ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໑ ມິຖຸນາ ໒໐໒໕

ຊາວເຢເມນປ່ອນບັດ ເອົາປະທານາທິບໍດີ ຄົນໃໝ່ (ເບິ່ງສະໄລດ໌ກັບວີດີໂອ)


ຊາວເຢເມນ ພາກັນລຽນແຖວ ລໍຖ້າປ່ອນບັດເລືອກຕັ້ງເອົາປະທານາທິລໍດີຄົນໃໝ່ ທີ່ເມຶອງ Sanaa, Yemen, ໃນວັນອັງຄານ ທີ 21, ເດືອນກຸມພາ ປີ 2012.
ຊາວເຢເມນ ພາກັນລຽນແຖວ ລໍຖ້າປ່ອນບັດເລືອກຕັ້ງເອົາປະທານາທິລໍດີຄົນໃໝ່ ທີ່ເມຶອງ Sanaa, Yemen, ໃນວັນອັງຄານ ທີ 21, ເດືອນກຸມພາ ປີ 2012.

ຊາວ​ເຢ​ເມນ ພາກັນ​ໄປ​ປ່ອນ​ບັດ​ເລືອກຕັ້ງ​ເອົາ​ປະທານາທິບໍດີ​ຄົນ​ໃໝ່ ​ເພື່ອຮັບ​ຕຳ​ແໜ່​ງ​
ແທນ​ທ່ານ Ali Abdullah Saleh ຫລັງ​ຈາກທີ່​ໄດ້ມີ​ການ​ລຸກຮື​ຂື້ນມາ​ເປັນ​ເວລາ​ນຶ່ງ​ປີ
ບັງ​ຂັບໃຫ້ທ່ານ​ລາ​ອອກ​ຈາກໜ້າ​ທີ່​ນັ້ນ.

ການ​ປ່ອນ​ບັດໃນ​ວັນ​ອັງ​ຄານມື້ນີ້ ​ແມ່ນ​ຈຸດ​ສຳຄັນ​ສຸດ​ຂອງ​ຂໍ້​ຕົກລົງ ທີ່​ໄດ້​ຮັບ​ການໜຸນ​
ຫລັງ​ຈາກ​ສະຫະລັດ ​ແລະ​ໄກ​ເກ່ຍ​ໂດຍ​ບັນດາ​ປະ​ເທດ ​ໃນ​ເຂດ​ອ່າວ​ເປີ​ເຊຍ ຊຶ່ງ​ເປັນ​ເພື່ອນ
ບ້ານ​ຂອງ​ເຢ​ເມນ ​ເພື່ອ​ໃຫ້​ຮອງ​ປະທານາທິບໍດີ Abed Rabbo Mansour Hadi ​ເຂົ້າ
ຮັບ​ຕຳ​ແໜ່​ງ​ແທນ ທ່ານ Saleh.

ທ່ານ Hadi ແມ່ນ​ຄົນ​ດຽວທໍ່​ນັ້ນ​ທີ່ໄດ້​ຖືກ​ເລືອກຢ່າງ​ເປັນ​ເອກ​ກະສັນ​ທັງ ຈາກພັກ​ລັດ
ຖະບານ​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ຂອງ​ປະທານາທິບໍດີ Saleh ​ແລະກຸ່ມ​ແນວ​ໂຮມ​
ພັກຝ່າຍ​ຄ້ານ.

ທ່ານ Saleh ຊຶ່ງ​ໄດ້​ລາ​ອອກ​ຈາກ​ໜ້າ​ທີ່ຫລັງ​ຈາກທີ່​ໄດ້​ກໍາ​ຕໍາ​ແໜ່​ງມາ​ເປັນ​ເວລາ 33 ປີ
ນັ້ນໄດ້​ຮຽກຮ້ອງ​ໃຫ້ປະຊາຊົນພາກັນໄປ​ປ່ອນ​ບັດ​ຢ່າງ​ຫລວງຫລາຍ. ທ່ານ​ກ່າວ​ໃນ​ວັນ​ຈັນ​
ວານ​ນີ້ວ່າ ​ການ​ປ່ອນ​ບັດແມ່ນ​ໂອກາດທີ່​ຈະ​ນຳພາປະ​ເທດ​ຊາດ ໃຫ້​ກ້າວໄປ​ສູ່​ສັນຕິພາບ
ແລະ​ສະຖຽນລະພາບ.

ໜ່ວຍ​ປ່ອນ​ບັດ​ໄດ້​ເປີດ​ຂື້ນ​ໃນ​ເວລາ 8:00 ​ໂມງ​ເຊົ້າ​ ຕາມເວລາ​ທ້ອງ​ຖິ່ນແລະ​ຜົນ​ການ​ປ່ອນ
ບັດນັບ​ຄະ​ແນນ​ສຽງ​ຈະ​ໃຊ້​ເວ​ລາ​ອີກ​ຫລາຍ​ວັນ ຈຶ່ງ​ຈະ​ເປັນ​ທີ່​ຮູ້ຈັກ.

ປະຊາ​ຊົນ​ຊາວ​ເຢ​ເມນຫຼາຍກວ່າ 10 ລ້ານ​ຄົນ​ ​ເປັນຜູ້ມີສິດ​ການປ່ອນ​ບັດ ແຕ່ເນື່ອງ​ຈາກວ່າ
ຜົນ​ຂອງ​ການ​ປ່ອນ​ບັດ ​ໄດ້​ຮູ້ກ່ອນລ່ວງ​ໜ້າ​ແລ້ວ ຈຶ່ງ​ມີ​ຄວາມ​ວິຕົກກັງວົນ​ໃຈ​ວ່າ ຈະ​ມີຜູ້ໄປ
ປ່ອນ​ບັດ​ໃນ​ຈຳນວນ​ທີ່ໜ້ອຍລົງ ຊຶ່ງ​ອາດ​ຈະ​ເປັນ​ການ​ບ່ອນ​ທຳລາຍ​ຕໍ່​ສິດ​ອຳນາດ​ຂອງ
ທ່ານ Hadi​.

XS
SM
MD
LG