ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ເຢເມນ ຍ່າງອອກ ຈາກກອງປະຊຸມ ສັນຕິພາບ ກັບພວກກະບົດ Houthi


ພວກກະບົດ Houthi ທີ່ນັບຖືສາສະໜາ Shi'ite ຄົນນຶ່ງ ຍົກປືນຂອງລາວຂຶ້ນ ໃນລະຫວ່າງການໂຮມຊຸມ ຕໍ່ຕ້ານ ການໂຈມຕີທາງອາກາດ ທີ່ນຳພາໂດຍຊາອຸດີ ອາຣາເບຍ.

ລັດຖະບານ​ເຢ​ເມນ​ໄດ້​ຍ່າງ​ອອກ​ຈາກ​ກອງ​ປະຊຸມ​ເຈລະຈາ​ສັນຕິພາບ ທີ່​ໄດ້​ຮັບຄວາມ ​ອຸບປະ​ຖຳຈາກ​ສະຫະ​ປະຊາ​ຊາດ​ ​ກັບພວກ​ກະບົດ Houthi ​ໂດຍກ່າວ​ຫາພວກ​ເຂົາວ່າ “​ໝິ່ນປະໝາດ” ຕໍ່​ຂັ້ນຕອນ​ສັນ​ຕິພາບ.

ລັດຖະມົນຕີ​ຕ່າງປະ​ເທດ​ເຢ​ເມນ ທ່ານ Abdul-Malik al-Mekhlafi ຮ້ອງ​ການເຈລະ ຈາຢູ່​ຄູເວດວ່າ “​ເປັນ​ການ​ເສຍ​ເວລາລ້າໆ.” ທ່ານ​ກ່າວ​ວ່າ ພວກ​ກະບົດ Houthis ຢືນ ຢັດຢາກ​ໃຫ້​ມີ ​ການ​ຄອງ​ອຳນາດຮ່ວມ​ກັນ ​ແທນ​ທີ່​ຈະ​ປະຕິບັດ​ຕາມ ມະຕິ​ຂອງ​ສະພາ​ຄວາມໝັ້ນຄົງທີ່​ກ່າວ​ວ່າ ​ເລື້ອງ​ດັ່ງກ່າວ​ຕ້ອງການ​ໃຫ້​ມີ​ການ​ເຈລະ​ຈາ​ກັນ.

ລັດຖະມົນຕີ​ເຢ​ເມນ​ໄດ້​ກ່າວ​ຫາ ພວກ​ກະບົດ Houthis ລ​ະ​ເມີດ​ການ​ຢຸດ​ຍິງ​ໃນ​ເຢ​ເມນ ​ແລະ​ໃຊ້​ການ​ເຈລະຈາ ​ເພື່ອຖ່ວງ​ເວລາ ​ແລະ​ປະກອບ​ອາວຸດຄືນ​ໃໝ່.

ພວກ​ກະບົດ​ຍັງ​ບໍ່​ທັນສະ​ແດງ​ປະຕິກິລິຍາ​ໃດ ​ຕໍ່​ການ​ຢຸດ​ເຊົາ​ການ​ເຈລະຈາສັນຕິພາ​ບ.

ອີຣ່ານ ທີ່​ໜູນ​ຫລັງ ພວກ​ກະບົດ Houthis ​ໄດ້​ເຂົ້າ​ຍຶດ​ ນະຄອນຫລວງ Sana’a ​ໃນ​ປີ 2014 ​ໂດຍບັງຄັບ​ໃຫ້ ລັດຖະບານ​ເຢ​ເມນ ທີ່​ສາກົນ​ຮັບ​ຮູ້ ຫລົບ​ໜີ​ໄປຢູ່ ຊາອຸ​ດີ ອາຣາ ເບຍ ກ່ອນ​ກັບ​ຄືນ​ມາຕັ້ງ​ຢູ່ເມືອງທ່າ Aden.

ການ​ສູ້​ລົບທາງ​ພາກ​ພື້ນ​ດິນ​ ໃນ​ເຢ​ເມນ ພ້ອມ​ດ້ວຍ​ການ​ນຳພາ​ໃນ​ການ​ໂຈມ​ຕີ​ທາງອາ ກາດຂອງ​ຊາ​ອຸ​ດີ ໃສ່ພວກ​ກະບົດ Houthis ​ໄດ້​ເຮັດ​ໃຫ້​ເກີດໄພພິບັດ​ທາງດ້ານ​ມະນຸດ ສະທຳທີ່​ອົງການສະຫະປະຊາ​ຊາດ​ ກ່າວ​ວ່າ 80 ​ເປີ​ເຊັນ ​ຂອງ​ພົນລະ​ເຮືອນ​ເຢ​ເມນ ມີ​ຄວາມ​ຕ້ອງການ​ທາງ​ດ້ານອາຫານ​ແລະ​ຢາ​ປົວ​ພະຍາດ​ຢ່າງ​ຮີບ​ດ່ວນ.

ອ່ານຂ່າວນີ້ເພີ້ມເປັນພາສາອັກິດ

XS
SM
MD
LG