ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ການໂຈມຕີທາງອາກາດ ເລີ້ມຄືນ ໃນເຢເມັນ ຫຼັງຈາກ ການຢຸດຍິງ ຍຸດຕິລົງ


ປ. Abd Rabbuh Mansur Hadi ແຫ່ງເຢເມັນ (ຊ້າຍ) ຮ່ວມກອງປະຊຸມ ທີ່ Riyadh ວັນທີ 17 ພຶດສະພາ 2015.

ກຸ່ມ​ແນວ​ໂຮ​ມ ພາຍ​ໃຕ້​ການ​ນຳພາ​ຂອງ Saudi Arabia ​ໄດ້​
ເລີ້ມ​ທຳການ​ໂຈມ​ຕີ​ທາງ​ອາກາດ​ຄືນ ​ຕໍ່​ພວກ​ກະບົດ Shi’ite
​ໃນ​ເຢ​ເມັນ ຫຼັງ​ຈາກການ​ຢຸດ​ຍິງ​ມາເປັນ​ເວລາ​ຫ້າ​ມື້ ​ເພື່ອ​ມະ
ນຸດສະທຳ​ ຍຸດຕິ​ລົງ.

ການ​ຢຸດ​ຍິງ​ໄດ້​ໝົດ​ກຳນົດ​ລົງ ​ໃນ​ຄືນ​ວັນ​ອາທິດ​ວານ​ນີ້ ​ແລະ
​ ​ກຸ່ມ​ແນວ​ໂຮມ ກໍໄດ້​ເລີ້ມ​ທຳການ​ໂຈມ​ຕີ​ທາງ​ອາກາດ ຕໍ່​ທີ່
​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ພວກ​ກະບົດ​ ໃນ​ເມືອງ​ທ່າ​ເຮືອ Aden
​ໃນ​ພາກ​ໃຕ້​ຂອງ​ເຢ​ເມັນ.

ນັບ​ແຕ່​ທ້າຍ​ເດືອນ​ມີນາ​ຜ່ານ​ມາ ກຸ່ມແນວ​ໂຮມ ​ໄດ້​ທຳ​ການ
​ໂຈມ​ຕີ​ທາງ​ອາກາດ​ໃສ່​ພວກ​ກະບົດ​ຮູ​ທີ​ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີຣ່ານ ​ໃນ​ເຢ​ເມັນ ທີ່ໄດ້
ຍຶດ​ເອົາ​ນະຄອນຫຼວງ Sana’a.

​ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ບັນດາ​ຜູ້ນຳ​ດ້ານ​ການ​ເມືອງ​ຂອງ​ເຢ​ເມັນ ​ໄດ້​ພົບ​ປະກັນ​ທີ່​ນະຄອນ
ຫຼວງ Riyadh ຂອງ Saudi Arabia ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງການ​ແກ້​ໄຂ ບັນຫາ​ຂັດ​ແຍ້​ງກັນ​ທີ່​ພວມ​ດຳ​ເນີນ​ໄປ​ໃນ​ປັດຈຸບັນ ຜ່ານ​ການ​ເຈລະຈາກັນ. ​ແຕ່​ບໍ່​ມີ​ຜູ້ຕາງໜ້າ​ຈາກ​
ກຸ່ມກະບົດ​ຮູ​ທີ ​ເຂົ້າ​ຮ່ວມ​ໃນ​ການ​ພົບ​ປະ​ຫາລື​ກັນ​ຄັ້ງ​ນີ້.

ພວກ​ກະບົດ​ຮູ​ທີ ​ໄດ້​ປະຕິ​ເສດ​ຕໍ່​ວັດຖຸ​ປະສົງ​ຕົ້ນຕໍ​ຂອງ​ການ​ພົບ​ປະ​ເຈລະຈາ​ກັນ​ເປັນ​ເວລາ ​3 ມື້​ຄັ້ງ​ນີ້ ​ຊຶ່ງ​ກໍ​ຄືການນຳ​ເອົາ​ປະທານາທິບໍດີAbdrabbu Mansour Hadi ທີ່​ໄດ້ຖືກ​ຮັບ​ຮູ້​ຈາກ​ນາໆ​ຊາດ​ນັ້ນ ກັບ​ຄືນໄປ​ດຳລົງ​ຕຳ​ແໜ່​ງ.

ທ່ານ Hadi ກ່າວ​ຕໍ່​ພວກ​ທີ່ໄປຮ່ວມກອງ​ປະຊຸມ ​ວ່າ ປະຊາຊົນ​ເຢ​ເມັນ ພາກັນ​ລໍຖ້າ​ສະຖຽນ​ລະ​ພາບ ຊຶ່ງ​ສາມາດ​ມີ​ຂຶ້ນໄດ້ ກໍ​ຕໍ່​ເມື່ອ​ລັດຖະບານ ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະ​ເທດ ​ແລະ​ພວກ​ສະ​ຖາ​ບັນ​ຕ່າງໆ​ຂອງ​ຕົນ​ ຖືກ​ກູ້ຄືນ​ມາ​ ​ແລະ​ພວກ​ກະບົດ​ຮູ​ທີ ​ປົດ​ອາວຸດ​ແລ້ວ​ເທົ່າ​ນັ້ນ.

ທ່ານ Hadi ​ໄດ້​ປະນາມ​ການ​ຍຶດອຳນາດ​ຂອງ​ກຸ່ມ​ດັ່ງກ່າວ​ໃນ​ປີ​ແລ້ວ​ນີ້ ຫຼັງ​ຈາກ​ໄດ້​ບັນລຸ​ຂໍ້​ຕົກລົງ ຄອງອຳນາດທາງການເມືອງ​ແຫ່ງ​ຊາດ ຮ່ວມ​ກັນແລ້ວ​ນັ້ນ.

ສະຫະ​ປະຊາ​ຊາດ ກ່າວ​ວ່າ ປະຊາຊົນ​ຈຳນວນ​ຫຼາຍ​ກວ່າ 1500 ຄົນ ​ໄດ້​ເສຍ​ຊີວິດ 6200 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແລະ​ 450 ພັນ​ຄົນ ​ໄດ້​ກາຍ​ເປັນ​ພວກ​ອົບ​ພະຍົບ ຍ້ອນ​ບັນຫາ​ຂັດ​
ແຍ້​ງກັນ​ໃນ​ເຢ​ເມັນ​ນັ້ນ.

XS
SM
MD
LG