ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ເຄື່ອນຍ້າຍ ຊາວເຢເມັນ 5 ຄົນ ຈາກຄຸກ Guantanamo ໄປຍັງ ສຫລ ອາຣັບເອເມີເຣັສ


ອາຣຸນໃໝ່ ຢູ່ທີ່ຄ້າຍ X-Ray ທີ່ໄດ້ປິດໄປແລ້ວ ຊຶ່ງຄັ້ງນຶ່ງ ເຄີຍໃຊ້ເປັນສະຖານທີ່ຄຸມຂັງສຳລັບ ຜູ້ຕ້ອງສົງໄສ ເປັນພວກຫົວຮຸນແຮງ ທີ່ຖືກຈັບໄດ້ ຫຼັງຈາກ ເຫດການໂຈມຕີ ວັນທີ 11 ກັນຍາ ຢູ່ທີ່ຖານທັບກອງທັບເຮືອ Guantanamo Bay ໃນຄິວບາ.
ອາຣຸນໃໝ່ ຢູ່ທີ່ຄ້າຍ X-Ray ທີ່ໄດ້ປິດໄປແລ້ວ ຊຶ່ງຄັ້ງນຶ່ງ ເຄີຍໃຊ້ເປັນສະຖານທີ່ຄຸມຂັງສຳລັບ ຜູ້ຕ້ອງສົງໄສ ເປັນພວກຫົວຮຸນແຮງ ທີ່ຖືກຈັບໄດ້ ຫຼັງຈາກ ເຫດການໂຈມຕີ ວັນທີ 11 ກັນຍາ ຢູ່ທີ່ຖານທັບກອງທັບເຮືອ Guantanamo Bay ໃນຄິວບາ.

ສະຫະລັດ ໄດ້ເຄື່ອນຍ້າຍ ຜູ້ຖືກຄວບຄຸມຕົວ ຊາວເຢເມັນ 5 ຄົນ
ທີ່ຖືກກັກຂັງໄວ້ຢູ່ທີ່ Guantanamo Bay ຂອງຄິວບາ ໄປຍັງ
ສະຫະລັດອາຣັບເອເມີເຣັສ.

ພວກຜູ້ຕ້ອງສົງໄສ ລະດັບຕ່ຳ 5 ຄົນ ໄດ້ຖືກກັກຂັງໄວ້ຢູ່ ຄຸກທະ
ຫານສະຫະລັດ ເປັນເວລາ ຫຼາຍກວ່ານຶ່ງທົດສະຫວັດ. ບໍ່ມີຜູ້ໃດ
ເລີຍ ຖືກກ່າວຟ້ອງທາງອາຍາ ສຳລັບຄວາມຜິດຂອງພວກເຂົາ.

ການເຄື່ອນຍ້າຍດັ່ງກ່າວ ໄດ້ຫລຸດຜ່ອນ ພົນລະເມືອງຂອງພວກ
ທີ່ຖືກຄວບຄຸມຕົວ ຢູ່ທີ່ຄຸກ ເຫຼືອຢູ່ 107 ຄົນ ທີ່ປະກອບມີ 48 ຄົນ
ທີ່ໄດ້ຜ່ານການອະນຸມັດ ໃຫ້ສົ່ງຄືນ ຫຼື ໄປຕັ້ງຖິ່ນຖານ ຢູ່ໃນປະ
ເທດທີສາມ.

ທ້າວ Adil Said al-Busayss ທ້າວ Khalid Abd al-Qadasi ທ້າວ Ali Ahmad Muhammad al-Rahizi ທ້າວ Sulaiman al-Nahdi ແລະທ້າວ Fahmi al-Sani ໄດ້ຖືກຈັບຕົວ ໃນປີ 2001 ໂດຍກອງກຳລັງ ປາກິສຖານ ແລະ ອັຟການິສຖານ ແລະໃນທີ່ສຸດ ໄດ້ຖືກນຳສົ່ງໃຫ້ແກ່ສະຫະລັດ.

ບັນຫາຂັດແຍ້ງໃນເຢເມັນ ໄດ້ເຮັດໃຫ້ມັນເປັນເລື້ອງທີ່ເປັນໄປບໍ່ໄດ້ ສຳລັບລັດຖະບານ
ທ່ານໂອບາມາ ທີ່ຈະເຄື່ອນຍ້າຍ ພວກຖືກຄວບຄຸມຕົວທັງຫຼາຍຈາກແຫ່ງນັ້ນ ເຂົ້າມາ
ໃນປະເທດ ແຕ່ໄດ້ທຳການເຈລະຈາເພື່ອໃຫ້ໄປຕັ້ງຖິ່ນຖານຢູ່ໃນປະເທດອື່ນໆ ແທນ.

ປະທານາທິບໍດີ ໂອບາມາ ໄດ້ເຮັດໃຫ້ ການປິດຄຸກ ເປັນເລື້ອງບຸລິມະສິດອັນນຶ່ງ ໂດຍ
ກ່າວວ່າ ພວກຫົວຮຸນແຮງ ໃຊ້ມັນເປັນເຄື່ອງມືເພື່ອການເກນເອົາສະມາຊິກ ແລະ ອັນນັ້ນ
ມັນໄດ້ທຳລາຍພາບພົດຂອງສະຫະລັດ.

US Guantanamo Transfer
please wait

No media source currently available

0:00 0:00:58 0:00

XS
SM
MD
LG