ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍິ່ງ​ລັກ ຊິນນະວັດ ນາຍົກ ລມຕ ຍິງ ຜູ້ທໍາອິດຂອງ​ໄທ


ຍິ່ງ​ລັກ ຊິນນະວັດ ນາຍົກລັດຖະມົນຕີຍິງຜູ້ທໍາອິດຂອງ​ໄທ
ຍິ່ງ​ລັກ ຊິນນະວັດ ນາຍົກລັດຖະມົນຕີຍິງຜູ້ທໍາອິດຂອງ​ໄທ

ນາຍົກລັດຖະມົນຕີຄົນຕໍ່ໄປຂອງປະເທດໄທ ທ່ານນາງ ຍິ່ງ​ລັກ ຊິນນະວັດ ນອກຈາກ
ຈະເປັນນາຍົກລັດຖະມົນຕີຍິງຜູ້ທໍາອິດຂອງ​ໄທ ​ແລ້ວກໍຍັງ​ຖືກ​ເບິ່ງ​ເຫັນ​ວ່າ ເປັນຫຸ່ນ​ຫຼືຕົວແທນຂອງອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ຜູ້ເປັນອ້າຍນັ້ນນໍາ​ອີກ.

ທ່ານນາງ ຍິ່ງ​ລັກ ນັກທຸລະກິດ ໄວ 44 ປີ ຍັງບໍ່ເຄີຍມີປະສົບການ ທາງການເມືອງ
ຫຼືຮັບ​ໃຊ້​ໃນ​ຕໍາ​ແໜ່​ງ​ໃດ​ໃນ​ຄະນະ​ລັດຖະບານ​ມາກ່ອນ. ແຕ່ວ່າຄືກັນ​ກັບ​ຜູ້​ເປັນອ້າຍ
ນາງມີຄວາມສາມາດ​ໃນ​ການ​ສື່ສານແລະເຂົ້າເຖິງປະຊາຊົນຜູ້​ມີ​ສິດເລືອກຕັ້ງ​ໄດ້ດີ
ຢ່າງ​ທີ່ນາຍົກລັດຖະມົນຕີ ອະພິສິດ​ ເວດຊາຊິວະ ບໍ່​ສາມາດເຮັດໄດ້.

ເວລາ​ນີ້ ອະດີດນາຍົກລັດຖະມົນຕີທັກສິນ ຍັງລີ້​ໄພຢູ່ໃນ Dubai ​ເພື່ອ​ຫລົບໜີ​ໂທດ
ຈໍາຄຸກ 2 ປີ ໃນຄະດີສໍ້ລາດບັງຫຼວງ ທີ່ທ່ານທັກສິນກ່າວວ່າ ມີສາ​ເຫດທາງການເມືອງ
ຫຼາຍກວ່າ. ຜ່ານ​ມາ ທ່ານທັກສິນເຄີຍ​ເອີ້ນ ຍິ່ງ​ລັກ ນ້ອງ​ສາວ​ຫລ້າ​ວ່າ​ ເປັນຕົວແທນ
ຂອງທ່ານ​ເພາະ​ເໝືອນ​ກັນ​ກັບ​ທ່ານ​ຫລາຍ.

ທ່ານນາງ ຍິ່ງ​ລັກ ໄດ້ປະຕິຍານວ່າຈະສືບຕໍ່ດໍາເນີນໂຄງການຕ່າງໆທີ່ສົ່ງ ​ເສີມເກື້ອ​
ກຸນປະຊາຊົນຂອງຜູ້ເປັນອ້າຍ​ ແລະຈະປະສານເຊື່ອມໂຍງການແຕກແຍກທາງການ
ເມືອງໃນໄທຍ ທີ່​ໄດ້​ເກີດ​ຂຶ້ນຫຼັງຈາກທີ່ໄດ້ມີການກໍ່ລັດຖະປະຫານ ​ໂຄ່ນ​ລົ້ມທ່ານ
ທັກ​ສິນອອກຈາກ​ອໍານາດ ໃນປີ 2006 ນັ້ນ. ​ເປັນ​ທີ່ຄາດໝາຍ​ກັນ​ອີກ​ວ່ານາງ​ຈະ​ພະ
ຍາຍາມ​ຫາ​ທາງ​ໃຫ້​ມີການໃຫ້ອະໄພຍະໂທດແກ່ບັນດານັກໂທດທາງການເມືອງອີກ
ຊຶ່ງຈະ​ເປັນ​ການເປີດໂອກາດໃຫ້ອ້າຍ​ຂອງນາງກໍຄືທ່ານທັກສິນນັ້ນກັບຄືນປະເທດໄດ້.

ຍິ່ງ​ລັກ ກ່າວວ່າ ການນິລະໂທດກໍາ ນີ້​ບໍ່ແມ່ນພຽງແຕ່ຈະຊ່ອຍເຫຼືອອ້າຍຂອງທ່ານ
ນາງເທົ່ານັ້ນ ແຕ່ຍັງເປັນການຊ່ວຍ​ໃຫ້​ຊາວ​ໄທ​ປອງ​ດອງ​ກັນ ລຸນ​ຫລັງການ​ແຕກ​ແຍກ
ກັນທາງການເມືອງ ມານານຫຼາຍປີແລ້ວນັ້ນ.

XS
SM
MD
LG