ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ຕຽມຍິງ ລູກສອນໄຟ ໄລຍະກາງ ຊະນິດໃໝ່


ຜູ້ຊາຍຄົນນຶ່ງເບິ່ງ ການຍິງລູກສອນໄຟ ຂອງເກົາຫລີເໜືອ ຜ່ານທາງໂທລະພາບ ທີ່ສະຖານີລົດໄຟ ໃນນະຄອນໂຊລ ເກົາຫລີໃຕ້.
ຜູ້ຊາຍຄົນນຶ່ງເບິ່ງ ການຍິງລູກສອນໄຟ ຂອງເກົາຫລີເໜືອ ຜ່ານທາງໂທລະພາບ ທີ່ສະຖານີລົດໄຟ ໃນນະຄອນໂຊລ ເກົາຫລີໃຕ້.

ອົງການ​ຂ່າວ Yonhap ຂອງ​ເກົາຫລີ​ໃຕ້ ກ່າວ​ວ່າ ​ເກົາຫລີ​ເໜືອ ກຳລັງ​ຕຽມທີ່ຈະ​ຍິງລູກ ​ສອນ​ໄຟຊະນິດ​ໃໝ່່ ອີກ​ເປັນ​ເທື່ອ​ທີ​ສອງ ຊຶ່ງ​ເປັນ​ລູກ​ສອນ​ໄຟໄລຍະ​ກາງທີ່​ມີ​ຄວາມ​ແຮງ​ ສູງ ສາມາດ​ໂຈມ​ຕີ​ຖານ​ທັບແຫ່ງຕ່າງໆ​ຂອງ​ສະຫະລັດ ໃນ​ເຂດ​ປາຊິ​ຟິກ​ໄດ້.

ອົງການ​ຂ່າວ Yonhap ກ່າວ​ວ່າ ຕົນ​ໄດ້​ຊາບຂ່າວ​ນີ້ຈາກ​ເຈົ້າ​ໜ້າ​ທີ່​ລັດຖະບານ ທີ່​ບໍ່​ອອກ​ ຊື່ຄົນ​ນຶ່ງວ່າ ທະຫານ “ກຳລັງ​ຕິດຕາມ​ເບິ່ງ​ຮ່ອງ​ຮອຍ​ທີ່​ສະ​ແດງ​ໃຫ້​ເຫັນວ່າ” ​ເກົາຫລີ​ເໜືອ ​ຈະ​ຍິງລູກ​ສອນ​ໄຟ Musudan “​ໃນ​ອະນາ​ຄົດ​ອັນ​ໃກ້ໆ​ນີ້.”

​ແຕ່​ວ່າ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ກ່າວ​ວ່າ ຕົນ​ບໍ່ມີຂໍ້​ມູນສືບ​ລັບທີ່​ຈະ​ໃຫ້ ການ​ຢືນຢັນ​ ຕໍ່ລາຍ​ງານ​ຂອງ​ອົງການ​ຂ່າວ Yonhap.

ລູກ​ສອນ​ໄຟ Musudan ​ແມ່ນ​ອີງ​ຕາມລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດທີ່ຍິງ​ຈາກ​ເຮືອ​ດຳ​ນໍ້າເກົ່າ ຂອງ​ໂຊ​ຫວຽດ ທີ່​ເກົາຫລີເໜືອໄດ້​ນຳ​ມາດັດ​ແປງ​ເພື່ອ​ຍິງ​ຈາກລົດ​ບັ​ນທຸກ​ທາງ​ພາກພື້ນ ​ໜ້າດິນ. ລັດສະໝີ​ຂອງລູກ​ສອນ​ໄຟ​ນີ້​ແມ່ນ​ລະຫວ່າງ 3,000 ຫາ 4,000 ກິ​ໂລ​ແມັດ ​ຮວມ​ ທັງ​ເກາະ Guam ໃນເຂດປາ​ຊິ​ຟິກຂອງ​ສະຫະ ລັດນຳ​ດ້ວຍ.

ພຽງ​ຢາງ​ໄດ້​ຍິງທົດ​ລອງລູກ​ສອນ​ໄຟ Musudan ​ເມື່ອ​ວັນ​ທີ 15 ​ເມສາຜ່ານ​ມານີ້ ຊຶ່ງ​ເປັນ ວັນ​ເກີດຂອງ​ທ່ານ Kim II Sung ປະທານ​ປະ​ເທດ​ຄົນ​ທຳ​ອິດ ​ແລະ​ພໍ່​ຕູ້​ຂອງ​ທ່ານ Kim Jong Un ຜູ້ນຳຄົນ​ປັດຈຸ​ບັນ. ​ເກົາ​ຫລີໃຕ້​ແລະ​ບັນດາ​ເຈົ້າ ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ການ​ຍິງລູກ​ສອນ​ໄຟ​ນີ້ ໄດ້ປະສົບ​ກັບ​ຄວາມ​ລົ້ມແຫຼວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG