ຖ່າມກາງຄວາມເຄັ່ງຕຶງທີ່ໄດ້ເພີ່ມຂຶ້ນ ກ່ຽວກັບ ໂຄງການລູກສອນໄຟ ແລະ ອາວຸດນິວ
ເຄລຍ ຂອງ ເກົາຫຼີເໜືອ ນັ້ນ. ກອງທັບ ສະຫະລັດ ໃນວັນພຸດມື້ນີ້ ໄດ້ເລີ່ມເຄື່ອນຍ້າຍ
ບາງພາກສ່ວນຂອງລະບົບປ້ອງກັນລູກສອນໄຟ THAAD ເຂົ້າປະຈຳທີ່ຕັ້ງໃນ ເກົາຫຼີ
ໃຕ້ ອີງຕາມຄຳຖະແຫຼງຂອງເຈົ້າໜ້າທີ່ ໃນນະຄອນຫຼວງ ໂຊລ.
ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ໄດ້ກ່າວໃນຖະແຫຼງການສະ ບັບໜຶ່ງວ່າ “ເກົາ
ຫຼີໃຕ້ ແລະ ສະຫະລັດ ໄດ້ເຮັດວຽກນຳກັນ ເພື່ອຮັບປະກັນຄວາມສາມາດ ໃນການປະ
ຕິບັດການໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້ ຂອງລະບົບ THAAD ໃນການຮັບມືກັບໄພ
ຂົ່ມຂູ່ ຈາກອາວຸດນິວເຄລຍ ແລະ ລູກສອນໄຟທີ່ມີຄວາມກ້າວໜ້າຂອງ ເກົາຫຼີເໜືອ.”
ອົງປະກອບທຳອິດຂອງລະບົບຕໍ່ຕ້ານລູກສອນໄຟທີ່ຍິງມາໃນລະດັບສູງ ຫຼື THAAD ໄດ້ ຖືກສົ່ງໄປ ເກົາຫຼີໃຕ້ ໃນຕົ້ນເດືອນມີນາທີ່ຜ່ານມາ.
ໃນວັນພຸດມື້ນີ້, ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ໄດ້ກ່າວວ່າ ອົງປະກອບອື່ນໆ
ໄດ້ ຖືກເຄື່ອນຍ້າຍໄປຍັງບ່ອນຕິດຕັ້ງ, ເຊິ່ງເປັນສະໜາມກອລຟເກົ່າ ໃນເມືອງ
Seongju.
ເກົາຫຼີໃຕ້ ແລະ ສະຫະລັດ ໄດ້ກ່າວວ່າ ຈຸດປະສົງຫຼັກຂອງລະບົບຕ້ານລູກສອນໄຟ
THAAD ທີ່ມີຄວາມກ້າວໜ້ານີ້ ແມ່ນເພື່ອປ້ອງກັນຕໍ່ການໂຈມຕີດ້ວຍລູກສອນໄຟຈາກ ເກົາຫຼີເໜືອ.
ໃນຂະນະທີ່ ຈີນ ຄັດຄ້ານຕໍ່ການຕິດຕັ້ງລະບົບລູກສອນໄຟ THAAD ໂດຍເອີ້ນວ່າ ມັນ
ເປັນໄພຂົ່ມຕໍ່ລະບົບຄວາມປອດໄພຂອງຕົນ, ພວກເຂົາເຈົ້າກໍໄດ້ກ່າວຕໍ່ຕ້ານ ການທົດ
ລອງລູກສອນໄຟ ແລະລະເບີດນິວເຄລຍຂອງ ເກົາຫຼີເໜືອ ແລະໄດ້ສະໜັບສະໜູນໃນການມາດຕະການລົງໂທດຕໍ່ ພຽງຢາງ ຂອງອົງການສະຫະປະຊາຊາດ.
ເທື່ອຫລ້າສຸດ ໃນວັນທີ 16 ເມສາຜ່ານມານີ້ ເກົາຫຼີເໜືອ ໄດ້ທຳການທົດລອງລູກສອນ
ໄຟທີ່ປະສົບຄວາມລົ້ມແຫຼວ ໂດຍບໍ່ປະຕິບັດຕາມຄຳເຕືອນທີ່ເພີ່ມຂຶ້ນຂອງ ສະຫະລັດ
ວ່າ ມັນອາດມີຜົນທີ່ຕາມມາກ່ຽວ ກັບການກະທຳທີ່ເປັນການທ້າທາຍດັ່ງກ່າວ, ລວມທັງ
ຄວາມເປັນໄປໄດ້ໃນການຕອບໂຕ້ທາງທະຫານ. ນອກນັ້ນ ຍັງເຊື່ອກັນວ່າ ເກົາຫຼີເໜືອ ໄດ້ກະກຽມ ສຳລັບການທົດລອງລະເບີດນິວເຄລຍຄັ້ງທີ 6.
ໃນວັນອັງຄານວານນີ້, ເກົາຫຼີເໜືອ ໄດ້ສະເຫຼີມສະລອງວັນກໍ່ຕັ້ງກອງ ທັບຄົບຮອບ 85
ປີ ດ້ວຍການ “ຊ້ອມຍິງປືນຄັ້ງໃຫຍ່” ໃນເມືອງທ່າ Wonsan ທີ່ຕັ້ງຢູ່ໃນພາກຕາເວັນ ອອກຂອງປະເທດ, ອີງຕາມຄຳຖະແຫຼງຂອງກະຊວງການປ້ອງກັນປະເທດ ເກົາຫຼີໃຕ້.