ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຂອງ​ເດັກ​ນ້ອຍ ​ຜູ້​ນຶ່ງ ຈາກ​ເຢ​ເມນ ອູ້ມ​ລູກ​ຊາຍ ທີ່​ຊອມ​ໃຈ ຮ້ອງ​ໃຫ້​ຢູ່​ໂຮງໝໍ ແຫ່ງ​ນຶ່ງ ໃນ​ລັດ​ຄາ​ລິ​ຟໍ​ເນຍ


ທ້າວ ອາ​ລີ ຮາ​ຊ​ຊານ ກ່າວ​ຢູ່​ໃນ​ກອງ​ຖະ​ແຫລງ​ຂ່າວ ພາຍ​ຫລັງ​ທີ່​ເມຍ​ຂອງໄດ້​ມາ​ເຖິງ​ສະ​ໜາມ​ບິນ​ຂອງ​ນະ​ຄອນແຊນ ແຟ​ຣນ​ຊິ​ສ​ໂກ ໃນວັນທີ 19 ທັນ​ວ​າ 2018.
ທ້າວ ອາ​ລີ ຮາ​ຊ​ຊານ ກ່າວ​ຢູ່​ໃນ​ກອງ​ຖະ​ແຫລງ​ຂ່າວ ພາຍ​ຫລັງ​ທີ່​ເມຍ​ຂອງໄດ້​ມາ​ເຖິງ​ສະ​ໜາມ​ບິນ​ຂອງ​ນະ​ຄອນແຊນ ແຟ​ຣນ​ຊິ​ສ​ໂກ ໃນວັນທີ 19 ທັນ​ວ​າ 2018.

ແມ່​ຂອງ​ເດັກ​ນ້ອຍ​ຜູ້​ນຶ່ງຈາກ​ເຢ​ເມນ ອູ້ມ​ລູກ​ຊາຍ​ນ້ອຍໆທີ່​ຊອມ​ໃຈ​ຢູ່​ຂອງ​ລາວແລ້ວ
​ຢູ່​ໃນໂຮງໝໍແຫ່ງ​ນຶ່ງ​ໃນ​ລັດ​ຄາ​ລິ​ຟໍ​ເນຍ ໃນ​ວັນ​ພະ​ຫັດ​ວານນີ້ ເມື່ອໃນ​ເວ​ລາບໍ່​ພໍ​ເທົ່າ
​ໃດ​ມື້​ກ່ອນ​ໜ້ານີ້​ລາວ​ຄິດ​ວ່າ ລາວ​ຈະ​ບໍ່​ມີ​ໂອ​ກາດ​ໄດ້​ສັ່ງ​ລາ​ລູກ​ຂອງລາວ​ແລ້ວ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ເອົາ​ການອະ​ນຸ​ຍາດ​ຍົກ​ເວັ້ນ​ບໍ່​ໃຫ້​ຖືກ​ລະ​ບຽບ
​ຫ້າມ​ເດີນ​ທາງ​ຂອງ​ທ່ານ​ທ​ຣຳ ໃຫ້​ແກ່​ນາງ ຊາຍ​ມາ ສວາຍ​ເລ​ຮ໌ (Shaima Swileh)
ໂດຍ​ໃຫ້​ລາວໄດ້​ອູ້ມລູກ​ນ້ອຍ​ຂອງ​ລາວ ແລະ​ບອກລູກ ຊຶ່ງ​ອາດ​ຈະ​ເປັນ​ຄັ້ງ​ສຸດ​ທ້າຍ
ວ່າ ລາວ​ຮັກລູກ​ນັ້ນ​ຫລາຍ​ປານ​ໃດ.

