ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດ​ການ​ຍິງ​ສັງ​ຫານ​ໝູ່​ອີກ​ຄັ້ງ​ນຶ່ງ ເຮັດ​ໃຫ້ ສະ​ຫະ​ລັດ ກຽມ​ພ້ອມ​ ສຳ​ລັບ​ການ​ຍິງ​ກັນ​ຕື່ມ​ອີກ


ຜູ້​ຊາຍ​ຄົນ​ນຶ່ງວາງດອກ​ໄມ້​ຢູ່​ສະ​ຖານ​ທີ່​ໄວ້​ອາ​ໄລ ຫຼັງ​ຈາກ​ການ​ຍິງ​ສັງ​ຫານ​ໝູ່​ໃນ​ການ​ເດີນ​ສວນ​ສະ​ໜາມ​ວັນ​ທີ 4 ກໍ​ລະ​ກົດ ໃນ​ເມືອງ ຮາຍ​ແລນ ພາກ, ນະ​ຄອນ ຊິ​ຄາ​ໂກ, ລັດ ອີ​ລີ​ນອຍ. 6 ກໍ​ລະ​ກົດ, 2022.
ຜູ້​ຊາຍ​ຄົນ​ນຶ່ງວາງດອກ​ໄມ້​ຢູ່​ສະ​ຖານ​ທີ່​ໄວ້​ອາ​ໄລ ຫຼັງ​ຈາກ​ການ​ຍິງ​ສັງ​ຫານ​ໝູ່​ໃນ​ການ​ເດີນ​ສວນ​ສະ​ໜາມ​ວັນ​ທີ 4 ກໍ​ລະ​ກົດ ໃນ​ເມືອງ ຮາຍ​ແລນ ພາກ, ນະ​ຄອນ ຊິ​ຄາ​ໂກ, ລັດ ອີ​ລີ​ນອຍ. 6 ກໍ​ລະ​ກົດ, 2022.

ການ​ຍິງ​ສັງ​ຫານ​ໝູ່​ໃນ​ວັນ​ປະ​ກາດ​ເອ​ກະ​ລາດຂອງ​ອາ​ທິດນີ້​ ໃນ​ເຂດນອກ​ເມືອງ​ຂອງ​ນະ​ຄອນ ຊິ​ຄາ​ໂກ ລັດ ອີ​ລີ​ນອຍ ແມ່ນ​ໄດ້​ເນັ້ນ​ໃຫ້ເຫັນ​ເຖິງ​ສິ່ງ​ທ້າ​ທາຍ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ​ກຳ​ລັງ​ປະ​ເຊີນ​ໃນ​ປັດ​ຈຸ​ບັນ​ນີ້, ເຊິ່ງ​ແມ່ນ​ສິ່ງ​ແວດ​ລ້ອມ​ທີ່​ງານ​ສາ​ທາ​ລະ​ນະ​ເກືອບ​ທຸກ​ແຫ່ງ​ສາ​ມາດ​ຖືກ​ໂຈມ​ຕີ​ໄດ້​ໂດຍ​ມີ​ສັນ​ຍານ​ພຽງບໍ່​ສອງ​ສາມ​ຢ່າງ, ຖ້າ​ມີ, ສຳ​ລັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈະ​ກວດ​ພົບ​ໄດ້​ລ່ວງ​ໜ້າ.

ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ສະ​ຫະ​ລັດ ໄດ້​ເຕືອນ​ມາຫຼາຍ​ເດືອນ​ແລ້ວ ກ່ຽວ​ກັບ ສິ່​ງ​ແວດ​ລ້ອມ​ໄພ​ຂົ່ມ​ຂູ່​ທີ່ “​ປ່ຽນ​ແປງ​ໄດ້​ສະ​ເໝີ ແລະ ຊັບ​ຊ້ອນ,” ເຊິ່ງ​ເມື່ອບໍ່​ດົນ​ມານີ້​ໃນ​ຖະ​ແຫຼງ​ຂ່າວ​ຂອງ​ອົງ​ການ​ລະ​ບົບ​ທີ່​ປຶກ​ສາ ກ່ຽວ​ກັບ ​ລັດ​ທິ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ ຫຼື NTAS ເມື່ອ​ເດືອນ​ແລ້ວນີ້, ໄດ້​ເຕືອນ ກ່ຽວ​ກັບ ຫຼາຍ​ປັດ​ໄຈ ​ຈາກ​ຄວາມ​ເສຍ​ໃຈ​ສ່ວນ​ຕົວ ຕໍ່​ເຫດ​ການ​ໃນ​ປັດ​ຈຸ​ບັນ​ນີ້ ທີ່ອາດ​ນຳ​ໄປ​ສູ່​ການ​ໂຈມ​ຕີ​ຄັ້ງ​ຕໍ່​ໄປ​ໄດ້, ດ້ວຍ​ການ​ເຕົ້າ​ໂຮມ​ກັນ​ໃນ​ທີ່ສາ​ທາ​ລະ​ນະ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເປັນ​ເປົ້າ​ໝາຍ.

