ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳ ໃນການກໍ່ ລັດຖະປະຫານ ຂອງໄທ ຄຸມຂັງ ນາຍົກ ທີ່ຖືກປົດ (ສະໄລດ໌/ວີດີໂອ)


Thai Army Chief Declares Himself PM As Former Leaders Submit
please wait

No media source currently available

0:00 0:02:30 0:00
ພວກຜູ້ນຳໃນການກໍ່ລັດຖະປະຫານຂອງໄທ ກ່າວວ່າ ນາຍົກລັດ
ຖະມົນຕີຍິ່ງລັກ ຊິນນະວັດທີ່ຖືກປົດອອກຈາກຕຳແໜ່ງແລະເຈົ້າ
ໜ້າທີ່ອື່ນໆອີກ 10 ກວ່າຄົນ ໄດ້ຖືກກັກໂຕໄວ້ໃນສະຖານທີ່ປອດ
ໄພແຫ່ງນຶ່ງ ແລະອາດຈະຖືກຄຸມຂັງດົນເຖິງນຶ່ງອາທິດເພື່ອໃຫ້ເວ ລາແກ່ພວກເຂົາເຈົ້າຄິດວ່າ ຈະດຳເນີນການແບບໃດກັບບຸກຄົນ
ເຫຼົ່ານີ້.

ໂຄສົກຄົນນຶ່ງ ຂອງກອງທັບໄທ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ
ໃນວັນເສົາມື້ນີ້ວ່າ ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ເພື່ອຫຼຸດ ຜ່ອນຄວາມກົດດັນແລະບັນລຸການປະນີປະນອມທາງດ້ານການ
ເມືອງ ລະຫວ່າງລັດຖະບານ ແລະ ພວກປະທ້ວງ ຕໍ່ຕ້ານລັດຖະ
ບານທີ່ໄດ້ພາກັນປະທ້ວງຂະໜາດໃຫຍ່ ຢູ່ຕາມຖະໜົນຫົນທາງ.

ອະດີດນາຍົກລັດຖະມົນຕີຍິ່ງລັກ ແລະເຈົ້າໜ້າທີ່ເຫຼົ່ານີ້ຖືກກັກຂັງຢູ່ໃສນັ້ນ ຍັງບໍ່ທັນ ເປັນທີ່ ຈະແຈ້ງເທື່ອໃນວັນເສົາມື້ນີ້ ເກືອບສອງມື້ແລ້ວຫລັງຈາກກອງທັບໄທປະກາດວ່າ ຕົນໄດ້ເຮັດ ລັດຖະປະຫານຍຶດອຳນາດ.

ໃນຂະນະທີ່ມີການຖະແຫຼງຂ່າວຢູ່ນີ້ ການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ໂດຍພວກ ທະຫານ ໄດ້ລະເບີດຂຶ້ນໃນທົ່ວບາງກອກ ທັງໆທີ່ໄດ້ມີການຫ້າມອອກນອກເຮືອນ ແລະຈຳ ກັດຈຳນວນຜູ້ຄົນ ໃນການໂຮມຊຸມນຸມກັນ ຢູ່ໃນສະຖານທີ່ໃດນຶ່ງ.

ພາຍໃຕ້ຄຳສັ່ງຮຽກໂຕຂອງກອງທັບ ທ່ານນາງຍິ່ງລັກ ແລະບຸກຄົນອື່ນໆ ໄດ້ພາກັນໄປສະ ເໜີໂຕທີ່ຄ້າຍທະຫານແຫ່ງນຶ່ງ ໃນບາງກອກ ເມື່ອວັນສຸກວານນີ້. ໃນເວລາຕໍ່ມາ ໄດ້ມີການ ອ້າງຄຳເວົ້າ ຂອງພວກນາຍທະຫານທີ່ກ່າວວ່າ ທ່ານນາງໄດ້ຢູ່ພາຍໃຕ້ ການຄຸ້ມຄອງຂອງ ພວກທະຫານແລ້ວ ແລະສື່ມວນຊົນທ້ອງຖິ່ນລາຍງານວ່າ ຜູ້ຊ່ອຍຂອງທ່ານນາງໄດ້ນຳເອົາ ສິ່ງຂອງ ໄປສົ່ງໃຫ້ທ່ານນາງ ທີ່ຄ້າຍທະຫານແຫ່ງນຶ່ງ ຢູ່ນອກບາງກອກ. ພວກທີ່ຖືກຄຸມຂັງ ທັງໝົດ ບໍ່ສາມາດຕິດຕໍ່ກັບພາຍນອກໄດ້.

ສະຫະລັດໄດ້ໂຈະການຊ່ອຍເຫຼືອທາງທະຫານຕໍ່ປະເທດໄທໃນມູນຄ່າ 3 ລ້ານ 5 ແສນໂດ ລາແລະກ່າວວ່າ ຕົນພວມທົບທວນເບິ່ງ ການຊ່ອຍເຫລືອອີກ 7 ລ້ານໂດລາ ເພື່ອຈະຕັດລົງ
ຕື່ມ.

ນອກນັ້ນ ກະຊວງການຕ່າງປະເທດສະຫະລັດຍັງໄດ້ເຕືອນປະຊາຊົນອາເມຣິກັນບໍ່ໃຫ້ເດີນ ທາງໄປຍັງປະເທດໄທ ຖ້າຫາກບໍ່ມີຄວາມຈຳເປັນ.

ທາງກອງທັບໄທໄດ້ມີຄຳສັ່ງຫ້າມ ບໍ່ໃຫ້ທ່ານນາງຍິ່ງລັກ ແລະພວກນັກການເມືອງອື່ນໆອີກ 150 ກວ່າຄົນ ເດີນທາງອອກຈາກປະເທດ ໂດຍທີ່ບໍ່ໄດ້ຮັບອະນຸຍາດ.
THAILAND COUP CNPK
please wait
Embed

No media source currently available

0:00 0:01:22 0:00
XS
SM
MD
LG