ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ປ້ອງກັນ ປະເທດເຢເມນ ລອດຊີວິດ ຈາກການໂຈມຕີ ດ້ວຍລະເບີດລົດ


ຕຳຫຼວດພວມເກັບກຳຫຼັກຖານ ໃນການໂຈມຕີຂະບວນລົດ ຂອງລັດຖະມົນຕີປ້ອງກັນປະເທດເຢເມນ (11 ກັນຍາ 2012)
ຕຳຫຼວດພວມເກັບກຳຫຼັກຖານ ໃນການໂຈມຕີຂະບວນລົດ ຂອງລັດຖະມົນຕີປ້ອງກັນປະເທດເຢເມນ (11 ກັນຍາ 2012)
ເຈົ້າໜ້າທີ່ເຢເມັນກ່າວວ່າ ຢ່າງໜ້ອຍ 10 ຄົນຖືກສັງຫານໃນ
ການໂຈມຕີດ້ວຍລົດລະເບີດ ທີ່ແນເປົ້າໝາຍໃສ່ລັດຖະມົນ ຕີກະຊວງປ້ອງກັນປະເທດຂອງເຢເມັນ.

ແຫຼ່ງຂ່າວຂອງລັດຖະບານເວົ້າວ່າ ທ່ານ Mohammed Nasir
Ahmad ລັດຖະມົນຕີປ້ອງກັນປະເທດບໍ່ໄດ້ຮັບອັນຕະລາຍໃດໆ
ໃນເຫດລະເບີດເມື່ອ ວັນອັງຄານວານນີ້ ຢູ່ໃກ້ຕຶກກອງບັນຊາການຂອງລັດຖະບານ ທີ່ນະ ຄອນຫຼວງ Sana’a ຂອງເຢເມັນນັ້ນ.

ຢ່າງໜ້ອຍມີອາລັກຂາຫ້າຄົນຂອງລັດຖະມົນຕີຮວມຢູ່ໃນຈຳນວນພວກທີ່ເສຍຊີວິດດັ່ງກ່າວ.

ຍັງບໍ່ມີຝ່າຍໃດອ້າງເອົາຄວາມຮັບຜິດຊອບໂດຍທັນທີຕໍ່ການໂຈມຕີໃນຄັ້ງນີ້.

ການໂຈມຕີ ແມ່ນມີຂຶ້ນນຶ່ງມື້ ຫຼັງຈາກເຈົ້າໜ້າທີ່ເຢເມັນໄດ້ປະກາດວ່າ ຜູ້ບັນຊາການສູງ ສຸດລະດັບສອງຂອງກຸ່ມອາລຄາອີດາຖືກສັງຫານ ໃນການປະຕິບັດການຂອງທະຫານ.

ກະຊວງປ້ອງກັນປະເທດເຢເມັນເວົ້າເມື່ອວັນຈັນຜ່ານມານີ້ວ່າ ນາຍ Said al-Shehri ສັນຊາດຊາອຸດິອາເຣເບຍ ກໍເປັນຜູ້ນຶ່ງໃນຈໍານວນພວກຫົວຮຸນ ແຮງທີ່ຖືກສັງຫານ ໃນ ການປະຕິບັດການທາງທະຫານ ໃນແຂວງ Hadramout.

ກຸ່ມອາລຄາອີດາໃນແຫຼມອາເຣເບຍ ຊຶ່ງເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລຄາອີດາ ຂ້າມຊາດທີ່ຕັ້ງຢູ່ເຢເມັນນັ້ນຍັງສືບຕໍ່ປະຕິບັດການຢ່າງຫ້າວ ຫັນໃນພາກໃຕ້ຂອງປະ ເທດເຢເມັນ. ພວກທີ່ສົງໄສ ເປັນກຸ່ມຫົວຮຸນແຮງຈຸ ນີ້ ໄດ້ທໍາການໂຈມຕີດ້ວຍລະເບີດ ສະຫຼະຊີບຫຼາຍບັ້ນ ທີ່ແນເປົ້າໝາຍໃສ່ບັນດາເຈົ້າໜ້າທີ່ຂອງລັດຖະບານເຢເມັນ ເພື່ອ ລອບສັງຫານ.
XS
SM
MD
LG