ທ່ານນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກ ລັດຖະມົນຕີໄທກ່າວວ່າ ທ່ານນາງບໍລິ
ສຸດ ຢູ່ໃນການຖະແຫລງປິດຄະດີ ໃນວັນອັງຄານມື້ນີ້ ຢູ່ທີ່ສານໃນບາງກອກ ຊຶ່ງໄຕ່
ສວນຄະດີອາຍາທີ່ກ່າວຫາທ່ານນາງວ່າ ປະໝາດຂາດຄວາມຮັບຜິດຊອບໃນການ
ປະຕິບັດງານ.
ທ່ານນາງຍິ່ງລັກຖືກກ່າວຫາວ່າ ທ່ານນາງໄດ້ດຳເນີນການຜິດພາດ ໃນໂຄງການຈໍານໍາ
ເຂົ້າ ທີ່ມີມູນຄ່າຫລາຍພັນລ້ານໂດລາ. ຢູ່ໃນໂຄງການດັ່ງກ່າວ ລັດຖະບານຊື້ເຂົ້າຈາກ
ຊາວນາທີ່ທຸກຈົນ ໃນລາຄາສູງກວ່າລາຄາຕະຫລາດ ແລະຂາຍອອກໃນລາຄາສູງ
ກວ່າເກົ່າໃນເວລາຕໍ່ມາ. ແຕ່ວ່າ ໂຄງການດັ່ງກ່າວມີຜົນໄປໃນທາງກົງກັນຂ້າມ ຊຶ່ງໄດ້
ເຮັດໃຫ້ຂາດທຶນ ຫລາຍກວ່ານຶ່ງຕື້ໂດລາ ແລະເຮັດໃຫ້ໄທມີເຂົ້າທີ່ຂາຍບໍ່ອອກຢູ່ໃນ
ສາງເປັນຈໍານວນຫລວງຫລາຍ.
ນາຍົກລັດຖະມົນຕີແມ່ຍິງຄົນທໍາອິດຂອງໄທ ໄດ້ກ່າວປົກປ້ອງການກະທໍາຂອງທ່ານ
ນາງ ຢູ່ໃນຖະແຫລງການປິດຄະດີວ່າ ທ່ານນາງຕົກເປັນຜູ້ໄດ້ຮັບເຄາະຮ້າຍຈາກ
“ເກມການເມືອງ”.
ທ່ານນາງຍິ່ງລັກ ໄດ້ຖືກຕ້ອນຮັບໂດຍປະຊາຊົນທີ່ສະໜັບສະໜຸນຢ່າງຄັບຄາໜາແໜ້ນ ໃນຂະນະທີ່ທ່ານນາງເດີນທາງໄປເຖິງສານ ເພື່ອກ່າວຖະແຫລງປິດຄະດີ ຂອງທ່ານ
ນາງນັ້ນ. ທ່ານນາງໄດ້ກ່າວຕໍ່ປະຊາຊົນຊົນທີ່ໄປເຕົ້າໂຮມກັນທີ່ນັ້ນວ່າ “ຂ້າພະເຈົ້າຫວັງ
ວ່າ ຈະມີຄວາມຍຸດຕິທໍາ.”
ທ່ານນາງຍິ່ງລັກ ຈະຖືກຕິດຄຸກເປັນເວລາ 10 ປີ ຖ້າຫາກສານຕັດສິນວ່າ ທ່ານນາງມີ
ຄວາມຜິດ. ຄໍາຕັດສິນດັ່ງກ່າວຈະມີຂຶ້ນໃນວັນທີ 25 ສິງຫາ.