​ຖາມ​ຕ່າງໆ ກ່ຽວ​ກັບວ່າ ເກົາ​ຫຼີ​ໃຕ້ ຈະ​ຕີ​ຕົວ​ເຂົ້າ​ກັບ​ຕາ​ເວັນ​ຕົກ​ໃກ້​ຊ່ຳ​ໃດ.

ທ່ານ ຢູນ ໄດ້​ເດີນ​ທາງ​ມາ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ເມື່ອ​ວັນ​ຈັນ​ວານນີ້, ເຊິ່ງ​ແມ່ນ​ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ​ຂອງ​ການ​ຢ້ຽມ​ຢາມ 6 ວັນ. ໃນ​ວັນ​ພຸດມື້​ອື່ນ, ທ່ານ ຢູນ ແລະ ທ່ານ ໄບ​ເດັນ ຈະ​ຈັດ​ງານ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ ​ຢູ່​ທຳ​ນຽບ​ຂາວ, ເຊິ່ງ​ແມ່ນ​ພຽງ​ຄັ້ງ​ທີ​ສອງ​ເທົ່າ​ນັ້ນ​ທີ່​ທ່ານ ໄບ​ເດັນ ໄດ້​ອະ​ນຸ​ຍາດ​ໃຫ້​ຜູ້​ນຳ​ຕ່າງ​ປະ​ເທດ​ໄດ້​ຮັບ​ກຽດ​ດັ່ງ​ກ່າວ. ໃນ​ວັນ​ຕໍ່​ໄປ, ທ່ານ ຢູນ ຈະ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ.

ກ່ອນ​ສິ້​ນ​ສຸດ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ຢູນ ຈະເປັນ​ການ​ກ່າວ​ຢ້ຳເຖິງວິ​ທີ​ຕ່າງໆ​ທີ່​ສາຍ​ພົວ​ພັນ ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ໄດ້​ຂະ​ຫຍາຍ​ອອກ​ໄປຫຼາຍກວ່າ ການເປັນ​ພັນ​ທ​ະ​ມິດ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG