ອົງການຂ່າວ Yonhap ຂອງເກົາຫລີໃຕ້ກ່າວວ່າ ຕົນໄດ້ຊາບຈາກແຫລ່ງສືບລັບວ່າ ເກົາຫລີເໜືອ ຫວ່າງມໍ່ໆມານີ້ໄດ້ສັ່ງໃຫ້ພວກລູກເຕົ້າທີ່ໃຫຍ່ແລ້ວ ຂອງພວກນັກການທູດກັບຄືນປະເທດ.
ແຫລ່ງຂ່າວແຈ້ງວ່າ ບັນດາເຈົ້າໜ້າທີ່ຈາກໜ່ວຍສືບລັບເກົາຫລີໃຕ້ ອົງການສືບລັບແຫ່ງຊາດ ໄດ້ກ່າວຕໍ່ຄະນະກຳມະການສະພາ ທີ່ກຳກັບນຳເລື້ອງນີ້ ຢູ່ໃນກອງປະຊຸມປິດລັບວ່າ ພຽງຢາງໄດ້ອອກຖະແຫລງການ ສັ່ງໃຫ້ພວກລູກເຕົ້າຂອງນັກການທູດ ທີ່ມີອາຍຸ 25 ປີຂຶ້ນໄປກັບຄືນປະເທດ ອັນເປັນພາກສ່ວນນຶ່ງ ໃນອັນທີ່ປາກົດວ່າເປັນຄວາມພະຍາຍາມເພື່ອຢຸດເຊົາບໍ່ໃຫ້ມີການໂຕນໜີທີ່ອາດ ຈະເກີດຂຶ້ນ.
ແຕ່ແຫລ່ງຂ່່າວສະພາກ່າວຕໍ່ອົງການຂ່າວ Yonhap ວ່າ ຕົນເຊື່ອວ່າຄຳສັ່ງດັ່ງກ່າວບໍ່ ໄດ້
ເປັນສາເຫດພາໃຫ້ການໂຕນໜີຫວ່າງມໍ່ໆມານີ້ ຂອງທ່ານ Thae Yong Ho ເຈົ້າໜ້າທີ່ໝາຍເລກສອງຂອງເກົາຫລີເໜືອປະຈຳອັງກິດ. ແຫລ່ງ ຂ່າວກ່າວວ່າ ເປັນໄປໄດ້ທີ່ທ່ານ Thae “ໄດ້ຊອກຫາໂອກາດໂຕນໜີມາໄດ້ຊົ່ວໄລຍະນຶ່ງແລ້ວ.”
ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Guen-hye ກ່າວຕໍ່ສະພາຄວາມ ໝັ້ນຄົງຂອງທ່ານ ໃນວັນຈັນວານນີ້ວ່າ ການໂຕນໜີຂອງ ທ່ານ Thae ເປັນຮ່ອງຮອຍຂອງການ “ແຕກແຫງທີ່ຮ້າຍແຮງ” ຢູ່ໃນຄະນະປົກຄອງຂັ້ນສູງຂອງ ເກົາຫລີເໜືອ.
ພຽງຢາງ ໄດ້ປະນາມທ່ານ Thae ວ່າ “ເປັນມະນຸດຊົ່ວຊ້າ” ແລະກ່າວຫາ ທ່ານວ່າກະທຳ ຜິດຫລາຍຢ່າງ ຮວມທັງສຳເລົາເດັກນ້ອຍ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