​ນາງ ຊາຍ​ມາ ສວາຍ​ເລ​ຮ໌, ຊາວ​ເຢ​ເມນ (ຊ້າຍ) ຍ່າງ​ຜ່ານສະ​ໜາມ​ບິນ​ແຫ່ງ​ນຶ່ງ​ໃນ​ເຢຍ​ຣະ​ມັນ ໃນ​ວັນ​ທີ 19 ທັນ​ວາ 2018, ກ່ອນ​ຈະ​ຂຶ້ນ​ເຮືອ​ບິນ​ມາ​ຍັງ​ສ​ະ​ຫະ​ລັດ
​ນາງ ຊາຍ​ມາ ສວາຍ​ເລ​ຮ໌, ຊາວ​ເຢ​ເມນ (ຊ້າຍ) ຍ່າງ​ຜ່ານສະ​ໜາມ​ບິນ​ແຫ່ງ​ນຶ່ງ​ໃນ​ເຢຍ​ຣະ​ມັນ ໃນ​ວັນ​ທີ 19 ທັນ​ວາ 2018, ກ່ອນ​ຈະ​ຂຶ້ນ​ເຮືອ​ບິນ​ມາ​ຍັງ​ສ​ະ​ຫະ​ລັດ

ໝູ່​ເພື່ອນ​ຂອງ​ລາວ ແລະ​ພວກ​ນັກ​ຂ່າວພາ​ກັນ​ຫຸ້ມ​ໄປ​ຫາ​ລາວ ເມື່ອ​ລາວມາ​ເຖິງສະ​ໜາມ​
ບິນແຊນ ແຟ​ຣນ​ຊິ​ສ​ໂກ ໃນ​ຄືນວັນ​ພຸດ​ຜ່ານ​ມາ.

ທ້າວ ອັບ​ດູ​ລ​ລາ ຮາ​ຊ​ຊານ (Abdullah Hassan) ອາ​ຍຸ​ສອງ​ປີ ຊຶ່ງ​ເປັນ​ຄົນ​ສັນ​ຊາດ​ສະ​
ຫະ​ລັດ ກຳ​ລັງໄດ້ໃສ່​ເຄື່ອງ​ຊ່ວຍ​ຊູ​ຊີບໄວ້​ຢູ່ ຍ້ອນທີ່​ມີ​ອາ​ການ​ພັນ​ທຸ​ກຳ​ທາງ​ສະ​ໝອງ​ທີ່
ແປກ. ພໍ່​ຂອງ​ລາວ, ທ້າວ ອາ​ລີ ຮາ​ຊ​ຊານ (Ali Hassan) ກໍ​ເມ່ນ​ຄົນ​ສັນ​ຊາດ​ອາ​ເມ​ຣິ​
ກາ​ເຊັ່​ນ​ກັນ, ຢູ່​ໃນ​ໂຮງ​ໝໍ​ກັບ​ລູກ​ຊາຍ​ຂອງ​ລາວນັ້ນ.

ຄູ່​ຜົວ​ເມຍ​ດັ່ງ​ກ່າວ ໄດ້​ແຕ່ງ​ງານ​ກັນ​ໃນ​ອີ​ຈິບ ໃນ​ປີ 2016. ແຕ່​ວ່າ ນາງ ສະ​ວາຍ​ເລ​ຣ໌
ເປັນ​ຄົນ​ສັນ​ຊາດ​ເຢ​ເມນ, ບໍ່ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ມາ​ສະ​ຫະ​ລັດ ຍ້ອນ​ລະ​ບຽບ​ເກືອດ
​ຫ້າມ​ການ​ເດີນ​ທາງ.

ທ້າວ ຮາ​ຊ​ຊານ ເວົ້າ​ວ່າ ຕອນນັ້ນ ລາວ​ພ້ອມ​ແລ້ວ​ທີ່​ຈະ​ເອົາເຄື່ອງ​ຊ່ວຍ​ຊູ​ຊີບ​ອອກ​ຈາກ
​ລູກ​ຊາຍ​ລາວ, ໂດຍ​ໝົດ​ຄວາມ​ຫວັງ​ທີ່​ເມຍ​ຂອງ​ລາວ​ຈ​ະມີ​ໂອ​ກາດ​ໄດ້​ເຫັນ​ໜ້າ​ລູກ​ລາວ​ອີກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG