ພວກທີ່ສົງໄສວ່າ ເປັນກຸ່ມຫົວຮຸນແຮງ al-Qaida ໄດ້ທຳການ
ໂຈມຕີ ດ່ານກວດແຫ່ງໜຶ່ງໃນພາກໃຕ້ຂອງປະເທດ Yemen
ໂດຍໄດ້ສັງຫານ ທະຫານຢ່າງໜ້ອຍ 14 ຄົນ.
ບັນດາເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງເຢເມນ ກ່າວວ່າ
ມີທະຫານ ອື່ນໆອີກຫຼາຍຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ
ໃນວັນພະຫັດມື້ນີ້ ໃກ້ ກັບບ້ານໆນຶ່ງ ໃນແຂວງ Shabwa.
ເຢເມນ ແມ່ນທີ່ໝັ້ນຂອງກຸ່ມຫົວຮຸນແຮງ al-Qaida ໃນແຫຼມ
Arabia ຊຶ່ງເປັນສາຂານຶ່ງ ຂອງພວກກໍ່ການຮ້າຍ ທີ່ມີການເຄື່ອນ
ໄຫວຫລາຍທີ່ສຸດນັ້ນ.
ໂຄສົກຂອງກອງທັບເຢເມນ ກ່າວໃນວັນພະຫັດມື້ນີ້ວ່າ ມີພວກຫົວຮຸນ ແຮງ al-Qaida
ຢ່າງໜ້ອຍ 500 ຄົນ ໄດ້ຖືກຂ້າຕາຍ ນັບຕັ້ງແຕ່ກອງທັບໄດ້ເປີດສາກບຸກໂຈມຕີ ຕໍ່ກຸ່ມ
ກໍ່ການຮ້າຍດັ່ງກ່າວ ໃນເດືອນ ເມສາ ຜ່ານມານີ້.
ໃນລະຫວ່າງກອງປະຊຸມຖະແຫຼງຂ່າວນັ້ນ ພັນເອກ Saeed al-Faquih ຍັງໄດ້ກ່າວຕື່ມວ່າ ທະຫານຈຳນວນ 40 ຄົນ ເສຍຊີວິດໃນການບຸກໂຈມຕີຄັ້ງນີ້.
ບັນດາເຈົ້າໜ້າທີ່ເຊື່ອວ່າ ພວກຫົວຮຸນແຮງ ໄດ້ທຳການໂຈມຕີຫລາຍໆ ຄັ້ງ ເພື່ອຕອບໂຕ້ຕໍ່ການປະຕິບັດງານການ ຂອງພວກທະຫານ.
ການໂຈມຕີໃນວັນພະຫັດມື້ນີ້ ມີຂຶ້ນນຶ່ງມື້ ຫລັງຈາກເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ມີພວກທີ່
ສົງໄສ ເປັນສະມາຊິກ ກຸ່ມຫົວຮຸນແຮງ al-Qaida ຢ່າງໜ້ອຍ 3 ຄົນ ຖືກສັງຫານໃນການ
ໂຈມຕີຂອງເຮືອບິນທີ່ບໍ່ມີຄົນຂັບ ຢູ່ທີ່ແຂວງ Marib ທາງພາກກາງຂອງເຢເມນ.