ແຕ່​ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ຮູ້​ທີ່​ວ່າ​ນັ້ນ​ກໍ​ຕາມ, ບັນ​ດາ​ເຈົ້າ​ໜ້າ​ແມ່ນບໍ່​ສາ​ມາດ​ທີ່​ຈະ​ເຫັນ​ສັນ​ຍານ​ໃດໆ ຫຼື ຊອກ​ຫາຫຼັກ​ຖານ​ໃດໆ​ທີ່​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢຸດ​ການ​ຍິງ​ສັງ​ຫານ​ໝູ່​ຢູ່​ເມືອງ ຮາຍ​ແລນ ພາກ, ລັດ ອີ​ລີ​ນອຍ ໃນ​ງານ​ເດີນ​ສວນ​ສະ ​ໜາມ​ວັນ​ທີ 4 ກໍ​ລະ​ກົດ ເຊິ່ງ​ໄດ້​ສັງ​ຫານ 7 ຄົນ ແລະ ບາດ​ເຈັບ​ຢ່າງ​ໜ້ອຍ 30 ຄົນ.

ທ່ານ ຄ​ຣິ​ສ ໂຄ​ແວ​ລ​ລີ, ໂຄ​ສົກ​ສຳ​ລັບ​ຫ້ອງ​ການ​ຕຳຫຼວດ​ເມືອງ ເລກ ຄາວ​ຕີ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ “ການ​ຍິງ​ກັນ​ປາ​ກົດ​ວ່າ​ຈະ​ເປັນ​ຕາມ​ອຳ​ເພີ​ໃຈ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ມີ​ຂໍ້​ມູນທີ່​ຊີ້​ໃຫ້​ເຫັນ​ວ່າ​ໃນ​ຈຸດນີ້​ມັນ​ແມ່ນ​ແຮງ​ຈູງ​ໃຈ​ດ້ານ​ເຊື້ອ​ຊາດ​ຜິວ​ພັນ, ແຮງ​ຈູງ​ໃຈ​ໂດຍ​ສາ​ສະ​ໜາ ຫຼື ຜູ້​ທີ່​ມີ​ສະ​ຖາ​ນະ​ພາບ​ຖືກ​ປົກ​ປ້ອງ​ອື່ນໆ​ໃດໆ.”

​ແນວ​ໃດ​ກໍ່​ຕາມ, ສິ່ງ​ທີ່​ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ໄດ້​ພົບ​ເຫັນ ກໍ​ແມ່ນຫຼັກ​ຖານ​ຢ່າງຫຼວງຫຼາຍ, ເຊິ່ງ​ສ່ວນ​ໃຫຍ່​ໃນ​ສື່​ສັງ​ຄົມ, ທີ່​ຊີ້​ໃຫ້​ເຫັນ​ຜູ້​ຕ້ອງ​ສົງ​ໄສ, ທ້າວ ໂຣ​ເບີດ ຄ​ຣີ​ໂມ ອາ​ຍຸ 21 ປີ, ແມ່​ນ​ໄດ້​ຫັນ​ໄປ​ສູ່​ຄວາມ​ຮຸນ​ແຮງ.

ທ້າວ ຄ​ຣີ​ໂມ, ນັກ​ດົນ​ຕີ​ທີ່​ມີ​ແຮງ​ບັນ​ດານ​ໃຈ​ດ້ວຍ​ຊື່​ວົງ​ທີ່​ວ່າ Awake the Rapper, ເມື່ອບໍ່​ດົນ​ມານີ້​ໄດ້​ເອົາ​ວິ​ດີ​ໂອ ແລະ ເພງ, ເຊິ່ງ​ບາງ​ອັນ​ແມ່ນ​ມີ​ລາງບໍ່​ດີ ແລະ ມີ​ຄວາມ​ຮຸນ​ແຮງ, ລົງ​ໃນ​ເວັບ​ໄຊ້​ສື່​ສັງ​ຄົມ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ທ້າວ ຄ​ຣີ​ໂມ ຍັງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຕຳຫຼວດ​ສອງ​ຄັ້ງ​ໃນ​ເດືອນ​ເມ​ສາ 2019 ສຳ​ລັບ​ການ​ພະ​ຍາ​ຍາມ​ຂ້າ​ໂຕ​ຕາຍ ແລະ ໃນ​ເດືອນ​ກັນ​ຍາ​ຂອງ​ປີ​ດຽວ​ກັນ ​ສຳ​ລັບ​ການ​ຂົ່ມ​ຂູ່​ສະ​ມາ​ຊິກ​ຄອບ​ຄົວ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG