ພັກຝ່າຍທາງການເມືອງຕ່າງໆຂອງເຢເມນ ລວມທັງພວກກະບົດ
ມຸສລິມນິກາຍຊີໄອ້ ທີ່ຄວບຄຸມນະຄອນຫລວງຢູ່ນັ້ນ ໄດ້ລົງນາມ
ໃນຂໍ້ຕົກລົງສະບັບນຶ່ງ ໃນວັນເສົາວານນີ້ ເພື່ອອະນຸຍາດໃຫ້
ປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ຈັດຕັ້ງລັດຖະບານ
ຊຸດໃໝ່ຂຶ້ນ.
ຂໍ້ຕົກລົງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍ ຮ້ອງຂໍປະທານາ
ທິບໍດີ Abed Rabbu Mansour Hadi ແລະ ນາຍົກລັດຖະມົນຕີ
Khaled Bahah ຈັດຕັ້ງ “ລັດຖະບານແຫ່ງຊາດ ທີ່ມີປະສິດ
ທິພາບ” ທີ່ມີຄວາມໝັ້ນໝາຍ ຕໍ່ການເຄົາລົບສິດທິມະນຸດ ແລະ
ເປັນກາງໃນເລື້ອງຕ່າງໆ ຂອງປະເທດຊາດ.
ພວກກະບົດນິກາຍຊີໄອ້ທີ່ຮູ້ຈັກກັນໃນນາມພວກ Houthis ນັ້ນ ໄດ້ຍື່ນຄຳຂາດຕໍ່ປະທານາທິບໍດີ Hadi ໃນວັນສຸກຜ່ານມານີ້ ໃຫ້ຈັດຕັ້ງ ລັດຖະບານຊຸດໃໝ່ພາຍໃນ 10 ມື້ ຫຼືບໍ່ດັ່ງນັ້ນ ກໍຈະປະເຊີນໜ້າກັບ “ການປະຕິວັດໃນທຸກໆທາງ.”
ການສ້າງຕັ້ງລັດຖະບານປະສົມຊຸດໃໝ່ໃນເຢເມັນນັ້ນ ແມ່ນເປັນສ່ວນນຶ່ງຂອງຂໍ້ຕົກລົງ
ທີ່ໄກ່ເກ່ຍໂດຍສະຫະປະຊາຊາດ ເພື່ອຍຸດຕິວິກິດການທາງການເມືອງໃນປະເທດດັ່ງກ່າວ ຊຶ່ງໄດ້ເຫັນກັນວ່າ ມີຫຼາຍພັກຝ່າຍ ຍາດຊິງອຳນາດກັນນັບຕັ້ງແຕ່ປະທານາທິບໍດີ Ali Abdullah Saleh ໄດ້ຕົກລົງລາອອກຈາກຕຳແໜ່ງເມື່ອ 3 ປີກ່ອນນັ້ນ.
ການຍາດຊິງອຳນາດ ລະຫວ່າງພວກ Houthi ແລະ ພັກການເມືອງອື່ນໆ ກ່ຽວກັບຕຳແໜ່ງ ໃນຄະນະລັດຖະບານ ແລະ ກະຊວງຕ່າງໆນັ້ນ ເຮັດໃຫ້ມີການຊັກຊ້າ ໃນການສ້າງຕັ້ງ ລັດຖະບານຊຸດໃໝ່.
ພວກກະບົດ Houthi ໄດ້ເຂົ້າຢຶດນະຄອນຫລວງຊານາອາ ໃນເດືອນກັນຍາປີນີ້ ຫຼັງຈາກ
ໄດ້ເກີດຄວາມຮຸນແຮງເປັນເວລາຫຼາຍອາທິດນັ້ນ. ພວກເຂົາເຈົ້າ ໃຫ້ສັນຍາວ່າ ຈະຖອນກອງກຳລັງຂອງຕົນ ອອກໄປຈາກນະຄອນຫຼວງ ເມື່ອໃດທີ່ມີການຕັ້ງລັດຖະບານຊຸດໃໝ່ແລ້ວ.